Saturday, July 27, 2024
Homeຂ່າວການເມືອງກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາຄັ້ງທີ 13 ພິຈາລະນາບັນຫາສຳຄັນໃນຂອບການຮ່ວມມື CLV

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາຄັ້ງທີ 13 ພິຈາລະນາບັນຫາສຳຄັນໃນຂອບການຮ່ວມມື CLV

ໃນວັນທີ 1 ມີນາ 2024 ກະຊວງແຜນການ ແລະ ການລົງທຶນ ກະຊວງການຕ່າງປະ ເທດ ແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມແຫ່ງສປປ ລາວ ເຊິ່ງມີ ທ່ານ ນາງ ຈອມ ນິ ມູນ (CHAM Nimul) ລັດຖະມົນຕີກະຊວງການຄ້າ ປະ ທານຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ທ່ານ ຫງວຽນ ຈີ ຢຸງ (Nguyen Chi Dzung) ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ແຫ່ງ ສສ ຫວຽດນາມ ໂດຍມີຄະນະຜູ້ແທນຈາກບັນດາຂະແໜງການທີ່ກ່ຽວຂ້ອງຂອງ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ລວມທັງບັນດາແຂວງຢູ່ເຂດສາມຫຼ່ຽມພັດທະນາ CLV ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາບັນຫາສຳຄັນຕ່າງໆ ຂອງຂອບການຮ່ວມມື CLV ເຊັ່ນ: ໄດ້ທົບທວນຄືນ ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ເຊິ່ງໄດ້ຈັດຂຶ້ນໃນເດືອນ ມີນາ 2019 ທີ່ ກໍາປູເຈຍ ແລະ ທົບທວນຜົນຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11 ຜ່ານມາ ໂດຍການເປັນປະທານຂອງ ສປປ ລາວໃນປີ 2020ແລະໄດ້ຮັບຮອງ 03 ເອກະສານທີ່ສຳຄັນ ຄື: 1). ບົດລາຍງານການທົບທວນຄືນແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2020 ແລະ ສະບັບປັບປຸງຮອດປີ 2030 2).ແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດດ້ານເສດຖະກິດ CLVຮອດປີ 2030 3).ແຜນຈັດຕັ້ງປະຕິບັດແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ສຳລັບປີ 2020-2025 ແລະ ວິໄສທັດຮອດປີ 2030 ແລະ ໄດ້ຮ່ວມປຶກສາຫາລືກ່ຽວກັບ ບັນດາເອກະສານ ແລະ ເນື້ອໃນທີ່ສໍາຄັນ ໃນການກະກຽມໃຫ້ແກ່ກອງປະຊຸມສຸດຍອດ CLV ຄັ້ງທີ 12 ຄາດວ່າຈະຈັດຂຶ້ນ ທີ່ ຣາຊະອານາຈັກກຳປູເຈຍ ໃນທ້າຍປີນີ້.

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ພິຈາລະນາການຈັດຕັ້ງປະຕິບັດກົນໄກການຮ່ວມມືຕ່າງໆ ເປັນຕົ້ນແມ່ນແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ ກຳ ປູເຈຍ-ລາວ-ຫວຽດນາມ ແລະ ໄດ້ຊຸກຍູ້ພາກສ່ວນກ່ຽວຂ້ອງ ຂອງສາມປະເທດ ໃຫ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອໃຫ້ສຳເລັດບັນດາເອກະສານສຳຄັນ ຄື: ຮ່າງບົດສຶກສາແຜນພັດທະນາອຸດສາຫະກຳຢາງພາລາຢູ່ ເຂດສາມຫຼ່ຽມພັດທະນາ CLV ແລະ ຮ່າງບົດລາຍງານການທົບທວນຄືນແຜນແມ່ບົດ ວ່າດ້ວຍການພັດທະນາ ເສດຖະກິດ-ສັງຄົມເຂດສາມຫຼ່ຽມພັດທະນາ CLV 2010-2020 ແລະ ຮ່າງສະບັບປັບປຸງ 2020-2030, ການຈັດຕັ້ງຜັນຂະຫຍາຍສັນຍາວ່າດ້ວຍການສົ່ງເສີມແລະອຳນວຍຄວາມສະດວກທາງດ້ານການຄ້າ ໃນເຂດ CLV DTA ແລະ ການຜັນຂະຫຍາຍແຜນປະຕິ ບັດງານວ່າດ້ວຍການເຊື່ອມຈອດເສດຖະກິດ CLV ຮອດປີ 2030.

ໃນກອງປະຊຸມຄັ້ງນີ້ ຍັງມີກິດຈະກຳປິ່ນອ້ອມຕ່າງໆເຊັ່ນ: ກອງປະຊຸມສົ່ງເສີມການຄ້າ ການລົງທຶນ ແລະ ທ່ອງທ່ຽວ ກອງປະຊຸມເວທີປຶກສາຫາລືຊາວໜຸ່ມ CLV ແລະ ງານວາງສະແດງສິນຄ້າ ການທ່ອງທ່ຽວ ແລະ ງານສິລະປະ.

ກອງປະຊຸມດັ່ງກ່າວ ແມ່ນເປັນຂີດໝາຍອັນສຳຄັນຂອງການຮ່ວມມື 3 ປະເທດ ໂດຍສະເພາະເປັນເວທີປຶກສາຫາລື ທີ່ສຳຄັນ ໃນການຊຸກຍູ້ການພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກ ຂອງເຂດສາມຫຼ່ຽມພັດທະນາ CLV ແນ່ໃສ່ສ້າງການຮ່ວມມືໃນຂົງເຂດດັ່ງກ່າວໃຫ້ກາຍເປັນພາກພື້ນການຮ່ວມມືແຫ່ງສັນຕິພາບ ແລະ ການພັດທະນາຢ່າງແທ້ຈິງ.

ກອງປະຊຸມດັ່ງກ່າວໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ແລະເຫັນດີເປັນເອກະ ພາບທີ່ຈະສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງສາມປະເທດເຮັດວຽກຮ່ວມກັນ ເພື່ອໃຫ້ສຳເລັດບັນດາເອກະສານສໍາຄັນຕ່າງໆແນ່ໃສ່ເປັນການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ CLV ຄັ້ງທີ 12 ທີ່ຈະຈັດຂຶ້ນ ທີ່ ຣາຊະ ອານາຈັກກຳປູເຈຍ ໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments