Saturday, July 27, 2024
Homeຂ່າວໜ້າໜຶ່ງສປປ ລາວ ຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຈໍານວນ 650,000 ໂດສ໌

ສປປ ລາວ ຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຈໍານວນ 650,000 ໂດສ໌

ວັນທີ 20 ກຸມພາ 2024 ລັດຖະບານ ແຫ່ງ ສປປ ລາວ ໄດ້ຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກເເດງນ້ອຍ ຈໍານວນຫຼາຍກ່ວາ 650,000 ໂດສ໌ ເພື່ອຊ່ວຍປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໃນໄວເດັກທັງ 2 ຊະນິດພາຍໃຕ້ການສະໜັບສະໜຸນຈາກກ ອົງການ ກາວີ (Gavi) ຕໍ່ຄວາມພະຍາຍາມໃນການສັກວັກຊີນກັນພະຍາດພາຍໃນປະເທດ. 

ການສະໜັບສະໜູນຄັ້ງນີ້ຈາກ ອົງການ ກາວີ, ເຊີ່ງກຳນົດເປົ້າໝາຍໄປທີ່ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປິ ຈຳນວນຫຼາຍກວ່າ 600,000 ຄົນ, ແມ່ນເກີດຂື້ນໃນກໍລະນີພະຍາດໝາກແດງເພິ່ມຂື້ນທົ່ວໂລກ ເນື່ອງຈາກອັດຕາການສັກຢາກັນພະຍາດດັ່ງກ່າວທີ່ຍັງຕໍ່າໃນກຸ່ມເດັກນ້ອຍຈາກຊຸມຊົນທີ່ເຂົ້າເຖິງຍາກ ເຊີ່ງເປັນກຸ່ມທີ່ຕ້ອງປະເຊີນກັບການຂາດແຄນໃນຫຼາຍດ້ານ ແລະ ມີຄວາມສ່ຽງສູງເປັນພິເສດ. 

ການ​ເພີ່ມ​ອັດຕາ​ການ​ສັກວັກຊີນກັນພະຍາດໝາກເເດງໃຫຍ່ແມ່ນ​ຄວາມ​ສຳຄັນ​ຫຼາຍໃນໄລຍະເວລາທີ່ມີຜູ້ເຈັບເປັນ ແລະ ການເສຍຊີວິດເພິ່ມຂື້ນໃນທົ່ວໂລກ.  ພະຍາດດັ່ງກ່າວຍັງສາມາດແຜ່ລະບາດຢ່າງວ່ອງໄວໃນບັນດາຄົນທີ່ບໍ່ໄດ້ຮັບການສັກວັກຊີນປ້ອງກັນ ແລະ ສາມາດເຮັດໃຫ້ເກີດພະຍາດຮ້າຍແຮງ ແລະ ເສຍຊີວິດໄດ້, ເຊິ່ງເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີນັ້ນເເມ່ນມີຄວາມສ່ຽງຫຼາຍທີ່ສຸດ. 

ວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກເເດງນ້ອຍ ເເມ່ນໄດ້ສະໜອງໃຫ້ໂດຍບໍ່ຕ້ອງໄດ້ເສຍຄ່າໃຊ້ຈ່າຍໃດໆ. ການແຈກຢາຍວັກຊີນເຫຼົ່ານີ້ເເມ່ນນຳພາໂດຍ ກະຊວງສາທາລະນະສຸກ ຜ່ານການສະໜັບສະໜູນຈາກ ອົງການ ຢູນິເຊັບ, ອົງການ ອະນາໄມໂລກ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ. 

ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນໃນຄັ້ງນີ້ຈາກ ອົງການ ກາວີ, ເຊິ່ງວັກຊີນເຫຼົ່ານີ້ ຈະຊ່ວຍຮັກສາຊີວິດຂອງເດັກນ້ອຍລາວຫຼາຍຄົນ.” “ໃນໄລຍະຫຼັງການລະບາດຂອງພະຍາດ ໂຄວິດ-19, ມັນເປັນສິ່ງສຳຄັນເປັນຢ່າງຍິ່ງ ທີ່ພວກເຮົາຕ້ອງສຸມໃສ່ການປັບປຸງອັດຕາການສັກວັນຊີນກັນພະຍາດຮອບປົກກະຕິ ເພື່ອຮັບປະກັນວ່າ ເດັກນ້ອຍໃນ ສປປ ລາວ ທຸກຄົນ ມີສຸຂະພາບທີ່ແຂງແຮງ ເເລະ ໄດ້ຮັບການປ້ອງກັນຈາກພະຍາດຮ້າຍເເຮງທີ່ອາດພາໃຫ້ເສຍຊີວິດໄດ້.”  ທ່ານ ດຣ. ພອນປະເສີດ ອຸນາພົມ ຍັງໄດ້ຮັບຮູ້ການສະໜັບສະໜູນອັນມີຄ່າຈາກບັນດາ ຄູ່ຮ່ວມພັດທະນາ ເຊັ່ນ ອົງການ ຢູນິເຊັບ, ໂອງການ ອະນາໄມໂລກ ເເລະ ການບໍລິການດ້ານວັກຊີນກັນພະຍາດຂອງ ສປປ ລາວ. 

ຜູ້ຈັດການອາວຸໂສລະດັບປະເທດ ແລະ ຜູ້ປະສານງານສະໜັບສະໜຸນຈາກ ອົງການ ກາວີ (Gavi) ປະຈຳ ສປປ ລາວ,  ທ່ານນາງ ນາເດຍ ລາສຣິ, ໄດ້ກ່າວວ່າ: “ການສະໜັບສະໜູນຈາກ ອົງການ ກາວີ ເພື່ອປະຕິບັດວຽກງານການໃຫ້ວັກຊີນກັນພະຍາດໝາກເເດງໃຫຍ່ ເເລະ ໝາກເເດງນ້ອຍ ທົ່ວປະເທດຄັ້ງນີ້ ແມ່ນເປັນການເສີມການຊ່ວຍເຫລືອອັນຍາວນານຂອງພວກເຮົາຕໍ່ລັດຖະບານແຫ່ງ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກການໃຫ້ວັກຊິນກັນພະຍາດຮອບປົກກະຕິ. ວຽກງານນີ້ເເມ່ນມີຄວາມສຳຄັນທີ່ສຸດຕໍ່ສຸຂະພາບຂອງເດັກນ້ອຍ, ໂດຍສະເພາະໃນເຂດຊຸມຊົນທີ່ເຂົ້າເຖິງຍາກ.”  

ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕ່າງໜ້າອົງການ ຢູນິເຊັບ ປະຈໍາ ສປປ ລາວ, ກໍ່ໄດ້ເນັ້ນໜັກເຖິງ ຄວາມມຸ່ງໝັ້ນຂອງ ອົງການ ຢູນິເຊັບ ໃນການປ້ອງກັນສິດທິຂອງເດັກ ໃນ ສປປ ລາວ,​ ລວມທັງ ການເຂົ້າເຖິງການໃຫ້ບໍລິການສັກວັກຊີນກັນພະຍາດຕ່າງໆ.  ທ່ານນາງ ດຣ. ເພຍ ເຣເບນໂລ ຍັງໄດ້ຊົມເຊີຍ ​ຄວາມ​ມຸ່ງໝັ້ນ ​ແລະ ຄວາມ​ເອົາ​ໃຈ​ໃສ່​ ຂອງ​ພະນັກງານສາທາລະນະສຸກ ​ແລະ ອາສາ​ສະໝັກ​ດ້ານສາທາ​ລະນະ​ສຸກບ້ານ ​ໃນ​ທົ່ວ​ປະ​ເທດ. “ໃນຂະນະທີ່ພວກເຮົາມີຄວາມຄືບໜນ້າໃນດ້ານການປັບປຸງການໃຫ້ບໍລິການວັກຊີນກັນພະຍາດໃນ ສປປ ລາວ, ແຕ່ໃນຕອນນີ້ເດັກນ້ອຍລາວກໍຍັງປະເຊີນກັບໄພຂົ່ມຂູ່ອີກອັນໜຶ່ງ ຈາກ 2 ພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ກໍ່ຄື: ພະຍາດໝາກເເດງໃຫຍ່ ເເລະ ໝາກເເດງນ້ອຍ. ດັ່ງນັ້ນຈື່ງເປັນເຫດຜົນໃນການ ລະດົມຂະບວນການສັກວັກຊີນກັນພະຍາດໃນທົ່ວປະເທດ ໃນໄວໆນີ້.” ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ ຍັງໄດ້ຮຽກຮ້ອງເຖິງພໍ່ແມ່ ແລະ ຜູ້ປົກຄອງເດັກ ໃນການນໍາເອົາລູກຫຼານຂອງຕົນ ໄປສະຖານທີ່ບໍລິການສັກວັກຊີນທີ່່ີ່ໃກ້ທີ່ສຸດເພື່ອຮັບວັກຊີນຊ່ວຍຊີວິດເຫຼົ່ານີ້. 

ຜູ້ຕ່າງໜ້າ ອົງການອະນາໄມໂລກ ປະຈໍາ ສປປ ລາວ,​ ທ່ານນາງ ດຣ. ຢິງ-ລູ ໂລ, ກໍໄດ້ປະກອບຄຳເຫັນວ່າ: “ພະຍາດໝາກເເດງໃຫຍ່ ເເລະ ໝາກເເດງນ້ອຍ ນັ້ນເປັນພະຍາດທີ່ອັນຕະລາຍຫຼາຍ. ການລະບາດຂອງພະຍາດໝາກແດງໃຫຍ່ ໃນບັນດາປະເທດອື່ນໆເມື່ອບໍ່ດົນມານີ້ ເຫັນວ່າໄດ້ເຮັດໃຫ້ເດັກນ້ອຍຈຳນວນຫຼາຍທີ່ບໍ່ທັນໄດ້ຮັບການສັກວັກຊີນຕ້ອງເສຍຊີວິດຈຳນວນທີ່ໜ້າເສົ້າສະລົດໃຈ. ການທີ່ເເມ່ຍີງຖືພາເປັນພະຍາດໝາກເເດງນ້ອຍນັ້ນ ສາມາດເຮັດໃຫ້ສູນເສຍເດັກໃນທ້ອງໄດ້ ຫຼື ເຮັດໃຫ້ເດັກເກີດມາເປັນພິການຕະຫຼອດຊີວິດ. ການສັກວັກຊີນເປັນວິທີໜຶ່ງທີ່ມີປະສິດທິຜົນທີ່ສຸດໃນການປັບປຸງສຸຂະພາບ ແລະ ສະຫວັດດີການຂອງເດັກນ້ອຍ ແລະ ຄອບຄົວຂອງພວກເຂົາ. ອົງການ ອະນາໄມໂລກ ພ້ອມດ້ວຍຄູ່ຮ່ວມພັດທະນາຂອງພວກເຮົາ ມີຄວາມພາກພູມໃຈທີ່ໄດ້ສະ  ໜັບສະໜູນວຽກງານສັກວັກຊີນຂອງລັດຖະບານເເຫ່ງ ສປປ ລາວ, ລວມເຖິງການບໍລິຈາກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກເເດງນ້ອຍ.  

ວັກຊີນກັນພະຍາດທັງຫມົດ ໃນ ສປປ ລາວ ແມ່ນໄດ້ຖືກຮັບຮອງໂດຍ ອົງການ ອະນາໄມໂລກ ແລະ ກະຊວງສາທາລະນະສຸກ, ແລະ ໄດ້ຮັບການຢັ້ງຢືນວ່າປອດໄຟ ແລະ ມີປະສິດທິພາບສູງ ໃນການປ້ອງກັນເດັກນ້ອຍຈາກການເຈັບປ່ວຍຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດ.  

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments