Saturday, July 27, 2024
Homeຂ່າວພາຍໃນເຊກອງ ເປີດບຸນປະເພນີເຜົ່າກະຕູສົ່ງເສີມປີທ່ອງທ່ຽວລາວ 2024

ເຊກອງ ເປີດບຸນປະເພນີເຜົ່າກະຕູສົ່ງເສີມປີທ່ອງທ່ຽວລາວ 2024

ພິທີເປີດບຸນປະເພນີຂອງເຜົ່າກະຕູ ບ້ານກັນດອນໃໝ່ ເມືອງທ່າແຕງ ແຂວງເຊກອງ ເພື່ອສົ່ງເສີມການທ່ອງທ່ຽວລາວ ປີ 2024 ຈັດຂຶ້ນໃນວັນທີ 5 ມີນາ 2024 ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງທ່າແຕງ ທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງກະລຶມ ມີບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ ຂັ້ນເມືອງ ອໍານາດປົກຄອງບ້ານ ຕະຫຼອດຮອດປະຊາຊົນພາຍໃນບ້ານກັນດອນໃໝ່ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ເພັດຄໍາ ກອນດອນ ຮອງນາຍບ້ານກັນດອນໃໝ່ ໄດ້ໃຫ້ຮູ້ວ່າ: ບຸນປະເພນີຂອງເຜົ່າກະຕູ ບ້ານກັນດອນໃໝ່ ແມ່ນປະເພນີໜຶ່ງທີ່ບ້ານຂອງພວກເຮົາ ເຄີຍປະຕິບັດສືບຕໍ່ກັນມາ ໂດຍກໍານົດເອົາວັນທີ 5 ມີນາ ຂອງທຸກໆປີ ເພື່ອເສີມຂະຫຍາຍ ແລະ ອະນຸລັກຮັກສາວັດທະນະທໍາ ທີ່ເປັນເອກະລັກ ຮີດຄອງປະເພນີອັນດີງາມ ຂອງບັນດາເຜົ່າໃຫ້ຄົງຢູ່ກັບປະຊາຊົນຕະຫຼອດໄປ ໃນປີ 2024 ເປັນປີທີ່ມີຄວາມໝາຍສໍາຄັນ ເຊິ່ງການຈັດງານດັ່ງກ່າວເປັນກິດຈະກຳໜຶ່ງທີ່ໄດ້ກໍານົດເຂົ້າໃນການສົ່ງເສີມການທ່ອງທ່ຽວລາວ 2024 ຂອງແຂວງເຊກອງ ແນໃສ່ດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໂດຍສະເພາະແມ່ນ ເມືອງທ່າແຕງ ແຂວງເຊກອງ ໃຫ້ໄດ້ຫລາຍຂຶ້ນ ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ ສ້າງລາຍໄດ້ໃຫ້ປະຊາຊົນ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຂະຫຍາຍຕົວດີຂຶ້ນ.


ບ້ານກັນດອນໃໝ່ ປະກອບມີ 191 ຫຼັງຄາເຮືອນ ມີ 317 ຄອບຄົວ ພົນລະເມືອງທັງໝົດ 1.390 ຄົນ ຍິງ 713 ຄົນ ໃນນີ້ ເຜົ່າກະຕູກວມ 94% ປະຊາຊົນຍຶດຖອາຊີບເຮັດນາ ເຮັດໄຮ່ ລ້ຽງສັດ ແລະ ຫັດຖະກຳຕໍ່າແຜ່ນແພ-ຈັກສານ ເປັນຫຼັກ ປັດຈຸບັນ ມີຄອບຄົວເຫລືອກິນ 150 ຄອບຄົວ ຄອບຄົວກຸ້ມກິນ 140 ຄອບຄົວ ຂາດເຂີນ 27 ຄອບຄົວ ສະເລ່ຍລາຍຮັບໃສ່ພົນລະເມືອງບັນລຸໄດ້ 5,67 ລ້ານກີບຕໍ່ຄົນຕໍ່ປີ ແລະ ໄດ້ຮັບນາມມະຍົດ ເປັນບ້ານວັດທະນະທໍາໃນປີ 2008 ເຊິ່ງເປັນບ້ານທໍາອິດຂອງແຂວງເຊກອງ ສ່ວນວຽກງານການທ່ອງທ່ຽວ ພາຍໃນບ້ານມີໂຮມສະເຕ 10 ຫຼັງ ແລະ ມີຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ເປັນຕົ້ນ ແຜ່ນແພຊົນເຜົ່າ ຟ້ອນເຂນ ຫໍກວນ ແລະ ມີສະຖານທີ່ທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຊຽງຍືນ ໃນແຕ່ລະປີມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວສະເລ່ຍ 150 ເທື່ອຄົນຕໍ່ປີ.


ຂ່າວ: ພຸດທະສອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments