Saturday, July 27, 2024
Homeຂ່າວພາຍໃນສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ ມອບໂທລະໂຄ່ງໃຫ້ປະຊາຊົນ 14 ບ້ານເປົ້າໝາຍເມືອງຜາອຸດົມ.

ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ ມອບໂທລະໂຄ່ງໃຫ້ປະຊາຊົນ 14 ບ້ານເປົ້າໝາຍເມືອງຜາອຸດົມ.

……………………………………………………

ໃນວັນທີ 28-29 ກຸມພາ 2024 ນີ້. ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ ຫຼື ສະມາຄົມຄໍາຄິດ ປະຈໍາ ເມືອງຜາອຸດົມໄດ້ສົມທົບກັບຫ້ອງການສະຫະພັນກໍາມະບານເມືອງຜາອຸດົມ ແຂວງບໍ່ແກ້ວ ພ້ອມດ້ວຍຫ້ອງການກ່ຽວຂ້ອງໄດ້ນໍາເອົາອຸປະກອນລະບົບໂທລະໂຄ່ງ ມອບໃຫ້ປະຊາຊົນຈໍານວນ 14 ບ້ານເປົ້າໝາຍຂອງສະມາຄົມຄໍາຄິດໂດຍການຊີ້ນໍາ-ນໍາພາຂອງທ່ານ ສົມນິດ ໄຊທະວົງສິດ ກໍາມະການພັກເມືອງ ຮອງເຈົ້າເມືອງ, ຜູ້ຊີ້ນໍາໂຄງການຂັ້ນເມືອງ , ມີທ່ານ ຊົ່ງມ່າວ ມະວົງໄຊ ຜູ້ປະສານງານອົງການແພຣນສາກົນ ປະຈໍາເມືອງຜາອຸດົມ, ມີຫົວໜ້າ-ຮອງຫົວໜ້າຫ້ອງການຄູ່ຮ່ວມງານ, ວິຊາການຂອງສະມາຄົມຄໍາຄິດ, ອົງການຈັດຕັ້ງບ້ານ 14 ບ້ານພ້ອມດ້ວຍວິຊາການກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງ ເພື່ອໃຫ້ບ້ານດັ່ງກ່າວໄດ້ມີໂທລະໂຄ່ງຮັບໃຊ້ເຂົ້າໃນການປະກາດຂ່າວເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ພາຍໃນບ້ານໃຫ້ປະຊາຊົນໄດ້ຮັບຮູ້ຂ່າວສານທັນເຫດການ ແລະ ທົ່ວເຖິງ ເປັນຕົ້ນ: ເອກະສານ ແຈ້ງການຕ່າງໆຂອງແຂວງ – ຂອງເມືອງ, ອ່ານຂ່າວ, ເປີດສຽງນິຕິກໍາ 3 ພາສາຄື: ພາສາລາວ, ພາສາກຶມມຸ ແລະພາສາມົ້ງ. ໃນການເຜີຍແຜ່ ກົດໝາຍວ່າດ້ວຍກໍາມະບານ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ກົດໝາຍວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ , ສະນັ້ນ, ສະມາຄົມຄໍາຄິດ ປະຈໍາເມືອງຜາອຸດົມຈິ່ງໄດ້ສົມທົບກັບຫ້ອງການສະຫະພັນກໍາມະບານເມືອງພ້ອມດ້ວຍຫ້ອງການກ່ຽວຂ້ອງຂອງເມືອງໄດ້ນໍາເອົາອຸປະກອນໂທລະໂຄ່ງມາມອບໃຫ້ 14 ບ້ານເປົ້າໝາຍຂອງສະມາຄົມຄໍາຄິດຄື: ບ້ານວຽງພັດທະນາ, ບ້ານມົກໂຊະ, ບ້ານຫ້ວຍສັງ, ບ້ານຖໍ້າຜາແກ່, ບ້ານຫາງດອຍ, ບ້ານໂຮມສຸກ, ບ້ານຫ້ວຍກູນ, ບ້ານແກ່ນຄໍາ, ບ້ານນາໂຮມ, ບ້ານດອນແກ້ວ, ບ້ານປາກຫາດ, ບ້ານຫ້ວຍບົງ, ບ້ານວັງປ້ອມ ແລະບ້ານສຸກຈະເລີນ( ກຸ່ມຫາດໝວກ ) ອຸປະກອນທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ແອັມ 6 ໜ່ວຍ, ດອກປາກເລີ່ 14 ດອກ, ສາຍໂທລະໂຄ່ງຍາວ 200 ແມັດຈໍານວນ 7 ກໍ້, ໄມລອຍ 14 ຊຸດ, ອຸປະກອນທີ່ນໍາມາມອບໃນຄັ້ງນີ້ແມ່ນທຶນຊ່ວຍເຫຼືອຂອງສະມາຄົມຄໍາຄິດເປັນມູນຄ່າ 56 ລ້ານກວ່າກີບ. ຕາງໜ້າມອບໂດຍທ່ານ ສົມນິດໄຊທະວົງສິດ ຮອງເຈົ້າເມືອງ ຜາອຸດົມ ຮັບໂດຍອົງການຈັດຕັ້ງບ້ານແຕ່ລະບ້ານໂດຍຊ່ອງໜ້າຫ້ອງການກ່ຽວຂ້ອງ.

ທ່ານສົມນິດ ໄຊທະວົງສິດ ຮອງເຈົ້າເມືອງ ໄດ້ມີຄໍາເຫັນໂອ້ລົມກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດຊອບຊີ້ນໍາໂຄງການທຸກຂັ້ນໃນການຫ້າງຫາກະກຽມຂື້ນແຜນງົບປະມານຕ່າງໆໃນການຈັດຊື້ອຸປະກອນໂທລະໂຄ່ງໃຫ້ບ້ານໃນຄັ້ງນີ້ ແລະ ທ່ານໄດ້ຍ້ອງຍໍຊົມເຊີຍມາຍັງສະມາຄົມຄໍາຄິດໃນການສະໜອງທຶນທາງດ້ານງົບປະມານຕ່າງໆໃຫ້ແກ່ບ້ານເປົ້າໝາຍ 14 ບ້ານໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ 14 ບ້ານທີ່ໄດ້ຮັບອຸປະກອນໂທລະໂຄ່ງໃນຄັ້ງນີ້ຈົ່ງພ້ອມກັນນໍາໃຊ້ເຄືອງອຸປະກອນດັ່ງກ່າວເຂົ້າໃນວຽກງານຂອງບ້ານໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ແລະ ນໍາໃຊ້ໃຫ້ໄດ້ຍາວນານ.

ໂດຍ: ນ. ຄໍາມ່ວນ ແກ້ວດວງຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments