Saturday, July 27, 2024
Homeຂ່າວໜ້າໜຶ່ງເປີດກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ເສົາຄໍ້າປະຊາຄົມເສດຖະກິດ ອາຊຽນ

ເປີດກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ເສົາຄໍ້າປະຊາຄົມເສດຖະກິດ ອາຊຽນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມ ລັດຖະ ມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 (PREPARATORY SEOW MEETING FOR THE 30th AEM RETREAT) ມີຂຶ້ນໃນວັນທີ 8 ມີນາ 2024 ທີ່ໂຮງແຮມພູແມນ (Pullman) ຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມການຄ້າຕ່າງປະເທດ ແລະ ຮ່ວມມືເສດຖະກິດສາກົນ ກະຊວງອຸດສາຫະກຳ ແລະ ການຄ້າ, ສປປລາວ, ທ່ານ ຊາດວິນເດີ ຊິນ ຮອງເລຂາທິການໃຫຍ່ອາຊຽນ ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ພ້ອມດ້ວຍເຈົ້າໜ້າທີ່ອາວຸໂສຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມການຄ້າຕ່າງປະເທດ ແລະ ຮ່ວມມືເສດຖະກິດສາກົນ ໃນນາມປະທານກອງປະຊຸມ ກ່າວບາງຕອນວ່າ: ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນແບບວົງແຄບຄັ້ງນີ້ ຈຸດປະສົງແມ່ນເພື່ອປຶກສາຫາລືກະກຽມທາງດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ທີ່ຈະຈັດຂຶ້ນໃນວັນທີ 9 ມີນາ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments