Saturday, July 27, 2024
Homeຂ່າວຕ່າງປະເທດຊາອຸດິດ ອາຣັບບີ ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 100 ລ້ານຄົນ

ຊາອຸດິດ ອາຣັບບີ ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 100 ລ້ານຄົນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກະຊວງການທ່ອງທ່ຽວຊາອຸດິດ ອາຣັບບີ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຊາອຸດິດ ອາຣັບບີ ຮອງຮັບນັກທ່ອງທ່ຽວທັງໃນ ແລະ ຕ່າງປະເທດ ທັງໝົດ 106,2 ລ້ານຄົນ ໃນປີ 2023.

ກະຊວງການທ່ອງທ່ຽວຊາອຸດິດ ອາຣັບບີ ລະບຸວ່າ: ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນ 56% ຈາກປີ 2019 ແລະ 12% ຈາກປີ 2022 ໂດຍຈຳນວນນັກທ່ອງທ່ຽວຕ່າງປະເທດສູງເຖິງ 27,4 ລ້ານຄົນ ເພີ່ມຂຶ້ນ 56% ຈາກປີ 2019 ແລະ 65% ຈາກປີ 2022. ຈຸດໝາຍໃນຄັ້ງນີ້ເຮັດໃຫ້ຊາອຸດິດ ອາຣັບບີ ກາຍເປັນມະຫາອຳນາດເກີດໃໝ່ດ້ານການທ່ອງທ່ຽວລະດັບໂລກ ແລະ ກະຕຸ້ນໃຫ້ທາງການຕັ້ງເປົ້າໝາຍ ໃໝ່ໃນການຕ້ອນຮັບນັກທ່ອງທ່ຽວ 150 ລ້ານຄົນ ພາຍໃນປີ 2030. ກະຊວງການທ່ອງທ່ຽວຊາອຸດິດ ອາຣັບບີ ເປີດເຜີຍວ່າ: ການທ່ອງທ່ຽວໄດ້ພິສູດແລ້ວວ່າ ມີສ່ວນສຳຄັນຕໍ່ເສດຖະກິດຂອງຊາອຸດິດ ອາຣັບບີ ໂດຍນັກທ່ອງທ່ຽວໃນປະເທດ ແລະ ຕ່າງປະເທດໃຊ້ຈ່າຍຫຼາຍກວ່າ 2,5 ແສນລ້ານຣິຢັນຊາອຸດິດ ອາຣັບບີ ໃນປີ 2023 ຊຶ່ງຄິດເປັນຫຼາຍກວ່າ 4% ຂອງໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ແລະ 7% ຂອງ GDP ທີ່ບໍ່ແມ່ນນໍ້າມັນ. ທ່ານ ອາໝັດ ອັນ ຄາຕີບ ລັດຖະມົນຕີກະຊວງການທ່ອງທ່ຽວຊາອຸດິດ ອາຣັບບີ ກ່າວວ່າ: ຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນນີ້ສະທ້ອນເຖິງການປ່ຽນແປງ ນັບຕັ້ງແຕ່ມີການແນະນຳແຜນຍຸດທະສາດການທ່ອງທ່ຽວແຫ່ງຊາດເມື່ອ 5 ປີຜ່ານມາ.

ທ່ານ ອັນ ຄາຕີບ ກ່າວວ່າ: ລະບົບນິເວດການທ່ອງທ່ຽວຍັງຄົງດຳເນີນຄວບຄູ່ກັບພະແນກກົນລະຍຸດດັ່ງກ່າວດ້ວຍການພັດທະນາຈຸດໝາຍປາຍທາງສຳລັບນັກທ່ອງທ່ຽວທີ່ຫຼາກຫຼາຍ ໂດຍມີເປົ້າ ໝາຍເພື່ອເສີມສ້າງປະສົບການຂອງນັກທ່ອງທ່ຽວ ເພີ່ມໂຕເລືອກສຳລັບນັກທ່ອງທ່ຽວໃນປະເທດ ແລະ ຕ່າງປະເທດຕະຫຼອດຈົນຮອດເພີ່ມລະດັບສິ່ງອຳນວຍຄວາມສະດວກໃນພາກການຕ້ອນຮັບຄວບຄູ່ກັບການໃຫ້ບໍລິການອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments