Wednesday, May 15, 2024
Homeທ່ອງທ່ຽວເປີດປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ຕິດພັນກັບງານສະຫວັນສຸກສັນຫັນສາ

ເປີດປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ຕິດພັນກັບງານສະຫວັນສຸກສັນຫັນສາ

ພິທີເປີດປີທ່ອງທ່ຽວລາວ 2024 ທີ່ ແຂວງສະຫວັນນະເຂດ ຕິດພັນກັບງານສະ ຫວັນສຸກສັນຫັນສາ ພາຍໃຕ້ຄໍາຂວັນທີ່ວ່າ: “ທ່ອງທ່ຽວລາວ-ທ່ອງທ່ຽວແຂວງສະຫວັນນະເຂດປອດໄພ, ມ່ວນຊື່ນ-ຊື່ນໃຈໃນວັດທະນະທຳ, ທຳມະຊາດແລະປະຫວັດ ສາດ” ຈັດຂຶ້ນໃນຕອນແລງວັນທີ 10 ມີນາ 2024 ທີ່ເທດສະບານຕົວເມືອງເກົ່າ, ນະຄອນໄກສອນພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນ ກາງພັກ, ຮອງປະທານປະເທດ, ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍການນໍາພັກ-ລັດຈາກສູນກາງ, ແຂກຮັບເຊີນ ແລະ ມວນຊົນຊາວແຂວງສະຫວັນນະເຂດ.

ປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ໄດ້ກໍານົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນ-ມີຮູບນັກທ່ອງທ່ຽວ ເປັນສັນຍາລັກການທ່ອງທ່ຽວໂດດເດັ່ນທາງດ້ານແຫຼ່ງທ່ອງທ່ຽວ ແລະ ອາຫານທີ່ເປັນເອກະລັກສະເພາະຂອງແຂວງ ໂດຍກໍານົດທັງໝົດ 26 ກິດຈະກໍາ ໃນນັ້ນ ມີ 2 ກິດຈະກໍາລະດັບຊາດ, ມີ 09 ກິດຈະກໍາລະດັບແຂວງ ແລະ 15 ກິດຈະກໍາລະດັບເມືອງ-ນະຄອນ. ສະເພາະກິດຈະກໍາໃນໂອກາດເປີດງານໃນຄັ້ງນີ້ ລວມມີ: ການສະແດງສິນລະປະ-ວັນນະຄະດີ, ການສະແດງກ້ອນກໍາລັງສວນສະໜາມຕົວແທນຂອງພະແນກການ, ເມືອງ-ນະຄອນ, ຊັ້ນຄົນຕ່າງໆ ລວມທັງໝົດ 1.058 ກວ່າຄົນ ແລະ ອື່ນໆ

ງານສະຫວັນສຸກສັນຫັນສາທີ່ ເລີ່ມແຕ່ວັນທີ 10- 17 ມີນາ 2024 ມີກິດຈະກໍາທີ່ສໍາຄັນ ເປັນຕົ້ນ: ງານຕະຫຼາດນັດວາງສະແດງຈໍາໜ່າຍສິນຄ້າ ແລະ ເທສະການອາ ຫານໂດຍມີຜູ້ເຂົ້າຮ່ວມຈາກບັນດາຜູ້ປະກອບການຫ້າງຮ້ານພາຍໃນແຂວງທັງພາກລັດ ແລະ ເອກະຊົນ, ການໃສ່ບາດພຣະສົງ 108 ອົງຢູ່ແຄມນໍ້າຂອງໃນແຕ່ລະເຊົ້າ, ຊົມການສະແດງສິລະປະ ແລະ ວັດທະນະທໍາຈາກພາກສ່ວນຕ່າງໆ ໃນແຕ່ລະຄໍ່າຄືນ, ການປະກວດຟ້ອນກອງຕຸ້ມ-ກອງຫາງພື້ນບ້ານ, ການປະກວດ-ແຂ່ງຂັນການເປົ່າແຄນ, ການສະແດງ ລົງຄວ້າງເຂັນຝ້າຍ ວິຖີຊີວິດຂອງຊົນເຜົ່າຜູ້ໄທ, ການປະກວດ-ແຂ່ງຂັນເທສະການອາຫານພື້ນບ້ານ ເປັນຕົ້ນ: ປີ້ງໄກ່ແຊບເຊໂນ, ຕໍາໝາກຮຸ່ງ-ໝາກຖົ່ວ ແລະ ອາຫານອື່ນໆ, ຖະໜົນຄົນຍ່າງຂອງພີ່ນ້ອງສະມາຄົມຊາວຫວຽດ ນາມ ແລະສະມາຄົມຊາວຈີນ ເພື່ອຈໍາໜ່າຍ-ບໍລິການອາຫານອັນແຊບຊ້ອຍ ທີ່ເປັນເອກະລັກສະເພາະຕົວຂອງຊາວຫວຽດກຽວ ແລະ ຊາວຈີນ.

ນອກຈາກນັ້ນ ຍັງຈະມີການຈັດກອງປະຊຸມສໍາມະນາໃນຫົວຂໍ້ “ການພັດທະນາການທ່ອງທ່ຽວຂອງແຂວງ”, ກອງປະຊຸມສໍາມະນາໃນຫົວຂໍ້ “ຜ້າຝ້າຍງາມແທ້ເຮີ້ຍ”, ກິດຈະກໍາຫຼີ້ນເກມ ຝຶກທັກສະສໍາລັບເດັກນ້ອຍ, ກິດຈະກໍາງານໂຊ“ພາຫະນະເກົ່າຍ້ອນຍຸກ”ຂອງທິມງານລົດເກົ່າ, ການສະແດງ “ເຈັດສະກີໃນແມ່ນໍ້າຂອງ”, ການວາງສະແດງຮູບແຕ້ມຂອງກຸ່ມສິລະປິນແຕ້ມຮູບທີ່ມີຊື່ສຽງພາຍໃນ ແລະ ຕ່າງປະເທດ, ພິເສດມີລາຍການເດີນແບບການກຸສົນ, ການນຸ້ງເຄື່ອງຍ້ອນຍຸກທົດສະວັດທີ 70 – 80 ແລະ ປະມູນເຄື່ອງໃຊ້ສ້ອຍ, ຟ້ອນລໍາວົງສາມັກຄີມ່ວນຊື່ນ ແລະ ອື່ນໆ.

ໃນໂອກາດກ່າວເປີດປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດຄັ້ງນີ້ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ຮຽກຮ້ອງມາຍັງທຸກພາກ ສ່ວນຈົ່ງຮ່ວມແຮງຮ່ວມໃຈກັນເປັນເຈົ້າພາບທີ່ດີຮັບແຂກບ້ານ-ແຂກເມືອງດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ໂອບເອື້ອອາລີ, ມີນ້ຳໃຈໄມຕີຈິດມິດຕະພາບ, ມີນ້ຳໃຈນອບນ້ອມຕາມປະເພນີອັນດີງາມຂອງແຂວງສະຫວັນນະເຂດເຮັດໃຫ້ນັກທ່ອງ ທ່ຽວຮູ້ສຶກອົບອຸ່ນ ມີຄວາມສຸກກາຍສະບາຍໃຈມີຄວາມປອດໄພມີຄວາມຮູ້ສຶກເໝືອນຢູ່ບ້ານຢູ່ເຮືອນຂອງຕົນເອງ, ສ້າງຄວາມປະທັບໃຈມາທ່ຽວແລ້ວມາທ່ຽວອີກເພື່ອໃຫ້ແຂວງສະຫວັນນະເຂດພັດທະນາຢ່າງໝັ້ນທ່ຽງຍືນຍົງຍາວນານກ້າວໄປໜ້າຢ່າງແຈ່ມໃສ.

ມາທ່ອງທ່ຽວແຂວງສະຫວນນະເຂດຕາມຄຳໂຄງທ່ອງທ່ຽວ 3 ໄຫວ້, 4 ເບິ່ງ ແລະ 5 ຊົມຂອງແຂວງ. ປັດຈຸບັນ ທົ່ວແຂວງສະຫວັນນະເຂດ ມີແຫຼ່ງທ່ອງທ່ຽວທັງໝົດ 116 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທໍາມະຊາດ 74 ແຫ່ງ, ປະຫວັດສາດ 13 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ 29 ແຫ່ງ, ມີຫົວໜ່ວຍທຸລະກິດໂຮງ ແຮມ 47 ແຫ່ງ, ເຮືອນພັກ 167 ແຫ່ງ, ລີສອດ 2 ແຫ່ງ, ຮ້ານອາຫານ ແລະຮ້ານກິນດື່ມ 258 ແຫ່ງ, ພັດທະຄານ 4 ແຫ່ງ ແລະ ມີບໍລິສັດທ່ອງທ່ຽວ 12 ແຫ່ງ.

ທ່ຽວສະຫວັນ ໄຫວ້ພຣະທາດອີງຮັງ ວັນທັງພຣະທາດໂພ່ນ

ມົນຂັງ ຫໍພຣະໄຕປີດົກ ມໍລະດົກຕົວເມືອງເກົ່າປະຫວັດສາດ

ດົງນາຕາດ ທໍາມະຊາດສົດໃສ ເຂດເສດຖະກິດພິເສດ ອຸດສາຫະກໍາ ກ້າວໄກ

ປີ້ງໄກ່ເຊໂນ ແດນໝາກໂມຫວານ ເຂົ້າສະຫວັນ ຫອມຫວນ

ມ່ວນສຽງລໍາສີ່ທໍານອງ ບໍ່ຄໍາ-ທອງຊັບປະເສີດ

ແຫຼ່ງກໍາເນີດໄດໂນເສົາ ຖິ່ນລໍາເນົາວິຣະບູລຸດແຫ່ງຊາດລາວ.

Cr: BT, ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments