Saturday, July 27, 2024
Homeຂ່າວຕ່າງປະເທດເລຂາທິການໃຫຍ່ອົງການສະຫະປະຊາຊາດ ຍົກສູງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ຍົກສູງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ

ຂ່າວສານຊີອາໄອລາຍ ຫວ່າງບໍ່ດົນມານີ້ວ່າ: ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ເລີ່ມດຳເນີນແຜນການທົ່ວໂລກສະບັບໜຶ່ງ ຊຶ່ງມີຈຸດປະສົງເພື່ອຍົກສູງສິດແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ. ແຜນການສະບັບດັ່ງກ່າວສຸມກຳລັງເຂົ້າໃນການວາງຄວາມຕ້ອງການ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງໄວ້ໃນຖານະບຸລິມະສິດແກນກາງຂອງວຽກງານອົງການສະຫະປະຊາຊາດ ແລະ ຜ່ານຈາກມາດຕະການຕ່າງໆເຊັ່ນ: ການວາງນະໂຍບາຍທີ່ໃຫ້ການສະໜັບສະໜູນ, ການເພີ່ມອັດຕາສ່ວນຂອງແມ່ຍິງໃນຄະນະການນຳ ແລະ ມາດຕະຖານອື່ນໆ, ຊຸກຍູ້ໃຫ້ມີຄວາມສະເໝີພາບທາງເພດ ແລະ ການມອບສິດໃຫ້ແກ່ຜູ້ຍິງ.

ທ່ານ ອັນໂຕນີໂອ ກູເຕີເຣັສ ໄດ້ປະກາດເນື້ອໃນລະອຽດຂອງແຜນການດັ່ງກ່າວໃນກິດຈະກຳລະລຶກວັນແມ່ຍິງສາກົນທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ນະຄອນນິວຢອກ ສະຫະລັດອາເມຣິກາ. ທ່ານກ່າວວ່າ: ແຜນການໃໝ່ ຕົ້ນຕໍແມ່ນແນໃສ່ປະກົດການທີ່ຄັດຄ້ານຄວາມຮຸນແຮງຕໍ່ສິດ ແລະ ຜົນປະໂຫຍດຂອງແມ່ຍິງໃນປະເທດຈຳນວນໜຶ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments