Saturday, July 27, 2024
Homeຂ່າວໜ້າໜຶ່ງທະນາຄານ ແຫ່ງ ສປປ ລາວ ຮ່ວມກັບ ອົງການການເງິນສາກົນ (International Finance Corporation) ສໍາເລັດການເປັນເຈົ້າພາບຮ່ວມຈັດກອງປະຊຸມສໍາມະນາພາກພື້ນໃນຫົວຂໍ້ “ການສົ່ງເສີມການເງິນຂຽວໃນອາຊຽນ”

ທະນາຄານ ແຫ່ງ ສປປ ລາວ ຮ່ວມກັບ ອົງການການເງິນສາກົນ (International Finance Corporation) ສໍາເລັດການເປັນເຈົ້າພາບຮ່ວມຈັດກອງປະຊຸມສໍາມະນາພາກພື້ນໃນຫົວຂໍ້ “ການສົ່ງເສີມການເງິນຂຽວໃນອາຊຽນ”

ໃນວັນທີ 6 ມີນາ 2024 ທີ່ ນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ ຮ່ວມກັບ ອົງການການເງິນສາກົນ (IFC: International Finance Corporation) ໄດ້ຈັດກອງປະຊຸມສໍາມະນາລະດັບພາກພື້ນ ໃນຫົວຂໍ້ “ການສົ່ງເສີມການເງິນຂຽວໃນອາຊຽນ (Promoting Green Finance in ASEAN)” ພາຍໃຕ້ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ ດ້ານການເຊື່ອມໂຍງການເງິນ ຄັ້ງທີ 27 ທີ່ໄດ້ຈັດຢູ່ ສປປ ລາວ ໃນຖານະເປັນປະທານ ອາຊຽນ ໃນປີ 2024. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານ Thomas Jacobs ຫົວໜ້າ IFC ປະຈຳ ຫວຽດນາມ, ສປປ ລາວ, ກຳປູເຈຍ ແລະ ມີຕາງໜ້າ ຜູ້ຄຸ້ມຄອງຂະແໜງການເງິນ ຂອງ ສປປ ລາວ ແລະ ຕາງໜ້າຜູ້ຄຸ້ມຄອງຈາກປະເທດສະມາຊິກອາຊຽນ, ບັນດາກະຊວງທີ່ກ່ຽວຂ້ອງຢູ່ ສປປ ລາວ, ລວມທັງ ຄູ່ຮ່ວມພັດທະນາ, ສະມາຄົມທຸລະກິດ, ສະຖາບັນການເງິນ ແລະ ພາກສ່ວນກ່ຽວຂ້ອງ.

ກອງປະຊຸມໃນຄັ້ງນີ້ ໄດ້ຍົກໃຫ້ເຫັນບົດບາດອັນສຳຄັນຂອງຜູ້ຄຸ້ມຄອງ ໃນການສ້າງສະພາບແວດລ້ອມ ທີ່ສະໜັບສະໜູນ ແລະ ເອື້ອອຳນວຍ ໃຫ້ແກ່ການໄຫລວຽນຂອງເງິນທຶນສີຂຽວ, ອຸປະສັກຕໍ່ການຂະຫຍາຍ ການເງິນ ຫລື ການສະໜອງທຶນ ເພື່ອການປ່ຽນແປງດິນຟ້າອາກາດ ໃນພາກພື້ນ ພ້ອມທັງ ກາລະໂອກາດ ແລະ ສິ່ງທ້າທາຍຂອງພາກເອກະຊົນ ໃນການດຶງດູດເງິນທຶນ ເຂົ້າໃນບັນດາໂຄງການທີ່ຕິດພັນ ກັບການຫລຸດຜ່ອນຜົນກະທົບ ຈາກການປ່ຽນແປງຂອງດິນຟ້າອາກາດ. ໃນທີ່ປະຊຸມ, ທ່ານ ນາງ ວັດທະນາ ດາລາລອຍ ໄດ້ກ່າວວ່າ: ທ່າມກາງຄວາມຮີບດ່ວນ ໃນການດໍາເນີນໜ້າວຽກທີ່ຕິດພັນກັບ ການປ່ຽນແປງດິນຟ້າອາກາດ, ການສະໜອງເງິນທຶນ ເຂົ້າໃນໂຄງການສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ ທີ່ຊ່ວຍຂັບເຄື່ອນວາລະການພັດທະນາ ແບບຍືນຍົງ, ຮຽກຮ້ອງໃຫ້ມີການຮ່ວມມືຈາກຫລາຍຝ່າຍ, ຫລາຍພາກສ່ວນທີ່ກ່ຽວຂ້ອງ. ໃນຂະນະດຽວກັນ, ທ່ານ ໂທມັດ ຈາຄອບ ກໍໄດ້ກ່າວວ່າ: ລັດຖະບານຝ່າຍດຽວ ບໍ່ສາມາດແກ້ໄຂ ຊ່ອງຫວ່າງຂະໜາດໃຫຍ່ໃນການຈັດຫາເງິນທຶນ ເພື່ອຊ່ວຍໃນການປ່ຽນແປງດິນຟ້າອາກາດ ຢູ່ໃນບັນດາປະເທດເກີດໃຫມ່ ແລະ ປະເທດກໍາລັງພັດທະນາ ຢູ່ອາຊີ-ປາຊີຟິກ. ດັ່ງທີ່ກອງປະຊຸມ ໄດ້ຍົກໃຫ້ເຫັນທຶນເອກະຊົນ ແມ່ນກຸນແຈສໍາຄັນໃນການເຊື່ອມຈອດຊ່ອງຫວ່າງດັ່ງກ່າວ. ຄວາມພະຍາຍາມຂອງພາກສ່ວນກ່ຽວຂ້ອງຈາກທົ່ວພາກລັດ ແລະ ເອກະຊົນ ສາມາດຊ່ວຍສ້າງເງື່ອນໄຂທີ່ເໝາະສົມ ເພື່ອປົດລັອກການເງິນສີຂຽວ, ສະໜອງທຶນໄປສູ່ບ່ອນທີ່ຕ້ອງການທີ່ສຸດ. ສິ່ງດັ່ງກ່າວຈະຊ່ວຍຊຸກຍູ້ເສດຖະກິດ ແລະ ສ້າງວຽກເຮັດງານທຳ, ທັງຊຸກຍູ້ສົ່ງເສີມສະພາບແວດລ້ອມສີຂຽວ ແລະ ຫນ້າຢູ່ກ່ວາ ໃນພາກພື້ນ.

ບັນດາປະເທດສະມາຊິກອາຊຽນ ແມ່ນນອນໃນບັນດາປະເທດທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດທີ່ສຸດໃນໂລກ ເຊິ່ງຖືກທ້າທາຍຈາກລະດັບນ້ຳທະເລທີ່ເພີ່ມຂຶ້ນ, ອາກາດຮ້າຍແຮງ ແລະ ການເສື່ອມໂຊມຂອງຊັບພະຍາກອນໃນຊຸມປີມໍ່ໆມານີ້. ໃນຂະນະທີ່ປະເທດຕ່າງໆ ໄດ້ຕັ້ງເປົ້າໝາຍສູງ ໃນການບັນລຸເປົ້າໝາຍ ການປ່ອຍທາດອາຍພິດເຮືອນແກ້ວໃຫ້ເຫລືອສູນ ໃນສາມທົດສະວັດຂ້າງໜ້າ. ຈໍານວນເງິນທຶນທີ່ຕ້ອງການເພື່ອລົງທຶນ ແມ່ນຫລວງຫລາຍ, ສະເພາະໃນຂະແໜງພະລັງງານຢ່າງດຽວ ເພື່ອຕອບສະໜອງຄວາມຕ້ອງການພະລັງງານທີ່ເພີ່ມຂຶ້ນ ຕາມກົນໃກທີ່ສອດຄ່ອງກັບສັນຍາປາຣີ, ຄາດຄະເນການລົງທຶນປະຈຳປີ ດ້ານພະລັງງານສະອາດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາປະເທດກໍາລັງພັດທະນາ ຈະຕ້ອງເພີ່ມຂຶ້ນປະມານ 7 ເທົ່າ ຈາກ 30 ຕື້ໂດລາສະຫະລັດ ໃນປີ 2022 ຂຶ້ນເປັນຫລາຍກ່ວາ 200 ຕື້ໂດລາສະຫະລັດ ພາຍໃນຕົ້ນປີ 2030, ອີງຕາມ ບົດລາຍງານ ລ້າສຸດ.

ກອງປະຊຸມໄດ້ດໍາເນີນເປັນເວລາເຄິ່ງວັນ ດ້ວຍບັນຍາກາດອັນຟົດຟື້ນ ພ້ອມທັງ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນອັນມີຄ່າໃນລະຫວ່າງກອງປະຊຸມຢ່າງຄຶກຄື້ນ ເຮັດໃຫ້ກອງປະຊຸມບັນລຸໝາກຜົນອັນຈົບງາມຕາມຈຸດປະສົງຄາດໝາຍໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments