Saturday, July 27, 2024
Homeຂ່າວພາຍໃນທ່ານ ນາງ ວິດາລີ ຈັນທະຜາສຸກ ພູມໃຈໃນອາຊີບສະຖາປານິກ

ທ່ານ ນາງ ວິດາລີ ຈັນທະຜາສຸກ ພູມໃຈໃນອາຊີບສະຖາປານິກ

ເນື່ອງໃນໂອກາດ ວັນແມ່ຍິງສາກົນ, ວັນທີ 8 ມີນາ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024), ທ່ານ ນາງ ວິດາລີ ຈັນທະຜາສຸກ ຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງລາວ ຜູ້ບໍລິຫານໂຮງແຮມຜາສຸກ ວຽງຈັນທຣາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 7 ມີນາຜ່ານມາ ທີ່ໂຮງແຮມຜາສຸກ ວຽງຈັນທຣາ ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ທ່ານໄດ້ໃຫ້ຮູ້ວ່າ: ກ່ອນທີ່ມີແນວຄວາມຄິດຈະມາສ້າງໂຮງແຮມຜາສຸກ ວຽງຈັນທຣາ. ຂ້າພະເຈົ້າເອງແມ່ນມີອາຊີບເປັນນັກສະຖາປານິກ ແລະ ໄດ້ມີໂອກາດສ້າງໂຮງແຮມລະດັບ 5 ດາວຫຼາຍແຫ່ງ ໂດຍການຮ່ວມຮຽນຮູ້ ແລະ ຮ່ວມວຽກກັບສາກົນ ຊຶ່ງມີຜົນງານຢູ່ໃນນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ. ສິ່ງເຫຼົ່ານີ້ເປັນຈຸດປະກາຍໃຫ້ຕົນເອງເກີດມີຄວາມຄິດວ່າ ໃນເມື່ອເຮົາໄດ້ຄຸກຄີກັບການເຮັດວຽກນີ້ແລ້ວ, ມີປະສົບການຫຼາຍແລ້ວ, ເຮົາໜ້າຈະສ້າງໂຮງແຮມເປັນຂອງຕົນເອງຂຶ້ນ ໂດຍສາມາດອອກແບບເອງ, ກໍ່ສ້າງ, ຕົບແຕ່ງ ແລະ ກໍໃຊ້ແຮງງານຂອງຄົນລາວມາບໍລິຫານ, ລວມທັງພະນັກງານບໍລິການ ເພາະສະຖານທີ່ແຫ່ງນີ້ແມ່ນບ້ານເກີດເມືອງນອນຂອງເຮົາ. ເພື່ອໃຫ້ລູກຫຼານໄດ້ມີບ່ອນພັດທະນາ ຫຼື ຮຽນຮູ້ໃນວຽກງານການບໍລິຫານໂຮງແຮມ,

ການບໍລິການ-ບໍລິຫານດ້ານຕ່າງໆພາຍໃນໂຮງແຮມ ໃນໄລຍະຜ່ານມາໂຮງແຮມກໍມີສ່ວນຮ່ວມກັບໂຮງຮຽນ, ສະຖາບັນການສຶກສາ ໂດຍມີນັກຮຽນ-ນັກສຶກສາ ໄດ້ມາທັດສະນະ ເພື່ອເປັນການແລກປ່ຽນບົດຮຽນໃຫ້ຄວາມໄວ້ວາງໃຈ ໃຫ້ຂໍ້ແນະນໍາທີ່ດີເຊິ່ງກັນ ແລະ ກັນ. ນີ້ກໍເປັນແຮງບັນດານໃຈຈຸດໜຶ່ງທີ່ຜັກດັນໃຫ້ຕົນຢາກສ້າງໂຮງແຮມ; ສະນັ້ນ ເຮົາຕ້ອງມີຄວາມພ້ອມໃນການຮຽນຮູ້, ພັດທະນາຕົນທາງດ້ານແນວຄິດ, ການເວົ້າຈາ, ການຕິດຕໍ່ພົວພັນໃຫ້ດີຂຶ້ນ. ຈຸດເດັ່ນຂອງໂຮງແຮມຜາສຸກ ວຽງຈັນທຣາ ແມ່ນຕັ້ງຢູ່ຈຸດໃຈກາງຂອງນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງແຮມຂອງຄົນລາວເຮົາຮ້ອຍເປີເຊັນ ໂດຍມີການດໍາເນີນງານຕາມຂັ້ນຕອນຕາມລໍາດັບ ຊຶ່ງເຮັດໃຫ້ເຫັນໄດ້ເຖິງຄວາມເປັນຊາດລາວເຮົາແທ້ໆ ວ່າເປັນແບບໃດ.

ຜູ້ບໍລິຫານໂຮງແຮມຜາສຸກ ວຽງຈັນທຣາ ໃຫ້ຮູ້ອີກວ່າ: ໃນຖານະຕົນເອງມີອາຊີບເປັນສະຖາປານິກ ບວກກັບເປັນຄົນຊ່າງສັງເກດຈຶ່ງເຫັນໄດ້ວ່າ ການສ້າງຕັ້ງໂຮງແຮມຕ້ອງຕັ້ງຢູ່ຈຸດໃຈກາງຂອງເມືອງໃຫຍ່ ແລະ ມີທຳເລງາມ. ດັ່ງນັ້ນ, ຈຶ່ງໄດ້ເລືອກເອົາຈຸດໃຈກາງຂອງນະຄອນຫຼວງວຽງຈັນ ເປັນທີ່ຕັ້ງຂອງໂຮມແຮມຜາສຸກ ວຽງຈັນທຣາ ຊຶ່ງຢູ່ໃກ້ກັບສະຖານທີ່ທ່ອງທ່ຽວຊື່ດັງຂອງນະຄອນຫຼວງວຽງຈັນ. ນັ້ນກໍຄື ປະຕູໄຊ (ອະນຸສາວະລີ) ຊຶ່ງເປັນບ່ອນເອກອ້າງທະນົງໃຈ ແລະ ມີສໍານັກງານ ອົງການຈັດຕັ້ງຂອງສາກົນໄດ້ຈັດກິດຈະກໍາ, ເປັນບ່ອນຈັດງານພິທີສໍາຄັນຕ່າງໆຂອງຊາດ, ສິ່ງນີ້ ກໍເປັນການຕະຫຼາດຈຸດໜຶ່ງທີ່ດຶງດູດແຂກເຂົ້າມາພັກເຊົາຢູ່ໂຮງແຮມແຫ່ງນີ້. ນອກຈາກນີ້, ກໍຕ້ອງມີການບໍລິການທີ່ດີ ເພື່ອເຮັດໃຫ້ລູກຄ້າມີຄວາມເພິ່ງພໍໃຈ.

ຂ້າພະເຈົ້າ ເປັນຜູ້ໜຶ່ງທີ່ໄດ້ມີສ່ວນຮ່ວມເຂົ້າໃນສະມາຄົມນັກທຸລະກິດແມ່ຍິງລາວ ໂດຍໄດ້ປະກອບສ່ວນໃຊ້ຄວາມຮູ້ຄວາມສາມາດຂອງຕົນທີ່ມີ ເພື່ອໃຫ້ເກີດຜົນສໍາເລັດໃນເວລາອັນສັ້ນ ແລະ ກໍໄດ້ຮ່ວມໃນຄະນະສະມາຄົມສະຖາປານິກ ແລະ ວິສາວະກອນຂອງປະເທດລາວ ໂດຍໄດ້ເອົາຄວາມຮູ້ ຄວາມສາມາດ ແລະ ສະຫຼະເວລາໂດຍບໍ່ໄດ້ຫວັງຜົນຕອບແທນໃດໆ ໃນການປະຕິບັດວຽກງານຕົວຈິງເພື່ອສົ່ງຕໍ່ຜົນງານດີໆໃຫ້ຄົນຮຸ່ນໃໝ່. ໃນນັ້ນກໍໄດ້ປະກອບສ່ວນສ້າງຜົນງານໃນສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ ໃນວຽກງານຂອງຊົນຊາດ ຊົນເຜົ່າ ແລະ ສາສະໜາ ໂດຍໄດ້ລົງປະຕິບັດຕົວດ້ວຍຄວາມສະໝັກໃຈ.

ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114 ປີ ຂ້າພະເຈົ້າ ມີຄວາມຮູ້ສຶກເອກອ້າງທະນົງໃຈທີ່ສຸດ ທີ່ແມ່ຍິງລາວທຸກຊົນເຜົ່າ, ທຸກອົງການຈັດຕັ້ງ ແລະ ການນໍາຂອງພວກເຮົາ ບໍ່ວ່າທາງດ້ານວັດທະນະທໍາ, ຮີດຄອງປະເພນີ, ສິລະປະ ຊຶ່ງທຸກຄົນໄດ້ມີສ່ວນຮ່ວມ ໄດ້ສ້າງຜົນງານຮ່ວມກັນ ອັນໄດ້ສ້າງຄວາມເອີບອື່ມໃນຈິດໃຈຂອງຕົນໃນການມີສ່ວນຮ່ວມສ້າງຜົນງານ ໃນການປະກອບສ່ວນນໍາການຈັດຕັ້ງ ພັກ-ລັດ ແລະ ສັງຄົມ ການຮຽນຮູ້ສິ່ງໃໝ່ໆຂອງນະວັດຕະກໍາທີ່ທັນສະໄໝຂອງຫຼາຍໆປະເທດທີ່ເຂົ້າມາປະເທດລາວເຮົາ.

ໃນອົງການຈັດຕັ້ງທີ່ສໍາຄັນຂອງພັກ-ລັດກໍໄດ້ມີເອື້ອຍນ້ອງແມ່ຍິງຢູ່ໃນຕໍາແໜ່ງ ແລະ ປະຕິບັດໜ້າທີ່ສໍາຄັນ ໂດຍເຫັນໄດ້ມີການນໍາແມ່ຍິງຫຼາຍທ່ານ. ອັນນີ້ ແມ່ນຄວາມພາກພູມໃຈຂອງແມ່ຍິງ. ນອກຈາກເປັນແມ່ທີ່ດີແລ້ວ ກໍຍັງປະກອບສ່ວນເຂົ້າໃນໜ້າທີ່ຕໍາແໜ່ງທີ່ດີ, ປະກອບສ່ວນວຽກງານໃນສັງຄົມເປັນຢ່າງດີໃນການບຸກທະລຸ, ຮັກສາໄດ້ການແຕ່ງກາຍດ້ວຍຊຸດລາວ ດ້ວຍຄວາມພູມໃຈ ໃນແຕ່ລະງານປະເພນີທີ່ສໍາຄັນຕ່າງໆຂອງຊາດ ໂດຍໄດ້ເຕົ້າໂຮມຄວາມສາມັກຄີ ຮ່ວມມື ຮ່ວມໃຈກັນ ຍີ້ມແຍ້ມດ້ວຍຄວາມເປີ້ມປິຕິໃນການນຸ່ງຖືຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ເຮັດໃຫ້ຕ່າງຊາດໄດ້ເຫັນ ແລະ ມີຄວາມສົນໃຈໃນປະເພນີການນຸ່ງຖື ຊຶ່ງເຮັດໃຫ້ແມ່ຍິງລາວເຂົ້າໃຈດີໃນສິ່ງທີ່ກະທໍາຢູ່ແມ່ນມີຄວາມຖືກຕ້ອງແລ້ວ ໃນການຮັກສາ ແລະ ສົ່ງເສີມສິ່ງທີ່ພວກເຮົາມີ ດ້ວຍການຮັກສາວັດທະນະທໍາ ຮີດຄອງປະເພນີ ວິຖີດໍາລົງຊີວິດ ດ້ວຍຈັນຍາບັນ ຈັນຍາທໍາ ພ້ອມກັນອະນຸລັກຮັກສາໄວ້ໃຫ້ລູກຫຼານໄດ້ສືບທອດຕໍ່ໄປ.

ໂດຍ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments