Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ປຶກສາຫາລື 3 ຫົວຂໍ້ຫຼັກ

ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ປຶກສາຫາລື 3 ຫົວຂໍ້ຫຼັກ

ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ໄດ້ດຳເນີນກອງປະຊຸມ ເພື່ອກະກຽມດ້ານເນື້ອໃນ ແລະ ພິ ທີການຕ່າງໆ ໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ທີ່ ສປປ ລາວ ຈະເປັນເຈົ້າພາບ ໂດຍໄດ້ປຶກສາຫາລືໃນ 3 ຫົວຂໍ້ຫຼັກ, ພ້ອມທັງເຫັນດີເປັນເອກະພາບ ກ່ຽວກັບ 14 ແຜນວຽກບູລິມະສິດສຳລັບເສົາຄໍ້າເສດຖະກິດທີ່ຈະນໍາເຂົ້າໃຫ້ກອງປະຊຸມດັ່ງກ່າວພິຈາລະນາໃນວັນທີ 9 ມີນາ 2024 ນີ້.

ກອງປະຊຸມຂອງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ໄດ້ຈັດຂຶ້ນໃນວັນທີ 8 ມີນານີ້ ທີ່ນະຄອນຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າເຈົ້າໜ້າທີ່ ອາວຸໂສດເສດຖະກິດອາຊຽນຂອງ ສປປ ລາວ,​ ຫົວໜ້າກົມ ເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ກະຊວງອຸດສາຫະກຳ ແລະ ການຄ້າ; ມີ ທ່ານ ຊາດວິນເດີ ຊິນ (Satvinder Singh) ຮອງເລຂາທິການໃຫຍ່ອາຊຽນ ສໍາລັບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ພ້ອມດ້ວຍບັນດາເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຈາກບັນດາປະເທດສະມາຊິກ ແລະ ຜູ້ແທນຈາກປະເທດຕີມໍແລັດສະເຕ ໃນນາມປະເທດສັງເກດການ ເຂົ້າຮ່ວມ.

ສຳລັບຫົວຂໍ້ຫຼັກທີ່ໄດ້ປຶກສາຫາລື ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຄັ້ງນີ້ ທີ່ນໍາສະເໜີເຂົ້າໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ພິຈາລະນາຮັບຮອງປະກອບມີຄື:

1). ຈະໄດ້ພິຈາລະນາຮັບຮອງເອົາແຜນວຽກບູລິມະສິດ ທັງໝົດ 14 ຫົວຂໍ້ສຳລັບເສົາຄໍ້າເສດຖະກິດ ຊຶ່ງໃນນີ້ມີ 7 ຫົວຂໍ້ ເປັນຂໍ້ລິເລີ່ມຈາກ ສປປ ລາວ. ຂະນະທີ່ຫົວຂໍ້ທັງໝົດຂອງເສົາຄໍ້າເສດຖະກິດແມ່ນໄດ້ແບ່ງອອກເປັນ 3 ກຸ່ມວຽກໃຫຍ່ ຄື: ໜຶ່ງແມ່ນຕິດພັນກັບການເຊື່ອມໂຍງ-ເຊື່ອມຈອດ; ສອງແມ່ນເນັ້ນໃສ່ການຮ່ວມມືແບບລັກສະນະຍືນຍົງຢູ່ໃນອາຊຽນ ຫຼືວ່າການພັດທະນາແບບຍືນຍົງຢູ່ໃນອາຊຽນ ແລະ ອັນທີສາມແມ່ນການຫັນໄປສູ່ເສດຖະກິດດິຈີຕອນຢູ່ໃນພາກພື້ນ ຊຶ່ງ ສປປລາວ ໄດ້ນໍາສະເໜີເປັນວຽກບູລິມະສິດໃນການພັດທະນາຂົງເຂດອາຊຽນໃນປີນີ້ ແລະ ຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຄັ້ງນີ້ ກໍໄດ້ເອກະພາບກັນໝົດໃນ 14 ຫົວຂໍ້ດັ່ງກ່າວ.

2). ຈະໄດ້ປຶກສາຫາລືກັນຕື່ມ ກ່ຽວກັບການສ້າງແຜນຍຸດທະສາດ 20 ປີ ເລີ່ມແຕ່ປີ 2025-2045 ຊຶ່ງເປັນແຜນໄລຍະຍາວ ຂອງເສົາຄໍ້າເສດຖະກິດອາຊຽນ ເພາະວ່າແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແມ່ນໃກ້ໝົດວາລະ ຊຶ່ງຕ້ອງໄດ້ຮ່າງແຜນວຽກໃໝ່ສຳລັບ 20 ປີໃນຕໍ່ໜ້າ ໂດຍຈະໄດ້ລາຍງານໃຫ້ບັນດາລັດຖະມົນຕີໄດ້ຮັບຊາບກ່ຽວກັບຄວາມຄືບໜ້າຂອງແຜນວຽກດັ່ງກ່າວ.

3). ຈະໄດ້ພິຈາລະນາບັນຫາທີ່ຕິດພັນກັບ ການເຈລະຈາ ເພື່ອຍົກລະດັບສັນຍາການຄ້າພາຍໃນອາຊຽນ ແລະ ການຄ້າເສລີ ລະຫວ່າງອາຊຽນ ກັບປະເທດຄູ່ເຈລະຈາ ຊຶ່ງສິ່ງດັ່ງກ່າວນີ້ ເປັນອັນໜຶ່ງເພື່ອຍົກສູງບົດບາດຂອງອາຊຽນໃນການເປັນແກນກາງ ການຮ່ວມມືກັບສາກົນ. ມາຮອດປັດຈຸບັນ, ການເຈລະຈາເພື່ອຍົກລະດັບການຮ່ວມມືດ້ານການຄ້າຢູ່ໃນອາຊຽນ ກໍມີຄວາມຄືບໜ້າຫຼາຍ ແລະ ອາດຈະສຳເລັດພາຍໃນປີ 2025. ນີ້ກໍເປັນຫົວຂໍ້ສຳຄັນ ທີ່ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ຈະໄດ້ລົງເລິກໃນການປຶກສາຫາລື ແລະ ໃຫ້ທິດຊີ້ນໍາກ່ຽວກັບການເຈລະຈາ ເພື່ອຮັບປະກັນໃຫ້ສຳເລັດຕາມຄາດໝາຍ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments