Saturday, July 27, 2024
Homeຂ່າວໜ້າໜຶ່ງບໍ່ເຕ່ນ-ບໍ່ຫານ" ປະກອບສ່ວນສໍາຄັນເຮັດໃຫ້ການຄ້າ ການລົງທຶນ ແລະ ການຂົນສົ່ງ ລາວ-ຈີນ ດີຂຶ້ນຢ່າງຕໍ່ເນື່ອງ

ບໍ່ເຕ່ນ-ບໍ່ຫານ” ປະກອບສ່ວນສໍາຄັນເຮັດໃຫ້ການຄ້າ ການລົງທຶນ ແລະ ການຂົນສົ່ງ ລາວ-ຈີນ ດີຂຶ້ນຢ່າງຕໍ່ເນື່ອງ

ຫວ່າງມໍ່ໆ ມານີ້, ດ່ານສາກົນບໍ່ເຕ່ນ-ບໍ່ຫານ ໄດ້ເຫັນດີຈະຊຸກ ຍູ້ການຮ່ວມມືຂອງຂົງເຂດພື້ນຖານໂຄງລ່າງພາຍໃນເຂດຮ່ວມມື, ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງທີ່ກ່ຽວຂ້ອງກັບຜົນປະໂຫຍດລວມຂອງສັງຄົມ ແລະ ຄວາມປອດໄພຢູ່ບໍລິເວນດ່ານ ແລະ ການ ຮ່ວມມືອຸດສາຫະກໍາການຜະລິດສອງຝ່າຍ, ຊຸກຍູ້ວຽກງານຂອງໂຄງການຕ່າງໆ ໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບ, ຍົກສູງລະດັບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ສອງປະເທດ, ເລັ່ງລັດການພັດທະນາຢູ່ໃນພາກພື້ນຊາຍແດນຂອງສອງປະເທດ ລາວ ແລະ ຈີນ.

ໃນໄລຍະ 4 ປີຜ່ານມາ ນັບແຕ່ໄດ້ສ້າງຕັ້ງເຂດທົດລອງການ ຄ້າເສລີ ແຂວງຢຸນນານ ສປ ຈີນ, ມີຫົວໜ່ວຍທຸລະກິດໃໝ່ທີ່ເກີດຂຶ້ນຫລາຍກວ່າ 300.000 ຫົວໜ່ວຍ, ໃນນັ້ນ 99.000 ຫົວໜ່ວຍ ແມ່ນວິສາຫະກິດທີ່ສ້າງຕັ້ງຂື້ນມາໃໝ່, ກວມ 10,4% ຂອງຈຳນວນຕົວເລກທັງໝົດຂອງວິສາຫະກິດທີ່ໄດ້ສ້າງຕັ້ງຂື້ນໃໝ່ໃນແຂວງດັ່ງກ່າວ. ເຂດທົດລອງດຳ ເນີນການຄ້າເສລີ ແຂວງຢູນນານ, ສປ ຈີນ ໄດ້ຕັ້ງໜ້າຮັບໃຊ້ໃຫ້ບໍລິການ ແລະ ພະຍະຍາມເຊື່ອມໂຍງເຂົ້າກັບຍຸດທະສາດການພັດທະນາແຫ່ງຊາດຈີນ, ກໍ່ຄື: “ການສ້າງກົນໄກແກ້ໄຂຄວາມຂັດແຍ່ງທີ່ພົວພັນກັບເຂດຊາຍ ແດນຢ່າງຮອບດ້ານ”, ຮູບແບບການກວດກາ ແລະ ຄວບຄຸມ “ເຄືອຄ່າຍອິນເຕີເນັດ + ການຄ້າພົນລະເມືອງຢູ່ເຂດຊາຍແດນ” ທີ່ສາມາດນໍາໃຊ້ໄດ້ແບບງ່າຍດາຍ, “ສ້າງຖານການບໍລິການທາງດ້ານພາສາ ເພື່ອຊຸກຍູ້ວັດທະນະທໍາໃຫ້ສາ ມາດອອກໄປສູ່ທົ່ວ ໂລກ”, ສ້າງຮູບແບບກົນໄກ “ການສ້າງສັນຍາແຮງງານທາງອີເລັກໂຕຼນິກ” ແລະ ອື່ນໆ ເພື່ອນຳໃຊ້ທ່າແຮງຂອງເຂດຊາຍແດນ, ຮູບບການຂ້າມຊາຍແດນ ແລະ ການຫັນສູ່ທິດຕັ້ງອາຊີໃຕ້ ແລະ ຕາ ເວັນອອກສ່ຽງໃຕ້, ເຕົ້າໂຮມ “ການທົດອງທົດສອບລະບົບຂອງປະເທດ ເພື່ອການວາງແຜນການພັດທະນາຂອງແຂວງຢຸນນານ”, ແລະ ເລັ່ງລັດການສ້າງຮູບແບບເສດຖະກິດເປີດສູ່ພາຍນອກໃນລະດັບໃໝ່.

ນັບແຕ່ປີ 2024 ເປັນຕົ້ນມາ, ປະລິມານການຂົນສົ່ງໂດຍລວມຂອງສະຖານນີກຸ່ມບໍລິສັດລົດໄຟຈີນ ວາງຈາຫລິງ ໃນເຂດພັດທະນາເສດຖະກິດນະຄອນຄຸນໝິງ (ເຂດທົດລອງການຄ້າເສລີນະຄອນຄຸນໝິງ) ໄດ້ເພີ່ມຂຶ້ນຢ່າງພົນເດັ່ນ, ໂດຍສະເພາະແມ່ນປະລິ ມານການຂົນສົ່ງໃນລະບົບຕ່ອງໂສ້ອາຫານສົດ. ອີງຕາມສະຖິຕິ ແຕ່ວັນທີ 1 ມັງກອນ ຫາວັນທີ 18 ກຸມພານີ້, ຍອດປະລິມານການຂົນສົ່ງຂອງສະຖານີສູນກາງວັງຈ່າງຢິງ ໄດ້ເພີ່ມຂຶ້ນ 44% ເມື່ອທຽບໃສ່ປີກາຍນີ້. ແຕ່ວັນທີ 10 ຫາວັນທີ 17 ກຸມ ພານີ້, ດ່ານພາສີນະ ຄອນຄຸນໝິງໄດ້ກວດກາ ແລະ ປ່ອຍການຂົນສົ່ງສິນຄ້າ ນຳເຂົ້າ-ສົ່ງອອກຜ່ານທາງລົດໄຟ ຈີນ-ລາວ ເປັນຈຳນວນທັງໝົກ 130.000 ໂຕນ, ມີມູນຄ່າ 345 ລ້ານຢວນ, ເພີ່ມຂຶ້ນ 90% ແລະ 163% ຕາມລຳດັບ ເມື່ອທຽບໃສ່ບຸນກຸດຈີນ ໃນປີ 2023. ໃນນັ້ນ, ສິນຄ້າສົ່ງອອກຕົ້ນຕໍແມ່ນຜະລິດຕະ ພັນເຫຼັກກ້າ, ອາໄຫຼ່ລົດຍົນ ແລະ ສິນຄ້ານຳຊິວິດປະຈຳວັນທົ່ວ ໄປ, ສຳລັບສິນຄ້ານຳເຂົ້າຕົ້ນຕໍແມ່ນ ໝາກກ້ວຍ, ຖົ່ວລຽນ, ໜໍ່ ໄມ້ປ່າ ແລະ ແຮ່ເຫຼັກ.

ວັນທີ 27 ກຸມພາຜ່ານມານີ້, ເຂດພັດທະນາເສດຖະກິດນະຄອນຄຸນໝິງ (ເຂດທົດລອງການຄ້າເສລີນະຄອນຄຸນໝິງ) ໄດ້ຈັດກອງປະຊຸມວຽກງານເສດຖະກິດ, ເຂດສວນພັດທະນາ ໄດ້ສ້າງລາຍຮັບຈາກການດຳເນີນທຸລະກິດ ໃນມູນຄ່າ 361,2 ຕື້ຢວນ ພາຍໃນປີ 2023, ໂດຍມີມູນຄ່າລາຍໄດ້ຈາກຂະແໜງອຸດ ສາຫະກຳທັງໝົດ 51,9 ຕື້ຢວນ. ເພີ່ມຂຶ້ນ 4,2% ແລະ ມູນຄ່າລາຍຮັບຈາກງົບປະມານສາທາລະນະທັງໝົດ 3,93 ຕື້ຢວນ, ເພີ່ມຂຶ້ນ 12,4%, ຊຶ່ງກາຍເປັນອັນດັບຫນຶ່ງຂອງຂະແຫນງການເຂດພັດທະນາຂອງນະຄອນດັ່ງກ່າວ. ໃນປີນີ້ ຈະສຸມໃສ່ເໜັ້ນໜັກສືບຕໍ່ປະຕິບັດການຍົກຍ້າຍອຸດ ສາຫະກຳການຜະລິດໄປສູ່ພາກຕາເວັນອອກ, ລົງເລິກການຮ່ວມມື ລະຫວ່າງ ນະຄອນຊຽງໄຮ ແລະ ນະຄອນຄຸນມິງຢ່າງເລິກເຊີ່ງ ແລະ ຊຸກຍູ້ “ສີ່ຂົງເຂດໃຫ້ຂັບເຄື່ອນໄປ ພ້ອມໆ ກັນ” ກໍ່ຄື ເພື່ອສ້າງເຂດຍົກຍາຍສູນກາງອຸສາຫະກຳການຜະລິດ ແລະ ເຂດນຳໜ້າແບບຢ່າງໃຫ້ແກ່ເຂດອື່ນ ເພື່ອສ້າງເປົ້າໝາຍສູງສຸດຂອງຫົວຄິດປະດິດສ້າງແບບໃໝ່ ແລະ ການພັດທະນາອຸດສາຫະກຳການຜະລິດ, ປຸກລະດົມ ແລະ ເຕົ້າ ໂຮມຄວາມສາມັກຄີຂອງບັນດາພະນັກງານໃນທົ່ວເຂດ, ເປັນເຈົ້າ ການຮັບໃຊ້ ແລະ ເຊື່ອມໂຍງເຂົ້າກັບຍຸດທະສາດ ຂອງຊາດຈີນ.

ເສັ້ນທາງລົດໄຟ ຈີນ-ລາວ ໄດ້ຮັບຄວາມນິຍົມຢ່າງບໍ່ຢຸດຢັ້ງ ມາເຖິງວັນທີ 19 ກຸມພາ 2024 ຜ່ານມານີ້, ເສັ້ນທາງລົດໄຟ ຈີນ-ລາວ ໄດ້ນຳສົ່ງຜູ້ໂດຍສານທັງໝົດ 28,897 ລ້ານຄົນ, ປະລິມານສິນຄ້າຫລາຍກວ່າ 33,059 ລ້ານໂຕນ, ປະລິມານສິນຄ້າຂົນສົ່ງຂ້າມຊາຍແດນ 7,509 ລ້ານໂຕນ ແລະ ປະເພດສິນຄ້າມີຫຼາຍກວ່າ 2.900 ຊະນິດ. ໃນຂະ ນະທີ່ການສະໜອງສິນຄ້ານັບມື້ນັບເພີ່ມຂຶ້ນ, ພາກສ່ວນທາງລົດໄຟ “ສາຍດ່ວນແມ່ນ້ຳລ້ານຊ້າງ ແລະ ແມ່ນ້ຳຂອງ” ຂອງລົດໄຟຂົນສົ່ງສາກົນເສັ້ນທາງລົດໄຟ ຈີນ-ລາວ, ແຕ່ນະຄອນຄຸນມິງ ຫາ ນະຄອນຫລວງວຽງຈັນ ໃຊ້ເວລາພຽງ 26 ຊົ່ວໂມງ. ຈາກຄຸນໝິງໄປນະຄອນຫຼວງວຽງຈັນ. ຮູບການຂົນສົ່ງແບບໃໝ່ຂອງ “ເສັ້ນທາງລົດໄຟຈີນ-ລາວ + ເສັ້ນ ທາງລົດໄຟຈີນ-ເອີລົບ” ໄດ້ເຮັດໃຫ້ເວລາການຂົນສົ່ງໂດຍກົງຈາກລາວ, ໄທ ແລະ ປະເທດອື່ນໆ ໄປສູ່ເອີລົບ ຫລຸດລົງ 15 ວັນ.

ດ່ານພາສີນະຄອນຄຸນໝິງ ໄດ້ປະສົມປະສານລະບົບການສ້າງສາດ່ານພາສີແບບມີສະຕິປັນຍາ ແລະ ວຽກງານຂະບວນການສ້າງ “ປະເທດທີ່ມີດ່ານພາສີແບບມີສະຕິປັນຍາທີເຂັ້ມແຂງ, ຮ່ວມແຮງຊຸກຍູ້ການສ້າງສາດ່ານທ່າບົກແບບມີສະຕິປັນຍາຢູ່ດ່ານເຄືອໂຂ, ດ່ານຢຸຍລີ້, ດ່ານບໍ່ຫານ ແລະ ດ່ານອື່ນໆ, ຍົກສູງລະດັບຄວາມທັນສະໄໝ ແລະ ສະໝອງກົນອັດສະລິຍະຂອງດ່ານຊາຍແດນທ່າບົກ, ສ້າງສາ ແລະ ປັບປຸງບັນດາສະຖານທີ່ກວດກາທີ່ໄດ້ກຳນົດໄວ້ ເພື່ອສ້າງທ່າບົກໃໝ່ 04 ແຫ່ງ ຂອງ ແຂວງຢຸນນານ ທີ່ມີການສົ່ງໝາກໄມ້ຂ້າມຊາຍແດນໄປປະເທດທີສາມ. ຈາກໂຕເລກສະຖິຕິ, ທາງລົດໄຟຈີນ-ລາວ ປະລິມານການນຳເຂົ້າ ແລະ ສົ່ງອອກສິນຄ້າແມ່ນມີທັງໝົດ 4,218 ລ້ານໂຕນ, ເພີ່ມຂຶ້ນ 94,9% ເມື່ອທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ, ໄດ້ກວດກາການ ເຂົ້າ-ອອກ ຜູ້ຄົນ 114.000 ຄົນ ແລະ ໄດ້ດຳເນີນວຽກງານທາງດ້ານທຸລະ ກິດ “ລົດໄຟທາງດ່ວນ” 4.553 ປີ້, ຊຶ່ງຈັດຢູ່ໃນອັນດັບແນວໜ້າໃນທົ່ວປະເທດ, ເປັນການຊຸກຍູ້ໃຫ້ທາງລົດໄຟ ທ່າບົກ ດ່ານບໍ່ຫານ ກາຍເປັນດ່ານທີ່ປະສິດທິພາບໃນການຂ້າມດ່ານທີ່ສູງທີ່ ສຸດ, ການຂົນສົ່ງສິນທີ່ໄວທີສຸດ ແລະ ເຊື່ອມຕໍ່ລົດໄຟທ່າບົກຂອງອາຊຽນທີ່ໃຫຍ່ທີ່ສຸດ.

ເຂດພັດທະນາເສດຖະກິດນະຄອນຄຸນໝິງ (ເຂດທົດລອງການຄ້າເສລີການຂອງນະຄອນຄຸນໝິງ) ໄດ້ມີໝາກຜົນອັນພົ້ນເດັ່ນໃນການສ້າງສາຫົວຄິດປະດີດສ້າງອັນໃໝ່ໆ ໃນປີ 2023. ວິສາຫະກິດຂະແໜງການເຕັກນິກວິທະຍາສາດຂະໜາດນ້ອຍ ຈຳນວນ 237 ແຫ່ງ ໄດ້ຮັບການຮັບຮູ້ ໂດຍມີການລົງທຶນຄົ້ນ ຄວ້າພັດທະນາ 1.765 ຕື້ຢວນ, ແລະ ໄດ້ຮັບການອະນຸມັດໂຄງການເຕັກນິກວິທະຍາສາດ ພິເສດ 4 ໂຄງການ ພ້ອມດ້ວຍເວທີການປະດິສ້າງສາສິ່ງໃໝ່. ນອກຈາດນີ້, ຍັງມີການເພີ່ມຂື້ນຂອງວິສາຫະກິດເຕັກໂນໂລຊີສູງ ຈຳນວນ 58ແຫ່ງ ແລະ ຢູ່ໃນອັນດັບໜຶ່ງຂອງນະຄອນດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments