Saturday, July 27, 2024
Homeຂ່າວພາຍໃນສະຫະພະພັນແມ່ຍິງ ຮວຜທ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫລອງວັນແມ່ຍິງສາກົນ

ສະຫະພະພັນແມ່ຍິງ ຮວຜທ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫລອງວັນແມ່ຍິງສາກົນ

ສະຫະພັນແມ່ຍິງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກິດຈະກໍາຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ 1899-8 ມີນາ 2024) ຄົບຮອບ 114 ປີ ໂດຍມີສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະອໍານວຍການ ແລະ ສະມາຊິກສະຫະພັນແມ່ຍີງ ທົ່ວໂຮງຮຽນເຂົ້າຮ່ວມ.

ສະຫາຍ ພັນເອກ ນາງ ຄຳມີ ບົດນາລີ ຮອງຫ້ອງການເມືອງ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍສຳຄັນ ຂອງວັນແມ່ຍິງສາກົນ ແລະ ບົດບາດຂອງແມ່ຍິງໃນສາກົນ ແລະ ພາກພື້ນ ໂດຍສະເພາະໃນ ສປປ ລາວ.

ຈາກນັ້ນ, ສະຫາຍ ພັນເອກ ສະແຫວງ ແດນນາມົນ ກໍໄດ້ກ່າວເປີດພິທີຢ່າງເປັນທາງການ ແລະ ນໍາພາຂະບວນຍ່າງເພື່ອສຸຂະພາບ ອ້ອມເດີ່ນໂຮງຮຽນ ແລະ ເຂົ້າຮ່ວມກິດຈະກຳການເຕັ້ນ 4 ຈັງຫວະເພງລາວຄື: ບັດສະລົບ, ດີໂບລ໋ອກ, ສາວຊຽງຂວາງ ແລະ ປາຄໍ່ໃຫຍ່. ທັງນີ້ ກໍເພື່ອເປັນການສ້າງກິດຈະກໍາໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ໄດ້ສຸຂະພາບແຂງແຮງ ທັງເປັນການຮັດແໜ້ນຄວາມສາມັກຄີ ຕື່ມອີກ.

(ຂ່າວ: ຊັ້ນ 1 ສົມໃຈນຶກ ສີປະເສີດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments