Monday, April 29, 2024
Homeສຶກສາມອບ-ຮັບການສ້ອມແປງໂຮງຮຽນ ມ.ປາຍ ປາກຊັນ

ມອບ-ຮັບການສ້ອມແປງໂຮງຮຽນ ມ.ປາຍ ປາກຊັນ

ພິທີມອບ-ຮັບການສ້ອມແປງໂຮງຮຽນມັດທະຍົມສຶກສາຕອນປາຍ (ມ.ປາຍ) ປາກຊັນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 4 ມີນານີ້ ທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ບັນດາແຂກຖຶກເຊີນ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ທ່ານ ບຸນມະນີ ສຸລິວົງ ຜູ້ອຳນວຍການໂຮງຮຽນ ມ.ປາຍ ປາກຊັນ ກ່າວວ່າ: ໂຮງຮຽນ ມ.ປາຍ ປາກຊັນ ມີພະນັກງານຄູ-ອາຈານ ທັງໝົດ 50 ຄົນ ຍິງ 30 ຄົນ, ມີ 18 ຫ້ອງ, ມີນັກຮຽນທັງໝົດ 575 ຄົນ, ການສ້ອມແປງແບ່ງອອກເປັນ 3 ໄລຍະ ເລີ່ມຕົ້ນສ້ອມແປງນັບແຕ່ວັນທີ 15 ສິງຫາ 2023 ສຳເລັດໃນວັນທີ 22 ມັງກອນ 2024 ລວມມູນຄ່າທັງໝົດ 1 ຕື້ກວ່າກີບ, ທຶນດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກກອງທຶນໜຶ່ງດວງໃຈບໍລິຄຳໄຊ, ຈາກສິດເກົ່າ, ຊຸມຊົນ ແລະ ບໍລິສັດຫ້າງຮ້ານ.

ໃນພິທີໄດ້ມີການປະດັບຫຼຽນກາແຮງງານໃຫ້ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ, ມອບໃບຍ້ອງຍໍ, ໃບຊົມເຊີຍໃຫ້ພາກສ່ວນທີ່ໃຫ້ການອຸປະຖຳ ໃຫ້ກຽດມອບໂດຍທ່ານຮອງລັດຖະມົນຕີກະຊວງ ສສກ ແລະ ທ່ານເຈົ້າແຂວງບໍລິຄຳໄຊ.

ຂ່າວ: ພູວັນ, ພາບ: ແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments