Saturday, July 27, 2024
Homeທຸລະກິດປີຜ່ານມາ ສປປ ລາວ ເກີນດຸນການຄ້າ 1 ພັນລ້ານກວ່າໂດລາ

ປີຜ່ານມາ ສປປ ລາວ ເກີນດຸນການຄ້າ 1 ພັນລ້ານກວ່າໂດລາ

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ/Lao PDR Trade Portal (LTP) ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ (ລວມທັງໄຟຟ້າ) ຂອງ ສປປ ລາວ ປະຈໍາປີ 2023 ບັນລຸ 15.558 ລ້ານໂດລາ, ທຽບໃສ່ປີ 2022 ເພີ່ມຂຶ້ນ 3,5%. ໃນນີ້, ສົ່ງອອກບັນລຸ 8.370 ລ້ານໂດລາ, ເພີ່ມຂຶ້ນ 2%, ນໍາເຂົ້າບັນລຸ 7.189 ລ້ານໂດລາ, ເພີ່ມຂຶ້ນ 5%. ເຮັດໃຫ້ ສປປ ລາວ ເກີນດຸນການຄ້າ 1.181 ລ້ານໂດລາ, ຂະນະທີ່ການລາຍງານກ່ອນໜ້ານີ້ ທີ່ຍັງບໍ່ລວມການນໍາເຂົ້າ-ສົ່ງອອກ ໄຟຟ້າ ໂດຍສັງລວມມາແຕ່ລະເດືອນເຫັນວ່າ ລາວຂາດດຸນການຄ້າ 1.417,8 ລ້ານໂດລາ.

ການລາຍງານດັ່ງກ່າວ, ບົ່ງຊີ້ວ່າ ການສົ່ງອອກໄຟຟ້າ ເປັນປັດໄຈສຳຄັນໃນການເຮັດໃຫ້ການຄ້າກັບຕ່າງປະເທດຂອງ ສປປ ລາວ ເກີນດຸນ ຊຶ່ງໄຟຟ້າ ເປັນສິນຄ້າທີ່ມີມູນຄ່າສົ່ງອອກສູງສຸດ ລື່ນການສົ່ງອອກຄໍາປະສົມ-ຄໍາແທ່ງ. ຂໍ້ມູນໄດ້ເປີດເຜີຍວ່າ: ສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ໄຟຟ້າ 2.382 ລ້ານໂດລາ, ຄຳປະສົມ-ຄຳແທ່ງ 703 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 467 ລ້ານໂດລາ, ແຮ່ທອງ 425 ລ້ານໂດລາ, ແຮ່ເຫຼັກ 411 ລ້ານໂດລາ, ເກືອກາລີ 401 ລ້ານໂດລາ, ມັນຕົ້ນ 333 ລ້ານໂດລາ, ຢາງພາລາ 310 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 284 ລ້ານໂດລາ ແລະ ນ້ຳຕານ 265 ລ້ານໂດລາ.

ສ່ວນສິນຄ້ານໍາເຂົ້າ 10 ອັນດັບ ປະກອບມີ: ນ້ຳມັນກາຊວນ 952 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 606 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 580 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 451 ລ້ານໂດລາ, ນໍ້າມັນແອັດຊັງ, ແອັດຊັງພິເສດ 428 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 344 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 314 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພາສຕິກ 231 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 224 ລ້ານໂດລາ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 223 ລ້ານໂດລາ.

ລາຍງານຍັງໃຫ້ຮູ້ອີກວ່າ: ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍໃນ 5 ອັນດັບມີ: ໄທ ປະມານ 2.884 ລ້ານໂດລາ, ຈີນ ປະມານ 2.504 ລ້ານໂດລາ, ຫວຽດນາມ ປະມານ 1.391 ລ້ານໂດລາ, ອົສຕຣາລີ ປະມານ 385 ລ້ານໂດລາ ແລະ ກໍາປູເຈຍ ປະມານ 200 ລ້ານໂດລາ. ສ່ວນປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍໃນ 5 ອັນດັບມີ: ໄທ ປະມານ 3.334 ລ້ານໂດລາ, ຈີນ ປະມານ 2.393 ລ້ານໂດລາ, ຫວຽດນາມ ປະມານ 349 ລ້ານໂດລາ, ສະຫະລັດອາເມຣິກາ 226 ລ້ານໂດລາ ແລະ ຍີ່ປຸ່ນ ປະມານ 159 ລ້ານ ໂດລາ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments