Saturday, July 27, 2024
Homeຂ່າວໜ້າໜຶ່ງຊີວະປະຫວັດຫຍໍ້ ຂອງປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ

ຊີວະປະຫວັດຫຍໍ້ ຂອງປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ

ຊີວະປະຫວັດຫຍໍ້ຂອງ ທ່ານ ໂຈເຊ່ ຣາໂມສ ອໍຕ້າ (José Ramos-Horta) ວັນທີເດືອນປີເກີດ: 26 ທັນວາ 1949

ຕໍາແໜ່ງແຫ່ງຊາດ: ເປັນສະມາຊິກໃນຄະນະທີ່ປຶກສາແຫ່ງລັດ, ເປັນທີ່ປຶກສາໃຫ້ແກ່ປະທານາທິບໍດີຂອງສາທາລະນະລັດ ຕີມໍ-ແລັດສະເຕ (2012); ເປັນສະມາຊິກຄະນະກຳມະການແຫ່ງຊາດ ກ່ຽວກັບການກໍານົດເສັ້ນຊາຍແດນທາງທະເລ (2016-ປັດຈຸບັນ);

ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ (2007-2012); ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ (2006-2007);

ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື (2002-2006); ສະມາຊິກລັດຖະບານ ໃນໄລຍະຂອງອົງການບໍລິຫານຊ່ວງປ່ຽນຜ່ານແຫ່ງ ສະຫະປະຊາຊາດໃນຕີມໍ-ແລັດສະເຕ UNTAET (2000-2002); ເປັນລັດຖະມົນຕີການຕ່າງປະເທດ ແລະ ຂໍ້ມູນຂ່າວສານ ໃນໄລຍະການປະກາດເອກະລາດຝ່າຍດຽວຂອງ ຕີມໍ-ແລັດສະເຕ ໃນເດືອນທັນວາ 1975; ເປັນໂຄສົກສາກົນຂອງຝ່າຍປະຕິວັດ (1975-1999).

ຕໍາແໜ່ງສາກົນ ແຕ່ອະດີດຈົນເຖິງປະຈຸບັນ: ປະທານ, ຂະບວນເຄື່ອນໄຫວໂລກເພື່ອປະຊາທິປະໄຕ, ສຳນັກງານໃຫຍ່ ວໍຊິງຕັນ, ເລືອກຕັ້ງໃນເດືອນກໍລະກົດ 2020; ປະທານ, ສະພາວິທະຍາສາດ ຂອງ Think-tank TIGER- ການຫັນປ່ຽນ, ການເຊື່ອມໂຍງ ແລະ ການຄົ້ນຄວ້າເສດຖະກິດໂລກາພິວັດ (www.tiger.edu.pl), ມະຫາວິທະຍາໄລ Kozminski, Warsaw, ໂປໂລຍ, ເດືອນມັງກອນ (2021-2030); ສະມາຊິກສະພາ, ພັນທະມິດຜູ້ນໍາໂລກ Madrid (2012 – ); ສະມາຊິກ, ມູນນິທິຄວາມເປັນຜູ້ນໍາໂລກ, ລອນດອນ, ອັງກິດ;

ສະມາຊິກ, ສະພາສູງກ່ຽວກັບການໄກ່ເກ່ຍ ໂດຍມີເລຂາທິການໃຫຍ່ ສປຊ (2017-2019); ທີ່ປຶກສາວຽກງານຕ່າງປະເທດ ຂອງປະທານກອງປະຊຸມສະມັດຊາໃຫຍ່ ສປຊ (2017-2018); ກໍາມະການ, ຄະນະກໍາມະທິການໂລກກ່ຽວກັບນະໂຍບາຍຕ້ານຢາເສບຕິດ, ເຈນີວາ, (2017 -); ປະທານ,ຄະນະກໍາມະທິການເອກະລາດລະດັບສູງກ່ຽວກັບການປະຕິບັດງານເພື່ອສັນຕິພາບຂອງສປຊ, ໄດ້ຮັບການແຕ່ງຕັ້ງໂດຍເລຂາທິການໃຫຍ່ ສປຊ (ເດືອນ 11/2014 – 2015), UNHQ, NY); ປະທານຮ່ວມ, ຄະນະກຳມະທິການເອກະລາດຫລາຍຝ່າຍ (2014-2016), ສະຖາບັນສັນຕິພາບສາກົນ, ນິວຢອກ; ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ຫົວໜ້າໜ່ວຍງານສ້າງສັນຕິພາບລວມຂອງສະຫະປະຊາຊາດ ຢູ່ Guinea-Bissau (ອາຟຣິກາ ຕາເວັນຕົກ) (ມັງກອນ 2013-ມິຖຸນາ 2014)

ດ້ານວິຊາສະເພາະ: ສະມາຊິກກິດຕິມະສັກສະພາທີ່ປຶກສາສະຖາບັນກົດໝາຍແລະ ນະໂຍບາຍໂລກ ທີ່ມະຫາວິທະຍາໄລ Harvard, 2012 ; ຈົບບປະລິນຍາ, ຫລັກສູດບໍລິຫານຜູ້ນໍາໃນການພັດທະນາ, ໂຮງຮຽນລັດຖະບານ John F. Kennedy, ມະຫາວິທະຍາໄລ Harvard (1998); ສະມາຊິກອາວຸໂສ, ຄະນະພົວພັນສາກົນ, ວິທະຍາໄລ St. Antony, ມະຫາວິທະຍາໄລ Oxford (1987); ຈົບປະລິນຍາໂທ ສາຂາສັນຕິພາບ, ມະຫາວິທະຍາໄລ Antioch, Ohio, USA (1984); ຈົບຊັ້ນສູງ, ສາຂາປະຊາສໍາພັນ, ສູນການຕະຫຼາດສາກົນ (1970-1974); ຈົບຫລັກສູດກົດໝາຍສາທາລະນະສາກົນ ທີ່ສະຖານບັນກົດໝາຍສາກົນ Hague ແລະ ກົດໝາຍສິດມະນຸດສາກົນ ທີ່ ສະຖາບັນສິດທິມະນຸດ Strasbourg (1983); ດຣ ກິດຕິມາສັກ ຈາກ ບັນດາມະຫາວິທະຍາໄລໃນ ອົດສະຕຣາລີ, ຍີ່ປຸ່ນ, ເກົາຫລີ, ໄທ, ຟີລິບປິນ, ເບຣຊີນ, ປອກຕຸຍການ ແລະ ອາເມລິກາ; ເປັນປະທານຜູ້ກໍ່ຕັ້ງ, ໂຄງການການທູດ ແລະ ສິດທິມະນຸດ, ຄະນະນິຕິສາດ, ມະຫາວິທະຍາໄລ New South Wales, Sydney, ຕັ້ງແຕ່ປີ 1990; ອາຈານຮັບເຊີນ, ທີ່ ມະຫາວິທະຍາໄລ New South Wales, Sydney, ຕັ້ງແຕ່ປີ 1996; ອາຈານຮັບເຊີນຜູ້ຊົງຄຸນນະວຸດ, ວິທະຍາໄລ Victoria, Melbourne, ນັບຕັ້ງແຕ່ 2007; ອາຈານຮັບເຊີນ, ມະຫາວິທະຍາໄລ ແມ່ຍິງສາກົນ EWA, ເຊອຸນ, 2007-2012.

ສະມາຊິກຂອງອົງການຈັດຕັ້ງສາກົນທີ່ສໍາຄັນ ພາສາຕ່າງປະເທດ: ພາສາເຕຕຸມ (ພາສາປະຈໍາຊາດຕີມໍແລັດສະເຕ), ປອກຕຸຍການ, ອັງກິດ, ຝຣັ່ງ ແລະ ແອັດສະປາຍ.

ລາງວັນທີ່ໄດ້ຮັບ: ລາງວັນ ໂນເບວ ສັນຕິພາບ (1996); Companion of the Order of Australia (2015) ເປັນລາງວັນຊັ້ນສູງສຸດມອບໃຫ້ເພື່ອເປັນກຽດຕິແກ່ຜົນສໍາເລັດອັນສູງສົ່ງ ແລະ ຄຸນນະທຳໃນລະດັບສູງສຸດທີ່ອຸທິດຕົນເພື່ອ ອົດສະຕຣາລີ ຫລື ເພື່ອມະນຸດຊາດໂດຍລວມ;

Ordem de Timor-Leste (2012);

Ordem Dom Boaventura (2006);

Ordem De Liberdade, Portugal (1998);

Ordem Dom Infante, Portugal (2011);

Order from Brazil, Cuba, Guinea-Bissau, Cape Verde.

ປື້ມ ແລະ ບົດຂຽນຕ່າງໆ: Words of Hope, Speeches, Essays, Longueville Media, Sydney (2018); Where the Sun on Rising Sees First, co-authored with Raquel Belli, LIDEL, Lisbon (2014); The Lost World of Timor-Leste, LIDEL Lisbon (2017), with Patricia Vickers-Rich, and Peter Tussler; FUNU: The Unifiinshed Saga of East Timor, Red Sea Press, Trenton, Nj, USA, 1987; Timor-Leste: Amanha em Dili, Dom Quixote, Lisbon, 1994DA Matter of Principle: Humanitarian Arguments for War in Iraq, Thomas Cushman (Editor) with Christopher Hitchens, Jose Ramos-Horta and other (2005) University of California Press; Written on International affairs for the International Herald Tribune, New York Time, Wall Street Journal, Wall Stree International Magazine, Huffington Post, The Daily Beast.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments