Saturday, July 27, 2024
Homeຂ່າວໜ້າໜຶ່ງຫົວໜ້າ ອອປສ ຕ້ອນຮັບ ທູດອາເມລິກາ ປະຈຳ ລາວ ຄົນໃໝ່

ຫົວໜ້າ ອອປສ ຕ້ອນຮັບ ທູດອາເມລິກາ ປະຈຳ ລາວ ຄົນໃໝ່

ໃນວັນທີ 11 ມີນາ 2024 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຮິດເຕີ້ ໂລດ ວາເລຍວາ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ໃນໂອກາດໄດ້ຮັບການແຕ້ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຄົນໃໝ່.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ ຮິດເຕີ້ ໂລດ ວາເລຍວາ ທີ່ຖືກແຕ່ງຕັ້ງມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນ ໃໝ່ ປະຈຳ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືລະ ຫວ່າງ ລາວ ກັບສະຫະລັດອາເມລິກາ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງສະແດງຄວາມຫວັງວ່າ ຕະຫລອດໄລຍະໃນການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດປະຈຳລາວ ທ່ານທູດຈະສືບຕໍ່ຢ່າງຕັ້ງໜ້າເຂົ້າໃນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອຳນວຍຄວາມສະດວກ ໃຫ້ທ່ານທູດສາມາດເຮັດໜ້າທີ່ ທີ່ໄດ້ຮັບມອບໝາຍຢ່າງມີຜົນສຳເລັດ.

ໂອກາດນີ້, ທ່ານ ນາງ ຮິດເຕີ້ ໂລດ ວາເລຍວາ ກໍໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຢືນຢັນວ່າ ຈະຕັ້ງໜ້າປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃນຄັ້ງນີ້ ໃຫ້ປະສົບຜົນສຳເລັດ ແລະ ເກີດຜົນປະໂຫຍດສູງສຸດ ໂດຍຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນອັນດີງາມ ແລະ ການຮ່ວມມື, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ຂ່າວ: ສຸກ ອອປສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments