Home ຂ່າວພາຍໃນ ນວ ເອົາໃຈໃສ່ເຝົ້າລະວັງ ແກ້ໄຂ ດັບມອດ ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້ ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ຢູ່ 5...

ນວ ເອົາໃຈໃສ່ເຝົ້າລະວັງ ແກ້ໄຂ ດັບມອດ ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້ ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ຢູ່ 5 ເມືອງນອກ

0
60

ກອງປະຊຸມການຜັນຂະຫຍາຍຄຳສັ່ງ ນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ ລົງວັນທີ 21 ກໍລະກົດ 2023 ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 48/ຈນວ ລົງວັນທີ 16/01/2024 ຈັດຂຶ້ນວັນທີ 1 ມີນາ 2024 ທີ່ຫ້ອງວ່າການ ນວ ມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະ ຄອນຫຼວງວຽງຈັນພ້ອມດ້ວຍຫົວໜ້າກົມກວດກາປ່າໄມ້ ຫົວໜ້າ ຮອງຫົວ ໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູວົງ ວົງຄຳຊາວ ກ່າວວ່າ: ການຜັນຂະຫຍາຍຄຳສັ່ງສະບັບເລກທີ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ປົກປັກຮັກ ສາ ພັດທະນາ ແລະ ນໍາໃຊ້ປ່າໄມ້ ທີ່ດິນປ່າໄມ້ ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້ ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ແລະ ຂໍ້ຕົກລົງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 48/ຈນວ ວ່າດ້ວຍການແຕ່ງ ຕັ້ງຄະນະກໍາມະການ ເພື່ອເຂົ້າຮ່ວມຕິດຕາມ ເຝົ້າລະວັງ ແກ້ໄຂ ດັບມອດ ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້ ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ຢູ່ 5 ເມືອງນອກ ມີຄວາມສໍາຄັນເພາະວ່າເປັນການທົບທວນຄືນ ສະພາບການຄຸ້ມຄອງ ປົກປັກຮັກສາ ພັດທະນາ ແລະ ນໍາໃຊ້ປ່າໄມ້ ທີ່ດິນປ່າໄມ້ໃນໄລຍະຜ່ານມາ ແລະ ຈະໄດ້ກຳນົດຊອກຫາມາດຕະການຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້ ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າໃນນະຄອນ ຫຼວງວຽງຈັນ.

ປັດຈຸບັນນະຄອນຫຼວງວຽງຈັນສາມາດຈັດຕັງປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 699/ຈນວ ວ່າດ້ວຍການສ້າງນະຄອນຫຼວງວຽງຈັນສີຂຽວ ໂດຍໄດ້ຄິດໄລ່ແຕ່ການປົກຫຸ້ມ 10 ມ2 ຂື້ນໄປ ໂດຍການແປພາບຖ່າຍດາວທຽມ ເຊິ່ງເຫັນວ່າເນື້ອທີ່ປົກຫຸ້ມສີຂຽວຂອງນະຄອນຫຼວງວຽງຈັນມີທັງໝົດ 286.771 ເຮັກຕາ ຫຼື ເທົ່າກັບ 71% ນະຄອນຫຼວງວຽງຈັນມີເນື້ອທີ່ປ່າສະຫງວນແຫ່ງຊາດພູພະນັງ 1 ແຫ່ງເນື້ອທີ່ 52.000 ເຮັກຕາ ຕິດກັບ 3 ເມືອງຄື ເມືອງສີໂຄດຕະບອງ ນາຊາຍທອງ ເມືອງສັງທອງ ອຸທິຍານແຫ່ງຊາດ 1 ແຫ່ງມີເນື້ອທີ່ 22.000 ປ່າປ້ອງກັນ 26.706 ເຮັກຕາ ປ່າສະຫງວນນະຄອນຫຼວງ 498 ເຮັກຕາ ປ່າປ້ອງກັນຂັ້ນເມືອງ 4 ແຫ່ງ 228 ເຮັກຕາ ເນື້ອທີ່ປ່າປູກ 20.864,93 ເຮັກຕາ ແລະ ໄດ້ປະ ຕິບັດຜັນຂະຫຍາຍມອບດິນ-ມອບປ່າຈັດສັນໃຫ້ຄອບຄົວນໍາໃຊ້ ກວມເນື້ອທີ່ 116.892ເຮັກຕາ.

ເພື່ອຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວໃຫ້ຖືກຈັດຕັ້ງປະຕິບັດຄະນະທີ່ຖືກແຕ່ງຕັ້ງຕ້ອງເອົາໃຈໃສ່ ເພື່ອໃຫ້ປະກົດຜົນເປັນຈິງພ້ອມທັງໄດ້ຊອກຫາສາເຫດທີ່ແທ້ຈິງໃນການເຂົ້າໄປບຸກລຸກ ຈັບຈອງ ເນື້ອທີ່ດິນດັ່ງກາວໃຫ້ຈະແຈ້ງ ໂດຍສະເພາະແມ່ນປ່າສະຫງວນແຫ່ງຊາດພູພະນັງທີ່ມີຂອບເຂດຊາຍແດນຕິດກັບປ່າດັ່ງກ່າວແມ່ນມີ 3 ເມືອງເປັນຕົ້ນຄື ເມືອງສີໂຄດຕະ ບອງ ນາຊາຍທອງ ແລະ ເມືອງສັງທອງ ສ່ວນອຸທິຍານແຫ່ງຊາດພູເຂົາຄວາຍແມ່ນຕິດກັບເມືອງໄຊທານີ ແລະ ເມືອງປາກງື່ມໂດຍມອບໃຫ້ການນຳ ເມືອງຕ້ອງໄດ້ເອົາໃຈໃສ່ຜັນຂະຫຍາຍລົງສູ່ບ້ານເປົ້າໝາຍ ກຸ່ມຄົນທີ່ເຂົ້າໄປບຸກລຸກ ຈັບຈອງ ແລະ ທຳລາຍປ່າໄມ້ໃຫ້ຊອກຫາສາຍເຫດທີ່ແທ້ຈິງ ພ້ອມດຽວກັນນັ້ນ ຕ້ອງໄດ້ຈັດອ້າຍນ້ອງວິຊາການ ຕາມຂໍ້ຕົກລົງດັ່ງກ່າວລົງປະຈຳ ໂດຍສົມທົບກັບອົງການປົກຄອງເມືອງ ຫ້ອງການ ແລະ ບ້ານ ທີ່ ມີຄວາມສ່ຽງ ທີ່ຈະເກີດໄຟປ່າແຕ່ຫົວທີ ເນື່ອງຈາກວ່າ ຊຸມປີຜ່ານມາ ແມ່ນເກີດມີໄຟປ່າ ໃນຂອບເຂດນະຄອນຫຼວງວຽງຈັນ ຫຼາຍສົມຄວນ ແລະ ເປັນສາຍເຫດເຮັດໃຫ້ມີຝຸ່ນ PM2,5 ຂື້ນຫຼາຍຈຸດ ໃນຂອບເຂດນະຄອນຫຼວງວຽງຈັນ ຕໍ່ກັບບັນຫາດັ່ງກ່າວເພື່ອຮັບປະກັນບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ ສະນັ້ນຈຶ່ງໄດ້ມອບວຽກງານດັ່ງກ່າວໃຫ້ອົງການປົກຄອງເມືອງ 5 ເມືອງ ພະ ແນກການ ແລະ ຫົວໜ້າ ປກສ ປກຊ ທະຫານນະຄອນຫຼວງເປັນເຈົ້າການຢ່າງຮີບດ່ວນ ແລະຕ້ອງຖືໜ້າວຽກເປັນວຽກສຳຄັນໃນການພັດທະນານະຄອນຫຼວງວຽງຈັນໃຫ້ເປັນຕົວເມືອງສີຂຽວ ແລະ ໜ້າຢູ່ ຖ້າຫາກເກີດມີປະ ກົດການໄຟໄໝ້ປ່າໃນເຂດຄວາມຮັບຜິດຊອບຂອງເມືອງໃດຕ້ອງໄດ້ຮັບ ຜິດຊອບຕໍ່ກັບວຽກງານດັ່ງກ່າວໃຫ້ທັນເວລາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here