Saturday, July 27, 2024
Homeຂ່າວພາຍໃນ114 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວັນແມ່ຍິງສາກົນ

114 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວັນແມ່ຍິງສາກົນ

ວັນແມ່ຍິງສາກົນ ເປັນວັນທີ່ມີຄວາມໝາຍສໍາຄັນວັນໜຶ່ງ ເປັນເຫດການການເມືອງທີ່ສຳຄັນເປັນ ຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທຳມາໃຫ້ແມ່ຍິງຊາວຜູ້ອອກແຮງງານຢູ່ທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄືກັບເພດຊາຍ ແລະ ໃນດ້ານແນວທາງນະໂຍບາຍ ແລະ ກົນໄກການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປ ລາວ ຢູ່ໃນເວທີສາກົນ ແລະ ອາຊຽນ, ສະຫະພັນແມ່ຍິງລາວຍັງໄດ້ພົວພັນຮ່ວມມືກັບສະຫະພັນແມ່ຍິງບັນດາປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ ຊຶ່ງໄດ້ເພີ່ມທະວີ ແລະ ສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດ ຂອງພັກ-ລັດ ໃນການເປີດກວ້າງການພົວພັນ ແລະ ຮ່ວມມືກັບບັນດາປະເທດໃນຂົງເຂດອາຊຽນ ແລະ ໃນໂລກ, ສູນກາງສະຫະພັນແມ່ຍິງລາວ ໄດ້ຕັ້ງໜ້າປະກອບສ່ວນ ແລະ ເຂົ້າຮ່ວມຂະບວນການຕ່າງໆຂອງພັກ-ລັດ, ສືບຕໍ່ຂະຫຍາຍການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກັບອົງການຈັດຕັ້ງແມ່ຍິງບັນດາປະເທດເພື່ອນມິດ, ບັນດາປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆ ອັນເຮັດໃຫ້ການພົວພັນຮ່ວມມືນັບມື້ຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ.

ທ່ານ ນາງ ຫຼ້າ ຄຸນນະວີສາ ຮອງຫົວໜ້າຫ້ອງການ ຮອງໜ່ວຍສະຫະພັນແມ່ຍິງກອງທັບໄດ້ໃຫ້ສຳພາດວ່າ: ໃນໄລຍະ 1 ປີຜ່ານມາ ໂດຍປະຕິບັດຕາມທິດຊີ້ນຳຄະນະພັກກະຊວງປ້ອງກັນປະເທດ ແລະ ສູນກາງສະຫະພັນແມ່ຍິງລາວ, ຄະນະຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມຄະນະນຳສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ເຄື່ອນໄຫວຕາມພາລະບົດບາດ ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ ແລະ ເປັນພື້ນຖານໃນການເຄື່ອນໄຫວວຽກງານຮອບດ້ານຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາດ້ວຍຫຼາຍຮູບ, ຫຼາຍວິທີການທີ່ແທດເໝາະກັບສະພາບຄວາມເປັນຈິງຂອງອົງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ດ້ວຍການປຸກລະດົມຂະບວນການຕ່າງໆຂອງເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງໃນທົ່ວກອງທັບຢ່າງເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ, ເຮັດໃຫ້ເອື້ອຍນ້ອງແມ່ຍິງກອງທັບມີຄວາມຮັບຮູ້, ເຂົ້າໃຈ ແລະ ກຳໄດ້ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ກົດລະບຽບຂອງສະຫະພັນແມ່ຍິງລາວວາງອອກເຂັ້ມງວດ ແລະ ກຳໄດ້ເນື້ອໃນປະຫວັດສາດສຳຄັນຕ່າງໆດ້ວຍການເຂົ້າຮ່ວມເຊື່ອມຊຶມບັນດາເອກະສານຕ່າງໆຕາມແຕ່ລະໄລຍະ ແລະ ໄດ້ປະກອບສ່ວນຊຸກຍູ້ດ້ານວຽກງານວິຊາສະເພາະ ບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານ ແຕ່ລະຄັ້ງແມ່ນໄດ້ເຮັດຕາມຂັ້ນຕອນ, ຂັ້ນກະຊວງ ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າການຈັດຕັ້ງເຜີຍແຜ່ ແລະ ນຳໄປເຜີຍແຜ່ຢູ່ບັນດາກົມກອງຮາກຖານໃນທົ່ວກຳລັງຫຼວງຈຳນວນ 38 ກົມກອງຢ່າງທົ່ວເຖິງ, ຜ່ານມາຍັງໄດ້ປະກອບສ່ວນເຂົ້າໃນວັນບຸນຕ່າງໆ ເປັນຕົ້ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໄດ້ສ້າງເປັນຂະບວນການຟົດຟື້ນ ເວົ້າລວມ ເວົ້າສະເພາະເຂົ້າຮ່ວມທຸກຂະບວນການຂອງກະຊວງຈັດຂຶ້ນ ແລະ ປະຕິບັດໜ້າທີ່ ທີ່ມອບໝາຍເປັນອະນຸກຳມະການການຍ່າງເພື່ອສຸຂະພາບໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ຮ່ວມກັບແນວລາວສ້າງຊາດສຳເລັດໄປດ້ວຍດີ, ເຂົ້າຮ່ວມຊົມການສະແດງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ຢູ່ວິທະຍາຄານກົມມະດຳ ແລະ ບັນດາກະຊວງໄດ້ມາອວຍພອນຫ້ອງການສະຫະພັນແມ່ຍິງກອງທັບຢ່າງເປັນຂະບວນຟົດຟື້ນ. ນອກຈາກນັ້ນ ໄດ້ຊຸກຍູ້ບັນດາກົມກອງ, ພະແນກການ, ຂະແໜງ ແລະ ໜ່ວຍເອກະລາດທີ່ຂຶ້ນກັບຫ້ອງການສະຫະພັນແມ່ຍິງໃຫ້ເປັນເຈົ້າການຈັດຕັ້ງຂະບວນການດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມ 3 ຂັ້ນຂອງພັກ ແລະ ກອງປະຊຸມ 3 ຂັ້ນຂອງເອື້ອຍນ້ອງແມ່ຍິງ ແລະ ຍັງສຸມໃສ່ກອງປະຊຸມຂັ້ນພະແນກ, ຂະແໜງ ປັດຈຸບັນທາງຫົວໜ້າຫ້ອງການກໍໄດ້ລົງບັນດາກົມກອງຮາກຖານ ເພື່ອເກັບກຳເອົາຜົນງານວຽກງານ 3 ດີ, ວຽກງານກອງທຶນ ແລະ ຄອບຄົວຕົວແບບ ເພື່ອກຽມໃສ່ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ 9 ທີ່ຈະເປີດຂຶ້ນໃນທ້າຍປີ 2024 ຊຶ່ງໄດ້ຊຸກຍູ້ໃຫ້ແຕ່ລະໜ່ວຍງານເຄື່ອນໄຫວຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ ແລະ ໄດ້ປຸກລະດົມທຸກພາກສ່ວນເປັນຂະບວນການທີ່ດີຫຼາຍ.

ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີ ທີ່ຈະໄດ້ໝູນວຽນມາເຖິງ ໃນນາມຕາງໜ້າຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍເອື້ອຍນ້ອງສະຫະພັນແມ່ຍິງທົ່ວກະຊວງປ້ອງກັນປະເທດ ອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ, ການນຳສະຫະພັນແມ່ຍິງສູນກາງ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຈົ່ງມີສຸຂະພາບເຂັ້ມແຂງ ມີອາຍຸໝັ້ນຂວັນຍືນ, ປະຕິບັດໜ້າທີ່ອັນມີກຽດດ້ວຍຜົນສຳເລັດ ແລະ ສືບຕໍ່ຊີ້ນຳ-ນຳພາອົງການຈັດຕັ້ງສະຫະພັນແມ່ຍິງລາວ ເວົ້າລວມ ເວົ້າສະເພາະສະຫະພັນແມ່ຍິງກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂດຍ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments