Saturday, July 27, 2024
Homeຂ່າວການເມືອງທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານພະລັງງານ ແລະ ບໍ່ແຮ່

ທ່ານນາຍົກລັດຖະມົນຕີ ຊີ້ນຳວຽກງານພະລັງງານ ແລະ ບໍ່ແຮ່

ໃນຕອນເຊົ້າ ວັນທີ 1 ມີນາ 2024 ທີ່ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຊີ້ນຳວຽກງານ ກະ ຊວງພະລັງງານ ແລະ ບໍ່ແຮ່ ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ບັນດາທ່ານຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ກະຊວງພະລັງງານ ແລະ ບໍ່ແຮ່ ລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການ ເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ໂດຍສະເພາະ ວຽກງານຈັດຕັ້ງ ວຽກງານບໍລິຫານ ແລະ ວຽກງານວິຊາສະເພາະ ພ້ອມທັງ ລົງເລິກຂໍ້ມູນດ້ານຕ່າງໆ ເປັນຕົ້ນ ການບໍລິຫານພະລັງງານໄຟຟ້າ ໃຫ້ຮັບ ປະກັນໃຫ້ແກ່ການຊົມໃຊ້ພະລັງງານໄຟຟ້າ ຢູ່ພາຍໃນ ສປປ ລາວ ການດູນດ່ຽງພະ ລັງງານ ການສຳຫຼວດ ແລະ ຊອກຄົ້ນແຮ່ທາດ ການປະເມີນບໍລິສັດ ລົງທຶນຂະແໜງແຮ່ທາດ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ການຄຸ້ມຄອງແຮ່ຫາຍາກ ແລະ ແຮ່ເຫຼັກ ການປະຕິບັດວຽກງານ ຂອງບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດລົງທຶນ ຕິດພັນກັບນະໂຍບາຍພັດທະນາທ້ອງຖິ່ນ ແລະ ອື່ນໆ ຫຼັງຈາກນັ້ນ ຜູ້ຕາງໜ້າຈາກບັນດາກົມ ລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ພາຍໃນກະຊວງພະລັງ ງານ ແລະ ບໍ່ແຮ່ ກໍໄດ້ລາຍງານເພີ່ມເຕີມ ເພື່ອໃຫ້ຄວາມກະຈ່າງແຈ້ງຕື່ມບາງວຽກ ງານ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ໃນໂອກາດດຽວກັນ ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າ ຮ່ວມ ໂດຍໄດ້ເຈາະຈີ້ມ ຕໍ່ບາງວຽກງານທີ່ຕິດພັນກັບ ຂົງເຂດພະລັງງານ ແລະ ບໍ່ແຮ່ ພ້ອມທັງ ຍົກໃຫ້ເຫັນບົດບາດຄວາມສຳຄັນ ຂອງວຽກງານດັ່ງກ່າວ ຕໍ່ພາລະກິດສ້າງ ສາພັດທະນາປະເທດຊາດ ສະພາບ ແລະ ທ່າອ່ຽງ ຄວາມຕ້ອງການໃນການນຳໃຊ້ພະ ລັງງານໄຟຟ້າ ຢູ່ປະ ເທດເຮົາ ເຂົ້າໃນວຽກງານຕ່າງໆ ລວມທັງໃນຄົວເຮືອນ ພາກທຸ ລະກິດ ແລະ ໂຄງການພັດທະນາສຳຄັນຕ່າງໆ ສະພາບການພັດທະນາພະລັງງານໄຟ ຟ້າ ຢູ່ປະເທດເຮົາ ກໍຄື ສະພາບລົງທຶນທີ່ພົ້ນເດັ່ນ ໃນຂະແໜງພະລັງງານ ທັງໂຄງ ການທີ່ເຮັດໄດ້ດີ ແລະ ໂຄງການທີ່ບໍ່ມີປະສິດທິຜົນ ສະພາບການຄຸ້ມຄອງ ແລະ ພັດ ທະນາໂຄງການ ໃນຂະແໜງບໍ່ແຮ່ ລວມທັງ ບັນ ຫາຄົງຄ້າງ ແລະ ປະກົດການຫຍໍທໍ້ທີ່ເກີດຂຶ້ນ ໃນຂະແໜງການດັ່ງກ່າວ ທີ່ຈະຕ້ອງໄດ້ສືບຕໍ່ສຸມໃສ່ປັບ ປຸງແກ້ໄຂໂດຍໄວ.

ຖືໂອກາດນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດເຜີຍແຜ່ເນື້ອໃນ ທິດຊີ້ນຳຂອງສະຫາຍ ເລຂາ ທິການໃຫຍ່ ປະທານປະເທດກ່ຽວກັບ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ຫຼື ເອີ້ນວ່າ “ສອຈ” ໃນໂອກາດຊີ້ນໍາ ຕໍ່ກອງປະຊຸມສະຫຼຸບວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງກະຊວງການເງິນ ໃນທ້າຍປີທີ່ຜ່ານມາ ພ້ອມທັງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນໍາ ພະນັກງານ-ລັດຖະກອນ ທົ່ວຂະແໜງພະລັງງານ ແລະ ບໍ່ແຮ່ ນຳເອົາທິດຊີ້ນຳດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍສູ່ວຽກງານຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ.

ພ້ອມດຽວກັນນັ້ນ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ຕໍ່ວຽກ ງານດ້ານອື່ນໆຕື່ມອີກເປັນຕົ້ນ ໃຫ້ທົບທວນຄືນບັນດານະໂຍບາຍ ການສະໜອງໄຟຟ້າໃຫ້ທົ່ວສັງຄົມ ເພື່ອໃຫ້ສອດຄ່ອງ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ການແກ້ໄຂຄວາມທຸກຍາກ ໃຫ້ດີຂຶ້ນເປັນກ້າວໆ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງລັດຖະບານ ກ່ຽວກັບການສົ່ງເສີມການນໍາໃຊ້ພາຫະນະ ທີ່ນໍາໃຊ້ພະລັງງານໄຟຟ້າ ກໍຄື ພະລັງງານສະອາດ ທີ່ປະເທດເຮົາມີທ່າແຮງໃຫ້ຫຼາຍຂຶ້ນເປັນກ້າວໆ ສືບຕໍ່ສຸມໃສ່ປະເມີນບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງທີ່ຍັງບໍ່ທັນສຳເລັດ ສືບຕໍ່ຄົ້ນຄວ້າກໍານົດມາດຖານເງື່ອນໄຂ ໃນການພິຈາລະນາອະນຸຍາດ ບໍລິສັດລົງທຶນພັດທະນາບໍ່ແຮ່ ເປັນຕົ້ນ ເງື່ອນໄຂດ້ານເຕັກນິກ ດ້ານການເງິນ ການຖືຄອງບັນຊີເງິນຕາ ໂດຍໃຫ້ຮ່າງເປັນນິຕິກຳສະ ເພາະ ສືບຕໍ່ຜັນຂະຫຍາຍ ມະຕິ 25/ກມສພ ຕິດພັນກັບຈັດຕັ້ງປະຕິບັດ ຄຳ ສັ່ງເລກທີ 34/ນຍ ວ່າດ້ວຍທິດທາງ ເປົ້າໝາຍ ແລະ ມາດຕະການ ສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານ ເປັນຫົວໜ່ວຍພັດທະນາ ຄົ້ນຄວ້າຕີລາຄາ ຄວາມສາມາດຮອງຮັບ ທາງດ້ານນິຕິກຳຄຸ້ມຄອງວຽກງານ ມີອັນໃດຄວນຜັນຂະຫຍາຍ ອອກເປັນນິຕິກຳລຸ່ມກົດ ໝາຍຕື່ມ ສືບຕໍ່ແບ່ງຂັ້ນຄຸ້ມຄອງວຽກງານ ໃຫ້ລະອຽດຈະແຈ້ງ ຕາມທິດແບ່ງຄວາມຮັບຜິດຊອບ ມອບໃຫ້ທ້ອງຖິ່ນຫຼາຍຂຶ້ນ ລວມທັງ ການສ້າງບຸກຄະລະກອນ ໃຫ້ມີຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ໃຫ້ທ້ອງຖິ່ນ ສືບຕໍ່ປະຕິບັດວຽກງານຕິດຕາມ ກວດກາບັນດາໂຄງການ ທີ່ຂະແໜງການຕົນຄຸ້ມຄອງ ໃຫ້ແຂງແຮງ ແລະ ຕັ້ງໜ້າກວ່າເກົ່າ ສືບຕໍ່ປັບປຸງ ຂອດການປະສານງານກັບພາກສ່ວນຕ່າງໆ ທັງຢູ່ສູນ ກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມໂລ່ງລ່ຽນ ແລະ ກົມກຽວ ສືບຕໍ່ຄຸ້ມ ຄອງ ແລະ ດັດສົມໂຄງການລົງທຶນດ້ານຕ່າງໆ ໃຫ້ມີປະສິດທິຜົນສູງ ສືບຕໍ່ເປັນໃຈກາງປະສານ ການແຈ້ງໂຈະຊົ່ວຄາວ ຫຼື ຍົກເລີກສັນຍາໂຄງການ ຕໍ່ບັນດາກິດຈະການທີ່ບໍ່ມີປະສິດທິຜົນ ຫຼື ມີຜົນກະທົບ ບົນພື້ນຖານດຳເນີນຕາມຂັ້ນຕອນ ບັນດາລະບຽບການ ນິຕິກໍາ ແລະ ກົດໝາຍທີ່ກ່ຽວຂ້ອງຢ່າງເຄັ່ງຄັດ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments