Home ທຸລະກິດ ລົດໄຟ ລາວ-ຈີນ ເພີ່ມຈຸດຈອດສະຖານີ ລົດໄຟສາກົນ ຖ້ຽວ C88/7 ອີກ 2 ຈຸດ

ລົດໄຟ ລາວ-ຈີນ ເພີ່ມຈຸດຈອດສະຖານີ ລົດໄຟສາກົນ ຖ້ຽວ C88/7 ອີກ 2 ຈຸດ

0
69

ນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນໄປ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ເພີ່ມຈຸດຈອດສະຖານີ 2 ຈຸດ ສຳລັບລົດໄຟສາກົນຖ້ຽວ C88/7 ຄື: ສະຖານີເມືອງໄຊ (ເບື້ອງລາວ) ແລະ ສະຖານີຢູ້ຊີ (ເບື້ອງຈີນ). ສໍາລັບເບື້ອງລາວ ປັດຈຸບັນປະກອບມີ 5 ສະຖານີ ຄື: ສະຖານີນະ ຄອນຫລວງວຽງຈັນ, ສະຖານີວັງວຽງ, ສະຖານີຫລວງພະບາງ, ສະຖານີບໍ່ເຕ່ນ ແລະ ສະຖານີເມືອງໄຊ(ເພີ່ມໃໝ່) ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທັງພາຍໃນ ແລະ ຜູ້ໂດຍສານສາກົນ ທີ່ຈະເດີນທາງໄປຍັງ 2 ສະຖານີດັ່ງກ່າວ ເພື່ອປະຕິບັດໜ້າທີ່ວຽກງານ, ທ່ອງທ່ຽວ, ສຶກສາ, ດໍາເນີນທຸລະກິດ ແລະ ອື່ນໆ.

ນອກນີ້, ຍັງໄດເພີ່ມຈຸດຈອດສະຖານີໂພນໂຮງ ສໍາລັບ ຂະບວນລົດໄຟຖ້ຽວ C84 ແລະ ປັບເວລາເດີນທາງຂອງຖ້ຽວ C85, C92, C84, K12 ແລະ K11 ໃນບາງສະຖານີຕື່ມອີກ ເພື່ອອໍານວຍຄວາມສະດວກໃນການເດີນທາງຂອງປະຊາຊົນໃຫ້ດີຍິ່ງຂຶ້ນ.

ຂໍ້ມູນ-ພາບ: ລົດໄຟ ລາວ-ຈີນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here