Saturday, July 27, 2024
Homeຂ່າວພາຍໃນ29 ປີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດມີຜົນງານເດັ່ນຫຼາຍດ້ານ

29 ປີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດມີຜົນງານເດັ່ນຫຼາຍດ້ານ

29 ປີ (27 ກຸມພາ 1995-27 ກຸມພາ 2024) ພາຍໃຕ້ການນຳພາ-ຊີ້ນຳອັນຖືກຕ້ອງ ແລະ ໃກ້ຊິດຕິດແທດຂອງກົມການເມືອງສູນກາງພັກ, ບວກໃສ່ການນຳພາ ໂດຍກົງຂອງກຳມະການສູນກາງພັກ, ອະດີດຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ທີ່ພວກເພິ່ນລ້ວນແຕ່ມີບົດຮຽນໃນການນຳພາ-ຊີ້ນຳທີ່ປີຊາສາມາດ, ຮູ້ເສີມຂະຫຍາຍມູນເຊື້ອອັນດີງາມຂອງການນຳຮຸ່ນກ່ອນ ນຳພາສະຖາບັນສາມາດບືນຂຶ້ນ ແລະ ຍາດໄດ້ຜົນງານດີເດັ່ນຫຼາຍດ້ານເປັນຕົ້ນ:

ສມປຊ ໄດ້ປັບປຸງ ແລະ ຍົກລະດັບຄຸນນະພາບບໍາລຸງຍົກລະດັບ ແລະ ການກໍ່ສ້າງພະນັກງານນໍາພາ ແລະ ຄຸ້ມຄອງແຕ່ລະຂັ້ນໃຫ້ສູງຂຶ້ນເລື້ອຍໆ. ໃນເມື່ອກ່ອນພະນັກງານສ່ວນຫຼວງຫຼາຍຍັງບໍ່ທັນມີລະດັບການສຶກສາ, ບໍ່ທັນມີລະດັບວິຊາສະເພາະ ແລະ ບໍ່ມີລະດັບທິດສະດີ, ສູນກາງພັກໄດ້ຊີ້ນຳການຈັດຕັ້ງບຳລຸງຍົກລະດັບໃຫ້ພະນັກງານນຳພາ ແລະ ຄຸ້ມຄອງດ້ວຍການສຶກສາອົບຮົມແນວທາງການເມືອງໄລຍະສັ້ນຕາມລະບົບຮຽນ 45 ວັນ, 2 ເດືອນ, 4 ເດືອນ, 10 ເດືອນ ກ້າວຂຶ້ນມາຈັດຕັ້ງລະບົບຮຽນອະນຸປະລິນຍາ (ຊັ້ນສູງ) 1 ປີ 6 ເດືອນ, 2 ປີ, ປະລິນຍາຕີ 4 ປີ ແລະ ປະລິນຍາໂທ 2 ປີ ຢ່າງເປັນລະບົບ. ຈັດຕັ້ງການຮຽນ-ການສອນລະບົບຊັ້ນສູງເລັ່ງລັດ 5 ເດືອນ ສຳເລັດ 31 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 2.033 ຄົນ ຍິງ 311 ຄົນ, ຈັດຕັ້ງລະບົບການຮຽນ-ການສອນອະນຸປະລິນຍາ (ຊັ້ນສູງ) ລະບົບ 2 ປີໄດ້ທັງໝົດ 19 ຊຸດ (ບໍ່ນັບຊຸດຮຽນຢູ່ທ້ອງຖິ່ນ) ມີຜູ້ເຂົ້າຮຽນທັງໝົດ 1.166 ຄົນ ຍິງ 251 ຄົນ ມາຮອດປີ 2014 ໄດ້ປັບປຸງຫຼັກສູດຊັ້ນສູງເປັນອະນຸຸຸຸຸຸຸຸຸຸຸຸຸຸປະລິນຍາ ແລະ ຈັດຕັ້ງໄດ້ 8 ຊຸດ ມີຜູ້ເຂັ້າຮຽນ 699 ຄົນ ຍິງ 161 ຄົນ, ໄດ້ເປີດຊຸດຮຽນປະລິນຍາຕີ 25 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 1.998 ຄົນ ຍິງ 382 ຄົນ, ໄດ້ເປີດລະບົບປະລິນຍາຕີເຊື່ອມຕໍ່ 13 ຊຸດ ມີຜູ້ເຂົ້າຮຽນທັງໝົດ 384 ຄົນ ຍິງ 97 ຄົນ; ລະບົບທິດສະດີການເມືອງ ຂັ້ນຕົ້ນ 3 ເດືອນ ມີ 1 ຊຸດ ມີຜູ້ເຂົ້າຮຽນທັງໝົດ 60 ຄົນ ຍິງ 28 ຄົນ, ລະບົບທິດສະດີການເມືອງຂັ້ນກາງ 6 ເດືອນ ມີ 2 ຊຸດ ມີຜູ້ເຂົ້າຮຽນ 120 ຄົນ ຍິງ 49 ຄົນ (ຍັງສືບຕໍ່ຮຽນຊຸດທີ 2), ລະບົບທິດສະດີການເມືອງຂັ້ນສູງ 9 ເດືອນ ມີ 5 ຊຸດ ມີຜູ້ເຂົ້າຮຽນທັງໝົດ 300 ຄົນ ຍິງ 77 ຄົນ (ຍັງສືບຕໍ່ຮຽນຊຸດທີ 4-5). ປະລິນຍາຕີຮັບໃຊ້ການນຳ 6 ຊຸດ, ມີຜູ້ເຂົ້າຮຽນ 143 ຄົນ ຍິງ 19 ຄົນ, ລະບົບປະລິນຍາໂທໄດ້ 19 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 1.210 ຄົນ ຍິງ 257 ຄົນ, ປະລິນຍາໂທຮັບໃຊ້ການນຳໄດ້ 6 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 122 ຄົນ ຍິງ 20 ຄົນ. ນັບແຕ່ປີ 2020 ເປັນຕົ້ນມາສະຖາບັນໄດ້ໂອນຫຼັກສູດການຮຽນ-ການສອນ ລະບົບອະນຸປະລິນຍາ ແລະ ລະບົບປະລິນຍາຕີ ໃຫ້ກະຊວງສຶກສາທິການ ແລະ ກິລາ (ມຊ) ສ່ວນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສຸມໃສ່ບຳລຸງລະໄລຍະສັ້ນຕາມຫົວຂໍ້ ແລະ ຫຼັກສູດບຳລຸງທິດສະດີການເມືອງ-ການປົກຄອງ 3 ຂັ້ນ (ຂັ້ນສູງ, ຂັ້ນກາງ ແລະ ຂັ້ນຕົ້ນ) ປັດຈຸບັນສາມາດສຳເລັດບຳລຸງທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ 3 ເດືອນ ຈຳນວນ 1 ຊຸດ ມີຜູ້ເຂົ້າຮຽນ 60 ຄົນ ຍິງ 28 ຄົນ, ຂັ້ນກາງ 1 ຊຸດ ມີຜູ້ເຂົ້າຮຽນ 60 ຄົນ ຍິງ 25 ຄົນ, ຂັ້ນສູງ 3 ຊຸດ ມີຜູ້ເຂົ້າຮຽນ 180 ຄົນ ຍິງ 46 ຄົນ.

ໃນຂະນະດຽວກັນໄດ້ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ໄດ້ມາດຕະຖານຫຼັກສູດການສຶກສາແຫ່ງຊາດ. ເມື່ອກ່ອນການຮຽນ-ການສອນຕົ້ນຕໍແມ່ນອອກແບບຕາມຊົ່ວໂມງ ຫຼື ຈັດເປັນຄາບ (ຄາບເຊົ້າ, ຄາບແລງ). ທັງເຮັດໜ້າທີ່ບໍາລຸງ ແລະ ທັງຍົກລະດັບທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ແນວທາງຂອງພັກ. ພາຍຫຼັງຜູ້ຮຽນສ່ວນຫຼາຍຈົບມັດທະຍົມຕອນປາຍຂຶ້ນໄປແລ້ວຂັ້ນເທິງຈຶ່ງແນະນຳໃຫ້ຈັດຕັ້ງຮໍ່າຮຽນຕາມຊັ້ນເຊັ່ນ: ຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ, ປະລິນຍາຕີ ແລະ ປະລິນຍາໂທ. ພາຍຫຼັງມີການປະຕິຮູບການສຶກສາມານີ້, ສະຖາບັນກໍ່ໄດ້ສ້າງ ແລະ ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ໄປຕາມມາດຕະຖານຫຼັກສູດການສຶກສາແຫ່ງຊາດ ຫຼື ເວົ້າຢ່າງໜຶ່ງແມ່ນຫັນໄປສູ່ລະບົບໜ່ວຍກິດທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໄວ້. ນັບແຕ່ປີ 1995 ເປັນຕົ້ນມາໄດ້ສ້າງຫຼັກສູດໃໝ່ຄື: ຊັ້ນກາງ, ຊັ້ນສູງ (ຊັ້ນສູງ 2 ປີ ແລະ 5 ເດືອນ), ປະລິນຍາຕີລວມມີ 7 ສາຂາ (ສາຂາວິຊາການເມືອງ, ສາຂາວິຊາຄຸ້ມຄອງເສດຖະກິດ, ສາຂາວິຊາການປົກຄອງ, ສາຂາວິຊາວຽກງານຈັດຕັ້ງ, ສາຂາວິຊາວຽກງານກວດກາ, ສາຂາວິຊາວຽກງານອົງການຈັດຕັ້ງມະຫາຊົນ, ສາຂາວິຊາວຽກງານໂຄສະນາອົບຮົມ), ປະລິນຍາໂທ ລວມມີ 7 ສາຂາ (ສາຂາວິຊາປັດຊະຍາ, ສາຂາວິຊາເສດຖະສາດການເມືອງ, ສາຂາວິຊາຄຸ້ມຄອງເສດຖະກິດ, ສາຂາວິຊາການເມືອງວິທະຍາ, ສາຂາວິຊາການປົກຄອງ, ສາຂາວິຊາກໍ່ສ້າງພັກ ແລະ ສາຂາວິຊາລັດທິການເມືອງວິທະຍາສາດ). ສະຖາບັນຍັງໄດ້ສູ້ຊົນນຳສະເໜີຂັ້ນເທິງສ້າງປະລິນຍາເອກສຳລັບຄູ-ອາຈານ ຫຼື ສ້າງຄູການເມືອງລະດັບປະລິນຍາເອກ ໃນສາຂາວິຊາຕົ້ນຕໍຂອງຫຼັກມູນພື້ນຖານທິິດສະດີມາກ-ເລນິນ ຈຳນວນ 3 ສາຂາວິຊາຄື: ປັດຊະຍາ, ເສດຖະສາດການເມືອງ ແລະ ກໍ່ສ້າງພັກ. ໂດຍທົ່ວໄປ 5 ປີໃດສະຖາບັນ ໄດ້ເອົາໃຈໃສ່ປັບປຸງຫຼັກສູດຊັ້ນກາງ, ຊັ້ນສູງ, ປະລິນຍາຕີ ແລະ ປະລິຍາໂທ ແຕ່ລະສາຂາວິຊາເທື່ອໜຶ່ງ ນັ້ນກໍເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາປະເທດຊາດ ໃນແຕ່ລະໄລຍະ. ພ້ອມກັນນັ້ນກໍມີລະບົບຫໍສະໝຸດ, ລະບົບອິນເຕີເນັດ ແລະ ວາລະສານການເມືອງ-ການປົກຄອງ ເພື່ອໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາໄດ້ຄົ້ນຄວ້າ ແລະ ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ.

ໃນນັ້ນໄດ້ເອົາການຄົ້ນຄວ້າທິດສະດີ ແລະ ພຶດຕິກຳຕິດພັນກັບການຮຽນ-ການສອນ ແລະ ການຜັນຂະຫຍາຍແນວທາງຂອງພັກ-ນະໂຍບາຍຂອງລັດ. ອັນພົ້ນເດັ່ນແມ່ນເຮັດໃຫ້ການສ້າງປຶ້ມແບບຮຽນນັບມື້ນັບອຸດົມສົມບຸນ ແລະ ສອດຄ່ອງກັບສະພາບຕົວຈິງຂອງປະເທດພວກເຮົາຫຼາຍຂຶ້ນ, ຮອດປັດຈຸບັນມີຕຳລາສອນຫຼາຍຊະນິດ, ສ້າງໄດ້ກົນໄກເຄື່ອນໄຫວຄົ້ນຄວ້າວິທະຍາສາດ ແລະ ຄຸ້ມຄອງການຄົ້ນຄວ້າວິທະຍາສາດເປັນຮູບປະທຳ ແລະ ສາມາດເສີມຂະຫຍາຍບົດບາດນັບມື້ນັບຈະແຈ້ງຂຶ້ນ.

ໂດຍ: ສຳນານ ພົມພັກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments