Saturday, July 27, 2024
Homeຂ່າວຕ່າງປະເທດສປຈີນ ມີກຳລັງການຜະລິດນໍ້າມັນ ຈັດອັນດັບໜຶ່ງ ໃນໂລກ

ສປຈີນ ມີກຳລັງການຜະລິດນໍ້າມັນ ຈັດອັນດັບໜຶ່ງ ໃນໂລກ

ສຳນັກຂ່າວຊິນຮວາ ຂອງ ສປຈີນ ລາຍງານຈາກນະຄອນຫລວງປັກກິ່ງ ເມື່ອວັນທີ 3 ມີນາວ່າ: ຂໍ້ມູນຈາກສະຖາບັນວິໄຈ ສັງກັດບໍລິສັດປິໂຕຣລຽມແຫ່ງຊາດ ຈີນ ລະບຸວ່າ: ຈີນ ໄດ້ນໍາໃຊ້ນໍ້າມັນປະມານ 756 ລ້ານໂຕນ ແລະ ນໍ້າມັນດິບແປຮູບ ຈຳນວນ 738 ລ້ານໂຕນ ໃນປີ 2023 ຊຶ່ງເປັນຕົວເລກເພີ່ມຂຶ້ນສູງສຸດໃນປະຫວັດສາດ. ຂະນະດຽວກັນ ຈີນ ຍັງນໍາໃຊ້ນໍ້າມັນກັ່ນ ລວມມີ 399 ລ້ານໂຕນ ເມື່ອປີກາຍ , ເພີ່ມຂື້ນ 9,5% ເມື່ອທຽບໃສ່ປີຕໍ່ປີ. ທັງນີ້ຄວາມຕ້ອງການດ້ານພະລັງງານຂອງ ຈີນ ຍັງພຽງພໍ ແລະ ມີສະຖຽນລະພາບ, ໂດຍການຜະລິດນໍ້າມັນລາຍປີ ລວມມີ 200 ລ້ານໂຕນ ແລະ ຍັງສືບຕໍ່ເຕີບໂຕຂຶ້ນ ຢ່າງຕໍ່ເນື່ອງກັນເປັນປີທີ 6.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments