Saturday, July 27, 2024
Homeຂ່າວພາຍໃນສະພາບໍລິຫານທະນາຄານຕີລາຄາວຽກງານຜ່ານມາ

ສະພາບໍລິຫານທະນາຄານຕີລາຄາວຽກງານຜ່ານມາ

ໂດຍປະຕິບັດຕາມລະບອບການປະຊຸມຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ (ທຫລ) ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ວັນທີ 5 ມີນາ 2024 ທີ່ສຳນັກງານ ທຫລ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ I ປະຈໍາປີ 2024 ເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ປະທານສະພາບໍລິຫານ ທຫລ ມີທ່ານຮອງປະທານສະພາບໍລິຫານ ບັນດາກຳມະການສະພາບໍລິຫານ ທຫລ ຮອງຜູ້ວ່າການ ທຫລ ແລະ ຄະນະກົມເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ເພື່ອຄົ້ນຄວ້າພິຈາລະນາຮັບຮອງເອກະສານສໍາຄັນຈໍານວນໜຶ່ງເປັນຕົ້ນການສະຫຼຸບການເຄື່ອນໄຫວວຽກງານຂອງ ທຫລ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ການຈັດຕັ້ງປະຕິບັດແຜນເງິນຕາປີ 2023 ແລະ ແຜນເງິນຕາ ປີ 2024 ການສະຫຼຸບແຜນງົບປະມານປີ 2023 ແລະ ຄາດຄະເນແຜນງົບປະມານປີ 2024 ຕະຫຼອດປີ 2023 ກອງປະຊຸມໄດ້ຕີລາຄາວ່າ ທຫລ ໄດ້ສູ້ຊົນບຸກບືນຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາການເງິນ ລວມທັງວຽກງານຄຸ້ມຄອງເງິນຕາຕ່າງປະເທດ ເພື່ອຮັບປະກັນການຕິດຕາມກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ພັດທະນາລະບົບການຊຳລະ ເພື່ອຮອງຮັບການຊຳລະຄ່າສິນຄ້າ-ບໍລິການຜ່ານລະບົບທະນາຄານ ແລະ ຈັດຕັ້ງປະຕິບັດວຽກງານອື່ນໆ ຕາມມະຕິຂອງກອງປະຊຸມສະພາບໍລິຫານ ທຫລ ກໍຄືການມອບໝາຍຂອງລັດຖະບານ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ໂດຍລວມເຫັນວ່າແຕ່ລະວຽກງານສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ດີພໍສົມຄວນ.
ນອກນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງລາຍງານຂອງແຕ່ລະໜ້າວຽກ ແລະ ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຕໍ່ກັບເນື້ອໃນຂອງກອງປະຊຸມຢ່າງກົງໄປກົງມາ ເພື່ອເຮັດໃຫ້ແຕ່ລະບັນຫາທີ່ຍົກຂຶ້ນມີວິທີທາງອອກທີ່ເໝາະສົມ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments