Saturday, July 27, 2024
Homeຂ່າວພາຍໃນຮອງປະທານປະເທດ ຢ້ຽມຢາມ ໂຄງການຊົນລະກະເສດ ຊົນນະບົດຮອບດ້ານ ເມືອງຈຳພອນ

ຮອງປະທານປະເທດ ຢ້ຽມຢາມ ໂຄງການຊົນລະກະເສດ ຊົນນະບົດຮອບດ້ານ ເມືອງຈຳພອນ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 9 ມີນາ 2024 ຜ່ານມາ,ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ໂຄງການຊົນລະກະເສດຊົນນະບົດຮອບດ້ານ ທີ່ເມືອງຈຳພອນ ໂດຍການຕ້ອນຮັບຂອງ ທ່ານ ວົງສະຫັວນ ວຽງມະນີ ເຈົ້າເມືອງຈຳພອນ ພ້ອມຄະນະ ເຊິ່ງໂຄງການດັ່ງກ່າວໄດ້ຮັບທຶນກູ້ຢືມ ຈາກ ສ ເກົາຫລີ, ມີມູນຄ່າກໍ່ສ້າງ 12 ລ້ານໂດລາສະຫະລັດ, ໄລຍະຈັດຕັ້ງປະຕິບັດການກໍ່ສ້າງໂຄງການ 36 ເດືອນແຕ່ປີ 2020-2024.

ໂຄງການດັ່ງກ່າວ, ໄດ້ເປີດການທົດລອງນໍາໃຊ້ໃນປີ 2024 ໂດຍສະເພາະແມ່ນຫົວງານຈັກສູບນໍ້າລະຫານໍ້າ ເຊິ່ງຈະສາມາດສະໜອງນໍ້າໃຫ້ລະດູນາແຊງ 2024-2025 ແລະ ຍັງມີບາງວຽກເພື່ອສືບຕໍ່ກໍ່ສ້າງ ໂດຍສະເພາະແມ່ນການກໍ່ສ້າງຄອງເໝືອງຂັ້ນສອງ ແລະ ຂັ້ນສາມ ເພື່ອສາມາດສະໜອງນໍ້າໃຫ້ສະດວກຂຶ້ນຕື່ມ ແລະ ສາມາດຫົດເນື້ອທີ່ນາໄດ້ທັງໝົດ 50 ເຮັກຕາ, ມີ 40 ຄອບຄົວ, ມີປະຊາຊົນໄດ້ຮັບຜົນປະໂຫຍດທັງໝົດ 4 ບ້ານຄື: ບ້ານໂພນມ່ວງ, ໂພນສະອາດ, ໂພນໂດກ ແລະ ບ້ານພາຍຂອງ. ສ່ວນການຜະລິດເຂົ້ານາແຊງ ແມ່ນສາມາດປະຕິບັດໄດ້ແລ້ວ 95%, ສ່ວນທີ່ເຫລືອແມ່ນ ປັບປຸງດິນຄືນໃໜ່ໃຫ້ສົມບູນ.

ໃນໂອກາດດຽວກັນນີ້, ທ່ານ ຮອງ ປະທານປະເທດ ຍັງໄດ້ເນັ້ນໃຫ້ ໂຄງການດັ່ງກ່າວ ປັບດິນໃຫ້ຮາບພຽງຕື່ມ ເພື່ອເຮັດໃຫ້ການຜະລິດເຂົ້າຂອງປະຊາຊົນມີປະສິດທິຜົນ ແລະ ຄຸນນະພາບ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments