Saturday, July 27, 2024
Homeຂ່າວຕ່າງປະເທດທ່ານນາງ ເອີຊູລາ ວັນເດີ ເລເຢັນ ສືບຕໍ່ດຳລົງຕຳແໜ່ງປະທານ EC

ທ່ານນາງ ເອີຊູລາ ວັນເດີ ເລເຢັນ ສືບຕໍ່ດຳລົງຕຳແໜ່ງປະທານ EC

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພັກປະຊາຊົນ ເອີຣົບ (EPP), ພັກໃຫຍ່ສຸດໃນລັດຖະສະພາ ເອີຣົບ, ໄດ້ສະເໜີທ່ານນາງ ເອີຊູລາ ວັນເດີ ເລເຢັນ ປະທານຄະນະກຳມະການ ເອີຣົບ (EC) ຄົນປັດຈຸບັນ, ສືບຕໍ່ດຳລົງຕຳແໜ່ງນີ້ຕື່ມອີກໜຶ່ງອາຍຸການ. ຂໍ້ສະເໜີດັ່ງກ່າວໄດ້ຮັບຮອງເອົາ ພາຍຫຼັງທ່ານນາງ ເອີຊູລາ ວັນເດີ ເລເຢັນ ໄດ້ຮັບຄະແນນສຽງ 400 ຄະແນນ ໃນຈຳນວນ 409 ບັດເລືອກຕັ້ງໃນການປ່ອນບັດເລືອກຕັ້ງຂອງ EPP. ຂ່າວລະບຸວ່າ: ໃນບົດກ່າວປາໄສ ທ່ານນາງ ເອີຊູລາ ວັນເດີ ເລເຢັນ ໃຫ້ຄຳໝັ້ນສັນຍາວ່າ: ຈະນຳຄວາມສັນຕິພາບ, ວັດທະນາຖາວອນ ແລະ ຄວາມໝັ້ນຄົງໃຫ້ແກ່ປະຊາຊົນ ເອີຣົບ. ທ່ານນາງ ເອີຊູລາ ວັນເດີ ເລເຢັນ ອາຍຸ 65 ປີ, ຮັບດຳລົງຕຳແໜ່ງປະທານ EC ແຕ່ເດືອນທັນວາ 2019. ນັບແຕ່ຮັບດຳລົງຕຳແໜ່ງນີ້, ທ່ານນາງ ເອີຊູລາ ວັນເດີ ເລເຢັນ ສາມາດສ້າງການສະໜັບສະໜູນໄດ້ຢ່າງກວ້າງຂວາງຈາກບັນດາການນຳ ແລະ ລັດຖະບານ ເອີຣົບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments