Saturday, July 27, 2024
Homeຂ່າວໜ້າໜຶ່ງສະເຫລີມສະຫລອງວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ

ສະເຫລີມສະຫລອງວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ

ພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບ ຮອບ 40 (6 ມີນາ 1984- 6 ມີນາ 2024) ຈັດຂຶ້ນໃນຕອນຄໍ່າວັນທີ 6 ມີນານີ້ ທີ່ເດີ່ນອະນຸສອນສະຖານ ທ່ານ ສີສົມພອນ ລໍວັນໄຊ ໂດຍມີ ທ່ານ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ກອງແກ້ວ ໄຊສົງຄາມ, ກໍາມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິ ຄໍາໄຊ, ພ້ອມ ດ້ວຍການນໍາພັກ-ລັດ, ແຂກຮັບເຊີນ ແລະ ມວນຊົນຊາວແຂວງບໍລິຄໍາໄຊ ເຂົ້າຮ່ວມ.

ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງແຂວງບໍລິຄໍາໄຊ ຕະຫລອດໄລຍະ 40 ປີ ຜ່ານມາ, ເຊິ່ງບໍລິຄໍາໄຊ ແມ່ນແຂວງໜຶ່ງທີ່ໄດ້ປະ ກອບສ່ວນເຂົ້າໃນຂະບວນການປະຕິວັດປົດປ່ອຍຊາດຢ່າງລະອິດລະອ້ຽວ ເຮັດໃຫ້ມີຫລາຍສະຫາຍກາຍເປັນບຸກຄົນດີເດັ່ນໃນຂະບວນການປະຕິວັດ. ຜ່ານການນໍາພາ-ຊີ້ນໍາຂອງອົງຄະນະພັກແຂວງໃນແຕ່ລະສະໄໝໄດ້ເຮັດໃຫ້ໂສມໜ້າໃໝ່ຂອງແຂວງ ມີການປ່ຽນແປງດີຂຶ້ນ ເປັນກ້າວໆມາພົ້ນເດັ່ນແມ່ນການສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການແກ້ໄຂຄວາມບໍ່ ສະຫງົບ ຕາມທິດຊີ້ນຳທີ່ວ່າ: 1+2+3+4; 6 ທາງເວັ້ນ, 7 ທາງ ອອກ, ແກ້ໄຂ 4 ເຖື່ອນ 9 ຫົວຂໍ້ວິທະຍາສາດ, ພິເສດແມ່ນແກ້ໄຂການດຳລົງ ຊີວິດເລື່ອນລອຍຂອງປະຊາຊົນ, ຊຶ່ງໄດ້ກາຍເປັນບົດ ຮຽນໃຫ້ແກ່ບ່ອນອື່ນໆ.

ຜົນສຳເລັດດັ່ງກ່າວ ໄດ້ມີ ບຸກຄົນ, ກົມກອງລວມໝູ່ໄດ້ຮັບການຍ້ອງຍໍຈາກສູນກາງຫຼາຍລະດັບ, ແຂວງໄດ້ຮັບຫຼຽນໄຊອິດ ສະຫຼະ 1 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ I ສາມໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II ສອງໜ່ວຍ, ຫຼຽນໄຊ ພິລະອາດ ຫານຊັ້ນ III ໜຶ່ງໜ່ວຍ ແລະ ຫຼຽນໄຊແຮງງານຊັ້ນ I ໜຶ່ງໜ່ວຍ ແລະ ຊັ້ນ II ສາມໜ່ວຍ ຢ່າງສົມກຽດ; ໄດ້ປະກາດເປັນແຂວງຈົບມັດທະຍົມຕອນຕົ້ນ ໃນປີ 2018 ແລະ ປະກາດເປັນແຂວງຢຸດຕິ ການຖ່າຍສະຊາຍ, ເປັນແຂວງທໍາອິດຂອງປະເທດໃນປີ 2020.

ທ່ານໄດ້ຍົກໃຫ້ເຫັນຕື່ມວ່າ: ໃນປີ 2023 ຜ່ານມາ ເຖິງພົບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ເສດຖະກິດຂອງແຂວງບໍລິຄໍາໄຊ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຈັງຫວະການເຕີບໂຕຂອງ GPP ໂດສະເລ່ຍແລ້ວ 5,27% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 11.004 ຕື້ກີບ, ສະເລ່ຍລາຍຮັບຕໍ່ຄົນ 33 ລ້ານ ຫຼື ເທົ່າກັບ 1.631 ໂດລາສະຫະລັດ, ມາຮອດປັດຈຸບັນ ທົ່ວແຂວງມີຄອບຄົວພົ້ນທຸກ ກວມ 96,09%, ບ້ານພົ້ນທຸກ ກວມ 92,96%; ມີ 5 ເມືອງເປັນເມືອງພົ້ນທຸກ, ຄອບຄົວພັດທະນາ ກວມ 87,34%; ບ້ານພັດທະນາ ກວມ 79,57% ແລະ ໄດ້ປະກາດ ຮັບຮອງເອົາ 4 ບ້ານເປັນບ້ານໃຫຍ່ສີສັນຕົວເມືອງໃນຊົນນະບົດຄື: ບ້ານຜາເມືອງ ເມືອງບໍລິຄັນ, ບ້ານວຽງຄໍາ, ບ້ານທົ່ງນາມີ ເມືອງປາກກະດິງ ແລະ ບ້ານຈອມທອງ ເມືອງວຽງທອງ. ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ກໍ່ສາມາດບັນລຸ 6 ດ້ານ ແລະ 57 ຕົວຊີ້ວັດ ເທົ່າກັບ 86,36%, ລະບົບການສຶກສາໄດ້ຮັບການປັບປຸງ ແລະ ຍົກລະດັບທາງດ້ານຄຸນນະພາບຂອງການຮຽນ-ການສອນ, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ 99,8%; ຂະບວນການກິລາປະເພດຕ່າງໆ ກໍ່ໄດ້ຂະຍາຍຕົວ. ດ້ານສາທາ ລະນະສຸກ ກໍ່ໄດ້ຮັບການປັບປຸງ ສາມາດສະກັດກັ້ນ ແລະ ຈຳກັດໄດ້ການລະບາດຂອງພະ ຍາດຕາມລະດູການ, ບ້ານແບບຢ່າງສາທາລະນະ ສຸກ ກວມ 99,64%, ປະຊາຊົນໄດ້ນໍາໃຊ້ນໍ້າສະອາດ ກວມ 97,6%. ນອກຈາກນີ້ ການພັດທະນາດ້ານອື່ນໆ ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງ.

ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້, ທ່ານຍັງໄດ້ຍົກໃຫ້ເຫັນຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍທີ່ແຂວງບໍລິຄໍາໄຊ ຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂໃຫ້ດີຂຶ້ນ, ລວມເຖີງຍົກໃຫ້ເຫັນບັນດາຄາດໝາຍ ແລະ ທິດທາງຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຕື່ມອີກ

ຫລັງຈາກນັ້ນ ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ຂຶ້ນມີຄໍາເຫັນ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ແຂວງບໍລິຄໍາໄຊສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຫລາຍວຽກງານສໍາຄັນໃຫ້ດີຂຶ້ນກວ່າເກົ່າ ເຊັ່ນ: ຕ້ອງເພື່ມທະວີການສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃຫ້ຮັບຮູ້ເຂົ້າໃຈເຖິງຜົນງານທີ່ເປັນມູນເຊື້ອການນໍາພາ-ຊີ້ນໍາຂອງພັກໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງລະບອບປະຊາທິປະໄຕ ປະ ຊາຊົນຕາມຈຸດໝາຍສັງຄົມນິຍົມ, ພ້ອມກັນສືບສານມູນເຊື້ອອັນພິລະອາດຫານ 40 ປີ ແຂວງບໍລິຄໍາໄຊ ເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະ ນາແຂວງບໍລິຄໍາໄຊ ໃຫ້ໄດ້ຮັບການພັດທະນາໃນທຸກດ້ານຕາມຄໍາຂວັນທີ່ກໍານົດໄວ້ວ່າ: “ເພີ່ມທະວີບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງການຫັນປ່ຽນສູ່ການພັດ ທະນາທີ່ເຂັ້ມແຂງ ແລະ ຍືນຍົງ”

ສືບຕໍ່ຄົ້ນຄວ້າກຳແໜ້ນບັນດາແນວທາງ, ແຜນນະໂຍບາຍຂອງພັກວາງອອກ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX ເວົ້າລວມ, ເວົ້າສະ ເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIl ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ- ສັງຄົມ 5 ປີ ຄັ້ງທີ V ຂອງແຂວງບໍລິຄໍາໄຊໃຫ້ເລິກເຊິ່ງເຖິງຖອງໃນໄລຍະທ້າຍສະໄໝເປັນຕົ້ນບັນດາຄາດໝາຍໃນແຕ່ລະຂົງເຂດວຽກງານທີ່ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງທີ່ຍັງບໍ່ທັນບັນລຸຕາມຄາດໝາຍ ແລະ ອື່ນໆ.

Cr: BT, ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments