Saturday, July 27, 2024
Homeຂ່າວພາຍໃນຄະນະສິລະປິນ 3 ຊາດ ຮ່ວມປີດວາງສະແດງສິລະປະ

ຄະນະສິລະປິນ 3 ຊາດ ຮ່ວມປີດວາງສະແດງສິລະປະ

ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີເປີດງານວາງສະແດງສິລະປະຮ່ວມ ລະຫວ່າງ ໂຮງຮຽນວິຈິດສິນ ແຂວງສະຫວັນນະເຂດ ສປປ ລາວ – ມະຫາວິທະຍາໄລສິລະປະ, ມະຫາວິທະຍາໄລເຫວ້ ສສ ຫວຽດນາມ ແລະ ສະມາຄົມສິລະປິນອີສານ, ຄະນະສິລະປະກຳມະສາດ, ວັດທະນະທຳມະສາດ ມະຫາວິທະຍາໄລ ມະຫາສາລະຄາມ ແຫ່ງຣາຊະອະນາຈັກໄທ ຈັດຂຶ້ນໃນວັນທີ 10 ມີນາ 2024 ທີ່ຫໍພິພິທະພັນແຂວງສະຫວັນນະເຂດ ໂດຍມີ ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ທ່ານ ນາງ ດັງທິ ຫ້າຍ ເຕິມ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ, ທ່ານ ນາງ ທິຕິຍາ ປານມະນີ ຮັກສາການກົງສູນໃຫຍ່ແຫ່ງ ຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ພ້ອມດ້ວຍນັກສິລະປິນທັງ 3 ຊາດເຂົ້າຮ່ວມ.

ທ່ານ ບຸນປອນ ແກ້ວມະນີ ຮັກສາການຜູ້ອຳນວຍການໂຮງຮຽນວິຈິດສິນ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ ກໍເພື່ອເປັນການປະກອບສ່ວນໃນງານເປີດປີທ່ອງທ່ຽວ 2024 ທີ່ແຂວງສະຫວັນນະເຂດຈັດຂຶ້ນ, ເພື່ອຍົກບົດບາດຂອງວຽກງານວິຈິດສິນໃຫ້ເປີດກວ້າງຕໍ່ສັງຄົມຍິ່ງຂຶ້ນ, ໂຄສະນາເຜີຍແຜ່ສິລະປະວັດທະນະທຳ, ວິຖີຊີວິດ-ສັງຄົມ ແລະ ອື່ນໆ ຜ່ານແນວຄິດຈິນຕະນາການຂອງສິລະປິນສະທ້ອນອອກມາເປັນງານສິລະປະອັນມີຄຸນຄ່າສູງທາງດ້ານຈິດໃຈ. ພ້ອມນີ້, ກໍເພື່ອເສີມຂະຫຍາຍຂອບເຂດການພົວພັນ ຮ່ວມມືເຊິ່ງກັນ ແລະ ກັນ ລະຫວ່າງ ໂຮງຮຽນວິຈິດສິນ ແຂວງສະຫວັນນະເຂດ ສປປ ລາວ-ມະຫາວິທະຍາໄລສິລະປະ, ມະຫາວິທະຍາໄລເຫວ້ ສສ ຫວຽດນາມ ແລະ ສະມາຄົມສິລະປິນອີສານ, ຄະນະສິລະປະກຳມະສາດ, ວັດທະນະທຳມະສາດ ມະຫາວິທະຍາໄລມະຫາສາລະຄາມ ແຫ່ງຣາຊະອະນາຈັກໄທ. ພ້ອມທັງເປັນການຮັດແໜ້ນສາຍພົວພັນລະຫວ່າງ 3 ຊາດ ລາວ, ຫວຽດນາມ ແລະ ໄທ ໂດຍສະເພາະການພົວພັນ ແລກປ່ຽນ ຮ່ວມມືກັບມະຫາວິທະຍາໄລສິລະປະ, ມະຫາວິທະຍາໄລເຫວ້ ສສ ຫວຽດນາມ ເປັນການລິເລີ່ມການປະຕິບັດຕາມເນື້ອໃນ ບົດບັນທຶກຄວາມເຂົ້າໃຈ (MOU) ໃຫ້ປາກົດຜົນເປັນຈິງ, ທັງເປັນການເພີ່ມທະວີຄວາມສາມັກຄີກັບສະມາຄົມສິລະປິນອີສານແຫ່ງຣາຊະອະ ນາຈັກໄທ ໃຫ້ເຕີບໃຫຍ່ເຂັ້ມແຂງໄປພ້ອມໆກັນ.

ງານວາງສະແດງຜົນງານສິລະປະຄັ້ງນີ້, ມີສິລະປິນຈາກ 3 ຊາດ ລາວ-ຫວຽດນາມ-ໄທ ເຂົ້າຮ່ວມ 51 ທ່ານ ເຊິ່ງຜົນງານທັງໝົດມີ 60 ກວ່າຜົນງານ ເຊິ່ງມີຄວາມຫລາກຫລາຍທາງດ້ານສີສັນ, ເຕັກນິກ ແລະ ເນື້ອໃນລ້ວນສະທ້ອນເຖິງສິລະປະວັດທະນະທຳ, ວິຖີຊີວິດ-ສັງຄົມ, ຈິນຕະນາການຂອງຜູ້ສ້າງສັນອັນບົ່ງບອກເຖິງເອກະລັກຂອງຊາດນັ້ນໆ.

ຂ່າວ-ພາບ: ອັກສອນສິນ ພົມມະຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments