Saturday, July 27, 2024
Homeຂ່າວການເມືອງກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດ ປະຈຳປີ 2023

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດ ປະຈຳປີ 2023

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ໄດ້ຈັດຂຶ້ນໃນວັນທີ 7 ມີນາ ນີ້ ທີ່ ກະຊວງປ້ອງກັນປະເທດ ແບບປົກກະຕິ ແລະ ແບບທາງໄກ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ), ມີທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮອງປະທານ ຄພສ, ມີບັນດາຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ນະຄອນຫຼວງວຽງຈັນ (ນວ), ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍ-ຄວາມສໍາຄັນ ເພື່ອສ້າງຄວາມເປັນເອກະພາບສູງ ແລະ ສ້າງຄວາມກຽມພ້ອມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນຂອບເຂດທົ່ວປະເທດ. ໃນປີ 2023 ຜ່ານມາ ໄດ້ມີເຫດການໄພພິບັດທີ່ເກີດຂຶ້ນ ຊຶ່ງມີທັງໄຟໄໝ້ລາມປ່າ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ໂດຍສະເພາະເຫດໄຟໄໝ້ລາມປ່າຢູ່ເຂດພູພະນັງ ນວ, ລົມພາຍຸພັດ, ດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຂັງ ໄລຍະທ້າຍເດືອນກໍລະກົດ ຫາຕົ້ນເດືອນສິງຫາ ມີທັງໝົດ 12 ແຂວງ ໄດ້ຮັບຜົນກະທົບຈາກລົມພາຍຸພັດມີດິນເຊາະເຈື່ອນ, ນໍ້າຖ້ວມ ແລະ ໄດ້ສ້າງຜົນເສຍຫາຍຫຼາຍສົມຄວນ. ຕໍ່ກັບສະພາບໄພພິບັດທີ່ເກີດຂຶ້ນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ, ຕິດຕາມ ຊຸກຍູ້ການຄວບຄຸມ, ແກ້ໄຂສຸກເສີນ, ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ບັນດາແຂວງ ໃຫ້ສາມາດກັບສູ່ສະພາບປົກກະຕິໄດ້ຢ່າງວອງໄວ, ໄດ້ຮີບຮ້ອນຟື້ນຟູຮີບດ່ວນດ້ານພື້ນຖານໂຄງລ່າງ, ດ້ານການຜະລິດກະສິກໍາ ແລະ ສະເໜີລັດຖະບານເອົາບັນດາໂຄງການຟື້ນຟູຫຼັງໄພພິບັດ ເຂົ້າໃນແຜນຟື້ນຟູປົກກະຕິໃນປີ 2024 ນີ້. ພ້ອມນີ້, ເພື່ອເປັນການປັບປຸງກົນໄກການປະສານງານຂອງຄະນະກໍາມະການຄຸ້ມຄອງໄພພິບັດຢູ່ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ຟື້ນຟູຫຼັງໄພພິບັດ ໃຫ້ໄດ້ຮັບຜົນດີ ໂດຍໄດ້ປັບປຸງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ຂັ້ນທ້ອງຖິ່ນ ເພີ່ມເອົາຂະແໜງແຜນການ ແລະ ການລົງທຶນເຂົ້າມາເປັນຄະນະກໍາມະການ; ຊຸກຍູ້ການສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃຫ້ສາມາດສະໜອງຕໍ່ວຽກງານການຕອບໂຕ້ສຸກເສີນ; ຊຸກຍູ້ການສ້າງແຜນຍຸດທະສາດຫຼຸດຜ່ອນຄວາມສ່ຽງໄພພິບັດຂັ້ນແຂວງ ແລະ ແຜນປະຕິບັດງານຫຼຸດຜ່ອນຄວາມສ່ຽງໄພພິບັດຂັ້ນເມືອງ ແລະ ສ້າງແຜນກຽມພ້ອມຕອບໂຕ້ໄພພິບັດປະຈໍາປີ ແຕ່ສູນກາງຮອດທ້ອງຖິ່ນ; ສ້າງຄວາມເຂັ້ມແຂງໃຫ້ພາກສ່ວນທີ່ກ່ຽວຂ້ອງໃນວຽກງານຄຸ້ມຄອງໄພພິບັດໃນຂອບເຂດທົ່ວປະເທດ; ຍົກລະດັບວຽກງານເຕື່ອນໄພ ໃຫ້ສັງຄົມສາມາດຮັບຮູ້ຂໍ້ມູນຂ່າວສານຢ່າງວ່ອງໄວ ຊັດເຈນ ໂດຍການສ້າງສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດ, ປັບປຸງສະຖານີອຸຕຸນິຍົມ ແລະ ສະຖານີອຸທົກກະສາດ, ກໍ່ສ້າງສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ແລະ ສະຖານີຕິດຕາມແຜ່ນດິນໄຫວ, ປັບປຸງສູນປະຕິບັດງານເຫດການສຸກເສີນຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ.

ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ ຫົວໜ້າກອງເລຂາ ຄພສ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈໍາປີ 2023, ທິດທາງແຜນການ ປີ 2024 ແລະ ແຜນກຽມພ້ອມຕອບໂຕ້ໄພພິບັດ ປີ 2024 ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດທັງໝົດ 76 ຄັ້ງ, ສົ່ງຜົນກະທົບຢູ່ 16 ແຂວງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຢູ່ 125 ເມືອງ, 937 ບ້ານ, 33.585 ຄອບຄົວ, 107.334 ຄົນ ຍິງ 53.058 ຄົນ, ເສຍຊີວິດ 10 ຄົນ ແລະ ເຮືອນຖືກເສຍຫາຍ 14 ຫຼັງ. ນອກນີ້, ຍັງສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງ, ເນື້ອທີ່ທໍາການຜະລິດຖືກກະທົບ, ໂຄງລ່າງພື້ນຖານເສັ້ນທາງ, ໂຮງຮຽນ, ໂຮງໝໍ, ສັບສົມບັດຂອງລັດ ແລະ ເອກະຊົນໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ ລວມມູນຄ່າເສຍຫາຍທັງໝົດ 1.114 ຕື້ກວ່າກີບ. ພ້ອມນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ຍັງເປັນສິ່ງທ້າທາຍ ເພື່ອເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໃນປີ 2024 ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.

(ຂ່າວ-ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments