Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ໄດ້ຈັດຂຶ້ນໃນວັນທີ 5 ມີນານີ້ ທີ່ນະຄອນຫຼວງພະບາງ, ໂດຍການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດສະມາຊິກອາຊຽນ, ຕີມໍເລດສະເຕ ແລະ ຮອງເລຂາທິການໃຫ່ຍອາຊຽນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເປັນການເລິ່ມຕົ້ນຂອງກະຊວງປ້ອງກັນປະເທດ ແຫ່ງສປປ ລາວ ໃນການເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມໃນຂັ້ນລັດຖະມົນຕີໃນຂອບການຮ່ວມມືດ້ານວຽກງານປ້ອງກັນຊາດ ໃນປີ 2024 ພາຍໃຕ້ຄໍາຂວັນ: “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ”; ກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບແນວທາງແຜນຍຸດທະສາດຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ.

ພາຍຫຼັງປີ 2025 ໃນການແກ້ໄຂສິ່ງທ້າທາຍຕ່າງໆຕໍ່ຄວາມໝັ້ນຄົງໃນປັດຈຸບັນ ແລະ ອະນາຄົດ, ໂດຍສະເພາະການຮັບມືກັບຜົນກະທົບຈາກການແຂ່ງຂັນຂອງມະຫາອໍານາດ, ການຂະຫຍາຍສະມາຊິກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ການຮັກສາຄວາມເປັນແກນກາງ ແລະ ຄວາມເປັນເອກະພາບຂອງອາຊຽນ, ລວມທັງການປັບປຸງບັນດາກົນໄກ ແລະ ກິດຈະກໍາການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ;

ກອງປະຊຸມ ໄດ້ເຫັນດີເປັນເອກະສັນ ແລະ ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍຜົນສຳເລັດໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ຊຶ່ງຮ່າງໂດຍກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃນນາມເປັນປະທານອາຊຽນ ໃນປີ 2024. ເນື້ອໃນຫຼັກຂອງຖະແຫຼງການດັ່ງກ່າວ ແມ່ນຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຕະຫຼອດໄລຍະ 10 ປີຜ່ານມາ (2015–2025), ຊຶ່ງເປັນການປະກອບສ່ວນອັນສໍາຄັນຂອງຂະແໜງການປ້ອງກັນຊາດຂອງອາຊຽນ ເຂົ້າໃນການປົກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ;

ໃນກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນໄດ້ສະແດງຄວາມໝາຍໝັ້ນຮ່ວມກັນຄື: ຮັກສາບົດບາດຂອງກອງປະຊມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນບວກ ເປັນກົນໄກການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ໃນຂັ້ນສູງສຸດຂອງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ແລະ ຮັບຮູ້ຜົນປະໂຫຍດລວມຂອງເພື່ອນອາຊຽນ ແລະ ຄູ່ຮ່ວມມືທີ່ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ; ສືບຕໍ່ເພີ່ມທະວີການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ການທະຫານ ໂດຍຜ່ານບັນດາກົນໄກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ເພື່ອເສີມສ້າງຂີດຄວາມສາມາດ, ຄວາມເຂັ້ມແຂງ ແລະ ຄວາມສາມາດໃນການເຮັດວຽກຮ່ວມກັນຂອງບັນດາປະເທດສະມາຊິກ ໂດຍຜ່ານການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ; ປະກອບສ່ວນເຂົ້າໃນການພັດທະນາແຜນຍຸດທະສາດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ວິໄສທັດຂອງປະຊາຄົມອາຊຽນໄລຍະ 20 ປີ (2025 – 2045) ໃນຂະແໜງການປ້ອງກັນຊາດ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງທີ່ພົ້ນເດັ່ນໃນປັດຈຸບັນ ແລະ ອະນາຄົດ ໃຫ້ມີປະສິດທິພາບ, ທັນເວລາ ແລະ ສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ, ພ້ອມທັງສະແດງຄວາມຄາດຫວັງຕໍ່ການຈັດຕັ້ງປະຕິບັດວິໄສທັດຂອງປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ ແລະ ການປະກອບສ່ວນຂອງຂະແໜງການປ້ອງກັນຊາດ ໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

(ຂ່າວ: ກະຊວງປ້ອງກັນປະເທດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments