Tuesday, May 14, 2024
Homeຂ່າວໜ້າໜຶ່ງປະເທດສະມາຊິກອາຊຽນ ລາຍງານຄວາມຄືບໜ້າກອບວຽກຕ່າງໆດ້ານການຂົນສົ່ງ

ປະເທດສະມາຊິກອາຊຽນ ລາຍງານຄວາມຄືບໜ້າກອບວຽກຕ່າງໆດ້ານການຂົນສົ່ງ

ກອງປະຊຸມໜ່ວຍງານວິຊາການອໍານວຍຄວາມສະດວກ ດ້ານການຂົນສົ່ງອາຊຽນ ຄັ້ງທີ່ 46 ຈັດຂຶ້ນວັນທີ 4 ມີນາ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍເປັນທານຂອງທ່ານ ພັນທະພາບ ພູນສະຫວັດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ມີຜູ້ແທນຈາກປະເທດສະມາກຊິກອາຊຽນ 10 ປະເທດ ກອງເລຂາອາຊຽນ ຄູ່ຮ່ວມພັດທະນາຈາກເທດຍີ່ປຸ່ນ ອາເມລິກາ ປະເທດຕິມໍ-ເລສເຕ ໃນຖານນະປະເທດສັງເກດການ ແລະ ອົງການຈັດຕັ້ງລັດທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມ ແມ່ນຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຂອງບັນດາປະ ເທດສະມາຊິກ ໃນກອບວຽກຕ່າງໆດ້ານການຂົນສົ່ງ ເຊັ່ນ: ສັນຍາຂົນສົ່ງຫຼາຍຮູບແບບອາຊຽນ ສັນຍາການຂົນສົ່ງສິນຄ້າຜ່ານແດນອາຊຽນ ການໃຫ້ສັດຕະຍາບັນຕໍ່ສັນຍາຂົນສົ່ງໂດຍສານອາຊຽນ ແລະ ການປຶກສາຫາວຽກງານການຮ່ວມມື ລະຫວ່າງອາຊຽນ ແລະ ປະເທດຄູ່ຮ່ວມພັດທະນາ ເຊັ່ນ: ອາຊຽນ-ຍີ່ປຸ່ນ ອາຊຽນ-ສະຫະລັດອາເມລິກາ ແລະ ອື່ນໆ ກອງປະຊຸມຄັ້ງນີ້ ຈະໄດ້ຈັດຂຶ້ນເປັນເວລາ 2 ວັນ.

ນອກຈາກກອງປະຊຸມດັ່ງກ່າວນີ້ ຍັງໄດ້ສຶບຕໍ່ຈັດກອງປະຊຸມສຳມະນາ ຫົວຂໍ້:“ການວາງແຜນການຂົນ ສົ່ງ ເພື່ອຍົກລະດັບການຂົນສົ່ງຂ້າມແດນ ແລະ ການຄ້າ ໃນສັດຕະວັດທີ 21” ພາຍໃຕ້ກອບການຮ່ວມມື ອາຊຽນ-ສະຫະລັດອາເມລິກາ ເຊິ່ງຈຸດປະສົງ ແມ່ນແບ່ງປັນປະສົບການ ແລະ ປ່ຽນບົດຮຽນ ແລະ ວິທີການຕ່າງໆ ຈາກປະສົບການໃນການອໍານວຍຄວາມສະດວກດ້ານການຂົນສົ່ງສິນຄ້າຜ່ານແດນ ຂອງບັນ ດາປະເທດໃນທະວີບອາເມລິກາ ເພື່ອເປັນບ່ອນອີງໃຫ້ປະເທດອາຊຽນ ດັດປັບ ເອົາວິທີການ ໃນການຜ່ານແດນໃຫ້ມີຄວາມສະດວກໃນອະນາຄົດ.

ຂ່າວ ຊີລິການດາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments