Saturday, July 27, 2024
Homeຂ່າວໜ້າໜຶ່ງຫສນຍ ຈັດສຳມະນາ ສ້າງຄວາມເຂັ້ມແຂງ ໃນການສ້າງນິຕິກຳໃຕ້ກົດໝາຍ 10 ແຂວງພາກກາງ-ໃຕ້

ຫສນຍ ຈັດສຳມະນາ ສ້າງຄວາມເຂັ້ມແຂງ ໃນການສ້າງນິຕິກຳໃຕ້ກົດໝາຍ 10 ແຂວງພາກກາງ-ໃຕ້

ໃນວັນທີ 5 ມີນານີ້ ທີ່ສະໂມສອນແຂວງຄໍາມ່ວນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງໃນການສ້າງນິຕິກຳພາຍໃຕ້ກົດໝາຍໃຫ້ 10 ແຂວງພາກກາງ ແລະ ພາກໃຕ້, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ, ມີທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຈ້ອງຈາກ 10 ແຂວງພາກກາງ ແລະ ພາກໃຕ້ເຂົ້າຮ່ວມ.

ກອງປະຊຸມ ໄດ້ຈັດຂຶ້ໃນລະຫວ່າງວັນທີ 5-6 ມີນາ 2024 ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ຜູ້ທີ່ເຮັດວຽກງານການສ້າງນິຕິກຳໃຕ້ກົດໝາຍ ຂັ້ນສູນກາງ ແລະ ທ້ອງຖິ່ນ ສາມາດຈັດຕັ້ງປະຕິບັດ ຖືກຕ້ອງ ແລະ ສອດຄ່ອງ ຕາມຫຼັກການ, ລະບຽບການ. ຂັ້ນຕອນໃນການສ້າງ ແລະ ປັບປຸງນິຕິກໍາ, ແນໃສ່ເຮັດໃຫ້ການສ້າງ ແລະ ປັບປຸງນິຕິກຳ ໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຜົນສຳເລັດຕາມແຜນການທີ່ກຳນົດໄວ້ ໃນແຕ່ລະໄລຍະ, ທັງເປັນບ່ອນອີງທີ່ສໍາຄັນ ໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະກະຊວງຍຸຕິທໍາ, ກໍາມາທິການກົດໝາຍສະພາແຫ່ງຊາດ, ຫສນຍ, ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ທີ່ມີຄວາມຮັບຜິດຊອບ ແລະ ມີສ່ວນຮ່ວມໃນການສ້າງ ແລະ ປັບປຸງນິຕິກຳແຕ່ລະຂັ້ນ, ຄຽງຄູ່ກັນນັ້ນກໍເພື່ອສືບຕໍ່ສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ຂັ້ນສູນກາງ ແລະ ທ້ອງຖິ່ນ.

ສໍາລັບເນື້ອໃນທີ່ນໍາມາຄົ້ນຄວ້າໃນກອງປະຊຸມສໍາມະນາຄັ້ງນີ້, ປະກອບມີ 9 ຫົວຂໍ້ຄື: ການສ້າງຕິນິກຳຢູ່ຂັ້ນທ້ອງຖິ່ນ, ຂັ້ນຕອນ ແລະ ວິທີການສົ່ງຮ່າງກົດໝາຍໃຫ້ສະພາປະຊາຊົນຂັ້ນແຂວງ ໄປປຶກສາຫາລືກັບປະຊາຊົນ,ການເປັນເສນາທິການໃຫ້ລັດຖະບານຂອງ ຫສນຍ ໃນການສ້າງ ແລະ ປັບປຸງນິຕິກຳ, ການໂຄສະນາເຜີຍແຜ່ນິຕິກໍາ, ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ນິຕິກໍາ ຢູ່ສະພາປະຊາຊົນຂັ້ນແຂວງ, ການພິຈາລະນາຮັບຮອງເອົານິຕິກໍາ ຂອງທ້ອງຖິ່ນ (ນະຄອນຫຼວງວຽງຈັນ), ການພິຈາລະນາຮັບຮອງເອົານິຕິກໍາ ຂອງທ້ອງຖິ່ນ (ແຂວງຄໍາມ່ວນ), ການພິຈາລະນາຮັບຮອງເອົານິຕິກໍາ ຂອງທ້ອງຖິ່ນ (ແຂວງຈໍາປາສັກ) ແລະ ຜັນຂະຫຍາຍ ສັນຍາສາກົນ ເປັນນິຕິກຳ ຢູ່ຂັ້ນທ້ອງຖິ່ນ. ນອກນັ້ນ, ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບຜົນສໍາເລັດ, ຂໍ້ຈຳກັດ, ສິ່ງທ້າທ້າຍ ແລະ ໂອກາດໃນຂະບວນການສ້າງນິຕິກຳ ເພື່ອເປັນຂໍ້ມູນ ນຳໄປປັບປຸງຄຸນນະພາບ ຂອງນິຕິກຳ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

(ຂ່າວ: ມະນີວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments