Saturday, July 27, 2024
Homeຂ່າວຕ່າງປະເທດຊູແອັດ ເຂົ້າເປັນສະມາຊິກນາໂຕ ຢ່າງເປັນທາງການ

ຊູແອັດ ເຂົ້າເປັນສະມາຊິກນາໂຕ ຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ຊູແອັດ ໄດ້ເຂົ້າເປັນສະມາຊິກອັນດັບທີ 32 ຂອງ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (ນາໂຕ) ພາຍຫຼັງທີ່ທ່ານ ອັລຟ ຄຣິສເຕີຊັນ ນາຍົກລັດຖະມົນຕີ ຊູແອັດ ໄດ້ສົ່ງເອກະສານເຂົ້າເປັນສະມາຊິກໃຫ້ແກ່ລັດຖະບານ ອາເມຣິກາ.

ຂ່າວລະບຸວ່າ: ທ່ານ ອັລຟ ຄຣິສເຕີຊັນ ໃຫ້ຮູ້ວ່າ: ນີ້ແມ່ນສັງກາດໃໝ່ທີ່ມີລັກສະນະປະຫວັດສາດໃນນະໂຍບາຍຄວາມໝັ້ນຄົງຂອງ ຊູແອັດ. ກ່າວຄຳເຫັນຢູ່ວໍຊິງຕັນ, ພາຍຫຼັງການພົບປະກັບທ່ານ ອັນໂຕນີ ບລິນເຄນ ລັດຖະມົນຕີການຕ່າງປະເທດ ອາເມຣິກາ, ທ່ານ ອັລຟ ຄຣິສເຕີຊັນ ເນັ້ນໜັກວ່າ: “ພວກຂ້າພະເຈົ້າຈະແບ່ງປັນການແບກຫາບທີ່ໜັກໜ່ວງ, ໜ້າທີ່ຄວາມຮັບຜິດຊອບ ແລະ ບັນດາຄວາມສ່ຽງຕ່າງໆ.”

ໃນຂະນະດຽວກັນ, ທ່ານ ເຈນສ ສໂຕລເທນເບີກ ເລຂາທິການໃຫຍ່ ນາໂຕ ກໍໄດ້ຍ້ອງຍໍກ່ຽວກັບ ຊູແອັດ ເຂົ້າເປັນສະມາຊິກຂອງ ນາໂຕ. ພ້ອມຢືນຢັນວ່າ: ປັດຈຸບັນ, ປະເທດເອີຣົບເໜືອ ໄດ້ຮັບການຮັບປະກັນດ້ານຄວາມໝັ້ນຄົງຢ່າງສູງສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments