Saturday, July 27, 2024
Homeຂ່າວການເມືອງຄະນະຜູ້ແທນສູນກາງສະມາຄົມຊາວກະສິກອນຫວຽດນາມ ເຂົ້າຢ້ຽມພົບປະ ສະຫາຍ ທອງສະລິດ ມັງໜໍ່ເມກ

ຄະນະຜູ້ແທນສູນກາງສະມາຄົມຊາວກະສິກອນຫວຽດນາມ ເຂົ້າຢ້ຽມພົບປະ ສະຫາຍ ທອງສະລິດ ມັງໜໍ່ເມກ

ສະຫາຍ ເລືອງ ກວກ ດວ່ານ ກຳມະການສູນກາງພັກ ປະທານສູນກາງສະມາຄົມຊາວກະສິກອນຫວຽດນາມ ພ້ອມດ້ວຍຄະນະເຂົ້າຢ້ຽມພົບປະ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ວັນທີ 6 ມີນາ 2024 ທີ່ ຫ້ອງວ່າການສູນກາງພັກ.
ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ມີບາດກ້າວໃໝ່ຂຶ້ນເລື້ອຍໆ.


ສະຫາຍ ເລືອງ ກວກ ດວ່ານ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ສະຫາຍ ທອງສະລິດ ມັງໜໍ່ເມກ ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບ ແລະ ສະຫາຍໄດ້ລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ພ້ອມກັນນັ້ນໄດ້ລາຍງານໃຫ້ຮູ້ກ່ຽວກັບພາລະບົດບາດຂອງສະມາຄົມຊາວກະສິກອນຫວຽດນາມ ສະຫາຍໄດ້ໃຫ້ຮູ້ຕື່ມອິກວ່າ ສະມາຄົມຊາວກະສິກອນຫວຽດນາມຈະສືບເສີມຂະຫຍາຍສາຍພົວພັນຮ່ວມມືແບບພິເສດຮອບດ້ານ ຂອງສອງປະເທດ ຫວຽດນາມ-ລາວ ລາວ-ຫວຽດນາມ ກໍ່ຄືຈະພ້ອມກັນຈັດຕັ້ງປະຕິບັດຜັນຂະຫຍາຍການພົວພັນຮ່ວມມືກັບ ສູນກາງແນວລາວສ້າງຊາດ ຕາມບົດບັນທຶກຮ່ວມມື 2025-2030 ທີໄດ້ເຊັນຮ່ວມກັນໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.
ບກ: ໄພຈິດ
ຂ່າວ-ພາບ: ເລົ່າລໍ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments