Saturday, July 27, 2024
Homeຂ່າວພາຍໃນແຂວງອັດຕະປື ເຊັນສັນຍາສຳປະທານຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນປາໂກດິດ

ແຂວງອັດຕະປື ເຊັນສັນຍາສຳປະທານຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນປາໂກດິດ


ວັນທີ 1 ມີນາ 2024 ຜ່ານມານີ້ ທີ່ພະແນກແຜນການ ແລະການລົງທຶນແຂວງອັດຕະປື ໄດ້ມີພິທີເຊັນສັນຍາສຳປະ ທານໂຄງການຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກດິດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ວັນທອງ ກອງມະນີ, ເຈົ້າແຂວງ ອັດຕະປື, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວ ຕັ້ງຢູ່ເຂດບ້ານ ຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື ມີໄລຍະສຳປະທານທັງໝົດ 10 ປີ ໃນເນື້ອທີ່ 4.19 ເຮັກຕາ. ພາຍຫລັງໝົດສັນຍາ ບໍລິສັດສາມາດຕໍ່ສັນຍາໄດ້ ຕາມລະບຽບ ແລະ ກົດໝາຍການລົງທຶນຂອງ ສປປ ລາວ.
. ໂຄງການນີ້ ມີກຳລັງການຜະລິດ 600 ແມັດກ້ອນຕໍ່ປີ, ມີມູນຄ່າການລົງທຶນ 80 ຕື້ກີບ , ເປັນການລົງທຶນຂອງເອກະຊົນພາຍໃນ ສປປ ລາວ 100%, ບໍລິສັດ ໄດ້ມອບເງີນພັນທະລ່ວງໜ້າ ຈຳນວນ 100.000 ໂດລາ, ແລະມອບເງີນພັດທະນາແຂວງໃຫ້ອົງການປົກຄອງແຂວງ ຈຳນວນ 50.000 ໂດລາ, ເປົ້າໝາຍຂອງໂຄງການ ແມ່ນເພື່ອປຸງແຕ່ງຫີນອ່ອນປາໂກດິດ, ຫີນປະດັບ ໃຫ້ເປັນຜະລິດຕະພັນເຄິ່ງສຳເລັດຮູບ, ຜະລິດຕະພັນສຳເລັດຮູບຕ່າງໆ ເຊັ່ນ: ຫີນອ່ອນແກະສະລັກ, ຫີນສະສົມ ເປັນວັດຖຸມົງຄຸນ, ຫີນຕົບແຕ່ງບ້ານເຮືອນ, ເປັນເຄື່ອງໃຊ້, ເຄື່ອງປະດັບ, ຂອງທີ່ລະນຶກ ທີ່ມີຄຸນຄ່າທາງວັດທະນະທຳ ພ້ອມນີ້ ຍັງເປັນການສ້າງວຽກເຮັດງານທຳ ໃຫ້ແຮງງານໃນທ້ອງຖິ່ນ ເຊິ່ງບັນດາຜະລິດຕະພັນຈະສະໜອງໃຫ້ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.
ລົງນາມເຊັນສັນຍາຄັ້ງນີ້ ຝ່າຍອົງການປົກຄອງແຂວງຕາງໜ້າໂດຍ ທ່ານ ສູນນະຄອນ ແກ້ວວຽງຄຳ, ຫົວໜ້າພະແນກແຜນການແລະການລົງທຶນແຂວງອັດຕະປື, ທ່ານ ສຸດໃຈ ກົມມະເມືອງ, ຫົວໜ້າພະແນກພະລັງງານແລະ ບໍ່ແຮ່ແຂວງ, ທ່ານ ທິດສະຫວັນ ໄຊຍະແສງ, ຮອງເຈົ້າເມືອງພູວົງ ແລະ ຝ່າຍ ບໍລິສັດ ລົງນາມໂດຍທ່ານ ວິໄລສັກ ເພັດອາສາ ອຳນວຍການບໍລິສັດພັດທະນາຫີນປາໂກດິດອັດຕະປື ຈຳກັດຜູ້ດຽວ, ທ່ານ ວັນໄຊ ເພັດອາສາ ຮອງອຳນວຍການບໍລິສັດ ໂດຍຊ້ອງໜ້າພາກສ່ວນກ່ຽວຂ້ອງຕ ຮ່ວມເປັນສັກຂີພິຍານ.
ຂ່າວ: ທິດປະສົງ ໄຊຍະສອນ ຂ.ອັດຕະປື

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments