Saturday, July 27, 2024
Homeຂ່າວໜ້າໜຶ່ງປະທານາທິບໍດີ ຕີມໍ-ແລັດສະເຕ ເດີນທາງມາເຖິງ ນະຄອນຫຼວງວຽງຈັນ

ປະທານາທິບໍດີ ຕີມໍ-ແລັດສະເຕ ເດີນທາງມາເຖິງ ນະຄອນຫຼວງວຽງຈັນ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຕອນຄ່ຳວັນທີ 27 ກຸມພາ 2024 ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ເຊິ່ງໄດ້ຖືກຕ້ອນຮັບໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ (ລັດຖະມົນຕີກຽດຕິຍົດ) ພ້ອມດ້ວຍຄະນະ.
ໂອກາດນີ້ ທ່ານປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ແລະ ຄະນະຜູ້ແທນຂັ້ນສູງ ຈະເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ແຕ່ວັນທີ 27 ກຸມພາ ຫາ ວັນທີ 2 ມີນາ 2024 ເພື່ອສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ.
ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments