Saturday, July 27, 2024
Homeຂ່າວຕ່າງປະເທດຜົນການສຶກສາພົບວ່າ ປັດຈຸບັນມີຄົນເປັນໂຣກຕຸ້ຍ ຫຼາຍກວ່າ 1 ພັນລ້ານຄົນ

ຜົນການສຶກສາພົບວ່າ ປັດຈຸບັນມີຄົນເປັນໂຣກຕຸ້ຍ ຫຼາຍກວ່າ 1 ພັນລ້ານຄົນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍບົດລາຍງານຜົນການສຶກສາທີ່ເຜີຍແຜ່ໂດຍວາລະສານການແພດ Lancet ລະບຸວ່າ: ປັດຈຸບັນ ມີຫຼາຍກວ່າ 1.000 ລ້ານຄົນທົ່ວໂລກກຳລັງທໍລະມານຈາກໂຣກຕຸ້ຍ ຊຶ່ງໂຕເລກດັ່ງກ່າວເພີ່ີມຫຼາຍກວ່າ 4 ເທົ່ານັບຕັ້ງແຕ່ປີ 1990.

ບົດລາຍງານລະບຸວ່າ: ໂຣກຕຸ້ຍສົ່ງຜົນກະທົບຕໍ່ປະເທດທີ່ທຸກຍາກ ແລະ ອັດຕາຂ້າງເທິງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນກຸ່ມເດັກນ້ອຍ ແລະ ໄວໜຸ່ມ ໄວກວ່າກຸ່ມຜູ້ໃຫຍ່. ຜົນການສຶກສາ ຂອງ WHO ສະບັບນີ້ໄດ້ຮັບການເຜີຍແຜ່ກ່ອນວັນຕຸ້ຍໂລກ ຫຼື ວັນທີ 4 ມີນາ ຂອງທຸກໆປີ ໄດ້ປະເມີນວ່າ: ໂລກມີຜູ້ໃຫຍ່, ໄວໜຸ່ມ ແລະ ເດັກນ້ອຍ ທີ່ເປັນໂຣກຕຸ້ຍປະມານ 226 ລ້ານຄົນ ໃນປີ 1990 ແລະ ໂຕເລກຂ້າງເທິງເພີ່ມຂຶ້ນເປັນ 1.038 ລ້ານຄົນໃນປີ 2022. ທ່ານ ຟຣານເຊສໂກ ບຣັງກາ ຜູ້ອຳນວຍການຝ່າຍໂພຊະນາການເພື່ອສຸຂະພາບຈາກ WHO ກ່າວວ່າ: ຈຳນວນຄົນເຈັບໂຣກຕຸ້ຍເພີ່ມຂຶ້ນເກີນ 1.000 ລ້ານຄົນ ເກີດຂຶ້ນໄວກວ່າທີ່ໜ່ວຍງານຄາດຄະເນໄວ້ຢ່າງຫຼວງຫຼາຍ. ພາຍຫຼັງການວິເຄາະນ້ຳໜັກ ແລະ ລວງສູງຂອງຜູ້ຄົນຫຼາຍກວ່າ 220 ລ້ານຄົນ ໃນ 190 ກວ່າປະເທດ ທີມນັກວິໄຈປະເມີນວ່າ ແມ່ຍິງທີ່ເປັນຜູ້ໃຫຍ່ 504 ລ້ານຄົນ ແລະ ຜູ້ຊາຍທີ່ເປັນຜູ້ໃຫຍ່ 374 ລ້ານຄົນ ເປັນໂຣກຕຸ້ຍໃນປີ 2022 ອີກທັງອັດຕາໂຣກຕຸ້ຍຍັງເພີ່ມໃນກຸ່ມແມ່ຍິງຫຼາຍກວ່າ 2 ເທົ່າ ແລະ ໃນກຸ່ມຜູ້ຊາຍເກືອບ 3 ເທົ່າ ນັບຕັ້ງແຕ່ປີ 1990 ດ້ວຍ. ທັງນີ້, ທ່ານ ດຣ. ເທໂດຣສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການຂອງ WHO ກ່າວວ່າ: ຜົນການສຶກສາສະບັບໃໝ່ນີ້ເນັ້ນຢ້ຳເຖິງຄວາມສຳຄັນຂອງການປ້ອງກັນ ແລະ ການຈັດການໂຣກຕຸ້ຍຕັ້ງແຕ່ໃນໄວເດັກໄປຈົນເຖິງໄວຜູ້ໃຫຍ່ຜ່ານການຮັບປະທານອາຫານ, ການອອກກຳລັງກາຍ ແລະ ການເບິ່ງແຍງຢ່າງເໝາະສົມຕາມຄວາມຈຳເປັນ.

ທ່ານ ດຣ. ເທໂດຣສ ກ່າວວ່າ: ເພື່ອບັນລຸເປົ້າໝາຍລະດັບໂລກໃນການຫຼຸດອັດຕາໂຣກຕຸ້ຍ ຕ້ອງໄດ້ຮັບການຮ່ວມມືຈາກພາກເອກະຊົນ ຊຶ່ງຕ້ອງຮັບຜິດຊອບຕໍ່ຜົນກະທົບດ້ານສຸຂະພາບຈາກຜະລິດຕະພັນຂອງຕົນເອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments