Saturday, July 27, 2024
Homeຂ່າວພາຍໃນນວ ເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຼນິກ

ນວ ເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຼນິກ

ກະຊວງພາຍໃນ ຮ່ວມກັບ ພະແນກພາຍໃນນະຄອນຫຼວງວຽງຈັນ (ນວ) ຈັດພິທີເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຼນິກ eCRVS ໃນ ວັນທີ 1 ມີນາ 2024 ທີ່ນະຄອນ ຫຼວງວຽງຈັນ ມີທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າພະ ແນກພາຍໃນ ນວ ເຈົ້າເມືອງ ຮອງເຈົ້າເມືອງ 9 ຕົວເມືອງ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

ລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຼນິກໄດ້ເລີ່ມພັດທະນາໃນປີ 2022 ແລະ ໄດ້ເປີດການນໍາໃຊ້ລະບົບການຈົດທະບຽນການເກີດ ແລະ ການເສຍຊີວິດໃນວັນທີ 28 ກຸມພາ 2023 ເປັນຕົ້ນມາ ຕົວເລກການຈົດທະບຽນການເກີດມີ 147.131 ຄົນ ແລະ ການຈົດທະບຽນການເສຍຊິີວິດມີ 5.064 ຄົນ ທີ່ໄດ້ຈົດທະບຽນຜ່ານລະບົບດັ່ງກ່າວ ເຊິ່ງລະບົບດັ່ງກ່າວຈະຕອບສະ ໜອງຂໍ້ມູນ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄຸ້ມຄອງ ນໍາໃຊ້ປົກປັກຮັກສາ ແລະ ຄົ້ນຫາຂໍ້ມູນຂອງພົນລະເມືອງສະດວກ ແລະ ວ່ອງໄວ ວິເຄາະວິໄຈສະຖິຕິພົນລະເມືອງເພື່ອວາງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ເປົ້າໝາຍຕົວຊີ້ວັດແຜນພັດທະນາແບບຍຶນຍົງ ຖະແຫຼງການ ແລະ ຂໍ້ຕົກລົງຕ່າງໆໂດຍລັດຖະບານໄດ້ຮ່ວມລົງນາມ ແລະ ຮັບຮອງ ຂະບວນການຈົດທະບຽນການເກີດຄັ້ງນີ້ຈະເລີ່ມດໍາເນີນແຕ່ວັນທີ 1-13 ມີນາ 2024 ການຈົດທະບຽນດັ່ງກ່າວໄດ້ແບ່ງອອກເປັນ 2 ທີມງານຄື ທີມງານໂຄສະນາໄດ້ດໍາເນີນການໂຄສະນາຢູ່ 9 ບ້ານ 9 ເມືອງຂອງນະຄອນຫຼວງວຽງ ຈັນ ແລະ ທີມງານຈົດທະບຽນ ແບ່ງອອກ 9 ຈຸດ ປະຈໍາຢູ່ 9 ບ້ານ ເພື່ອອໍາ ນວຍຄວາມສະດວກໃຫ້ແກ່ປະຊາຊົນໃນການຈົດທະບຽນ.

ໂອກາດນີ້ ທ່ານ ອາດສະເພັງທອງ ສີພັນດອນກໍໄດ້ກ່າວວ່າ: ການເປີດຂະ ບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຼນິກ eCRVSຄັ້ງນີ້ມີຄວາມສໍາຄັນສໍາລັບ ນວ ເນື່ອງຈາກວ່າ ການຈະຫັນວຽກງານຄຸ້ມຄອງພົນລະເມືອງໄປສູ່ລະບົບທີ່ທັນສະໄໝ ໃນໄລຍະຜ່ານມາຄະນະພັກ ອົງການປົກຄອງ ນວ ໄດ້ໃຫ້ຄວາມສໍາຄັນຫຼາຍຕໍ່ກັບວຽກງານດັ່ງກ່າວໂດຍໄດ້ກຳນົດເຂົ້າເປັນວຽກງານໜຶ່ງໃນແຜນພັດທະນາເສດຖະ ກິດ-ສັງຄົມຂອງ ນວ ໂດຍສະເພາະແມ່ນວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ເຊິ່ງໄດ້ກຳນົດຄາດໝາຍສູ້ຊົນຮອດປີ 2025 ຈະສູ້ຊົນໃຫ້ພົນລະເມືອງ ແລະ ເດັກເກີດໃໝ່ໃຫ້ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການຢ່າງໜ້ອຍໃຫ້ໄດ້ 80% ຂຶ້ນໄປ ເປັນໂຕເລກທີ່ສູງກວ່າຂອງສູນກາງກຳນົດ ເພາະສູນກາງກຳນົດທົ່ວປະເທດແມ່ນ 70% ແຕ່ເຖິງຢ່າງໃດກໍຕາມ ນວ ຈະພະຍາຍາມສູ້ຊົນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ຮຽກຮ້ອງມາຍັງການຈັດຕັ້ງ ຄະນະຮັບຜິດຊອບທຸກຂັ້ນຈົ່ງໄດ້ພ້ອມກັນເປັນເຈົ້າການ ພ້ອມກັນປຸກລະດົມໂຄສະນາເຊີນຊວນໃຫ້ພໍ່ແມ່ປະຊາຊົນພາຍໃນ ນວ ຈົ່ງພ້ອມກັນນໍາເອົາລູກຫຼານຂອງຕົນມາເຂົ້າຮ່ວມຂະບວນ ການຈົດທະບຽນການເກີດຄັ້ງນີ້ໃຫ້ມີຜົນສຳເລັດ ແລະ ບັນລຸຕາມຄາດ ໝາຍທີ່ວາງໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments