Saturday, July 27, 2024
Homeຂ່າວໜ້າໜຶ່ງສຳເລັດກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນອາຊຽນເພື່ອກະກຽມໃຫ້ກອງປະຊຸມລະດັບຮອງລັດຖະມົນຕີການເງິນ ແລະຮອງຜູ້ວ່າການທະນາຄານກາງອາຊຽນ (AFCDM-WG)

ສຳເລັດກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນອາຊຽນເພື່ອກະກຽມໃຫ້ກອງປະຊຸມລະດັບຮອງລັດຖະມົນຕີການເງິນ ແລະຮອງຜູ້ວ່າການທະນາຄານກາງອາຊຽນ (AFCDM-WG)

ໃນລະຫວ່າງວັນທີ 19-23 ກຸມພາ 2024 ນີ້, ກະຊວງການເງິນຮ່ວມກັບທະນາຄານແຫ່ງ ສປປ ລາວ, ໄດ້ດຳເນີນການເປັນເຈົ້າພາບຈັດກອງປະຊຸມ ແລະ ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ (ASEAN Finance and Central Bank Deputies’ Working Group Meeting and related meetings) (AFCDM-WG) ຕາມຮອບວຽນການເປັນປະທານອາຊຽນຂອງສປປ ລາວ ໃນປິ 2024, ໂດຍມີຜູ້ແທນເຂົ້າຮ່ວມກອງປະຊຸມຫຼາຍກ່ວາ 250 ທ່ານຈາກບັນດາກະຊວງການເງິນ ແລະ ທະນາຄານກາງ 10 ປະເທດອາຊຽນ, (ປະເທດຕີມໍເລສເຕ້ໃນນາມຜູ້ສັງເກດການ), ກອງເລຂາອາຊຽນ, ອົງການຈັດຕັ້ງສາກົນ ແລະ ບັນດາສະຖາບັນການເງິນພາກພື້ນອາຊຽນ.

ກອງປະຊຸມ AFCDM-WG ພາຍໃຕ້ການເປັນປະທານຮ່ວມລະຫວ່າງກະຊວງການເງິນໂດຍແມ່ນທ່ານ ວົງຄໍາແຫງ ວົງທະຈັກ ຫົວໜ້າກົມການເງິນຕ່າງປະເທດ ແລະ ທະນາຄານແຫ່ງ ສປປ ລາວ ໂດຍແມ່ນທ່ານ ນາງ ແພງສີ ແພງເມືອງ ຫົວໜ້າກົມຮ່ວມມືສາກົນ, ໃນໂອກາດກ່າວທ່ານ ຫົວໜ້າກົມການເງິນຕ່າງປະເທດ ກະຊວງການເງິນ ໄດ້ຕາງໜ້າໃຫ້ປະທານຮ່ວມໃນການກ່າວເປີດກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານການຮ່ວມມືດ້ານການເງິນ-ເງິນຕາອາຊຽນ, ສືບຕໍ່ເພີ່ມທະວີຍຸດທະສາດການຮ່ວມມືໃຫ້ມີການພັດທະນາຢ່າງເຂັ້ມແຂງ ເພື່ອຮັບປະກັນໃຫ້ແກ່ຄວາມໝັ້ນທ່ຽງທາງດ້ານການເງິນໃຫ້ມີຄວາມຍືນຍົງ.

ຫຼັງຈາກນັ້ນ, ກອງປະຊຸມກໍ່ໄດ້ຮັບຟັງການລາຍງານກ່ຽວກັບບັນດາແຜນວຽກບູລິມະສິດປະຈໍາປີ 2024 ພາຍໃຕ້ການເປັນປະທານຮອບວຽນເພື່ອສະໜັບສະໜູນຕາມຍຸດທະສາດ 3 ເສົາຄໍ້າເສດຖະກິດ ແລະ ການຈັດຕັ້ງປະຕິບັດຂະແໜງການເງິນທີ່ປະກອບມີ 2  ໜ້າວຽກທີ່ຕິດພັນໂດຍສະເພາະໃນຂົງເຂດທະນາຄານວຽກງານບູລິທະສິດທີ່ 10  (PED 10): ການແກ້ໄຂບັນຫາການຫຼຸດໂຕນຂອງແຫຼ່ງທຶນໃນກຸ່ມຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ (Addressing Financial Gaps among MSMEs) ແລະ  ໃນຂົງເຂດການເງິນແມ່ນວຽກງານບູລິມະສິດ ທີ່ 11 (PED 11): ຂອດການສຶກສາດ້ານເຕັກນິກກ່ຽວກັບລະບົບພາສີປະຕູດຽວອາຊຽນຮູບແບບໃໝ່ (Complete the technical study on the New Generation of ASEAN Single Window) ຂອງ ສປປ ລາວ, ພ້ອມທັງໄດ້ມີການປຶກສາຫາລື ແລະ ແລກປ່ຽນບັນດາຄວາມຄືບໜ້າຂອງວຽກງານການຮ່ວມມື ແລະ ການເຊື່ອມໂຍງດ້ານການເງິນ-ເງິນຕາອາຊຽນທີ່ປະກອບດ້ວຍແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 (ASEAN Economic Community Blueprint), ແຜນການເຊື່ອມໂຍງດ້ານການເງິນ-ເງິນຕາອາຊຽນ, ROADMAP FOR MONETARY AND FINANCIAL INTEGRATION OF ASEAN (RIA-Fin) ແລະ ການຮ່ວມມືດ້ານການເງິນອາຊຽນ (ASEAN FINANCE COOPERATION).

ນອກນັ້ນ, ຍັງໄດ້ມີການປຶກສາລື ແລະ ຮັບຮອງດ້ານຫຼັກການຂອງບາງວຽກງານທີ່ເປັນຂໍ້ລິເລີ່ມການຮ່ວມມືໃໝ່ໆຂອງພາກພື້ນອາຊຽນ. ພ້ອມນີ້, ໄດ້ສະເໜີແຜນການຈັດກອງປະຊູມລະດັບຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນໃນເດືອນເມສາ 2024 ທີ່ນະຄອນຫຼວງພະບາງ, ພ້ອມທັງໄດ້ມອບການຮັບເປັນປະທານກອງປະຊຸມ AFCDM-WG ຂອງສປປ ລາວ ໃຫ້ປະເທດມາເລເຊຍສືບຕໍ່ເປັນປະທານກອງປະຊຸມ AFCDM-WG ໃນປີ 2025 ຕາມຮອບວຽນ.

ໃນວຽກທີ່ຕິດພັນກັບກະຊວງການເງິນແມ່ນມີຫຼາຍວຽກທີ່ພົ້ນເດັ່ນຕາມທີ່ໄດ້ຈັດກອງປະຊຸມສະເພາະ ແຕ່ລະຫົວຂໍ້ (Side Events)  ແລະ ເພື່ອຮ່ວມມືກັນສ້າງຄວາມເຂັ້ມແຂງດ້ານເຕັກນິກວິຊາການໃຫ້ແຕ່ລະພາກສ່ວນທີ່ຮັບຜິດຊອບຕາມພາລະບົດບາດໂດຍສະເພາະແມ່ນວຽກງານການຮ່ວມມືການເຊື່ອມໂຍງ ໃນຂົງເຂດພາສີອາຊຽນ ເພື່ອພັນຂະຫຍາຍຈັດຕັ້ງປະຕິບັດວກງານບູລິມະສິດ 11 (PED 11) , ການຮ່ວມມືດ້ານອາກອນອາຊຽນທີ່ສປປ ລາວ ຈະໄດ້ຮັບກຽດເປັນປະທານໃນປີ 2024 ເຊັ່ນ: ​ກອງປະຊຸມອາກອນອາຊຽນ ຄັ້ງທີ 18 ແລະ ກອງປະຊຸມອາກອນຊົມໃຊ້ ຄັ້ງທີ 15 (the 18th Working Group on ASEAN Forum on Taxation(WG-AFT) meeting and the 15th ASEAN Sub-Forum on Excise Taxation (SF-ET) Meeting ເຊັ່ນດຽວກັນກັບວຽກງານການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ວຽກງານຄັງເງິນແຫ່ງຊາດທີ່ເປັນວິໄສທັດ ແລະ ມີການລິເລີ່ມໃນປີ 2023,  ມີການຮັບຮອງດ້ານຫຼັກການລະດັບວິຊາການ ແລະ ຈະນໍາຂຶ້ນໄປຄົ້ນຄວ້າຮັບຮອງໃນກອງປະຊຸມລະດັບຮອງລັດຖະມົນຕີໃນເດືອນ ເມສາ 2024. ນອກນັ້ນ, ຍັງມີວຽກງານການກະກຽມເປັນປະທານຮ່ວມການເຈລະຈາການເປີດເສລີການບໍລິການດ້ານການເງິນອາຊຽນຮ່ວມກັບຟິລິບປິນໃນລະຫວ່າງສົກປີ 2024-2026.

ກອງປະຊຸມດັ່ງກ່າວ (AFCDM-WG) ໄດ້ດໍາເນີນໄປຕາມແຜນງານວິໄສທັດອາຊຽນດ້ວຍບັນຍາກາດອັນຟົດຟື້ນ ແລະ ບັນລຸໝາກຜົນຢ່າງຈົບງາມຕາມຈຸດປະສົງຄາດໝາຍໄວ້. ພ້ອມດຽວກັນນີ້,ກອງປະຊຸມໄດ້ຮັບການຊົມເຊີຍຈາກບັນດາປະເທດສະຊິກອາຊຽນໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມການຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດທີ່ດີ ແລະ ໄປຕາມຫຼັກການຂອງອາຊຽນ (Protocol ASEAN) ສືບຕໍ່່ການຮ່ວມມືໃນການຈັດຕັ້ງປະຕິບັດແຜນງານໂຄງການ ແລະ ແນວຄິດລິເລີ່ມຕ່າງໆໃນຕໍ່ໜ້າຕາມຍຸດທະສາດ ແລະ ວິໄສທັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 (ASEAN Economic Community Blueprint). ກອງປະຊຸມ AFCDM-WG ຄັ້ງນີ້, ເປັນກອງປະຊຸມສັງລວມທຸກວຽກງານການເງິນ-ເງິນຕາອາຊຽນຈາກກອງປະຊຸມປິ່ນອ້ອມໃນລະຫວ່າງວັນທີ 19-22 ກຸມພາ 2024 ເປັນຕົ້້ນ: ກອງປະຊຸມຄະນະເຮັດວຽກເຈລະຈາການເປີດເສລີການບໍລິການດ້ານການເງິນອາຊຽນ (Working Committee on Financial Service Liberalization: WC-FSL), ກອງປະຊຸມສຳມະນາວຽກງານ “ການສະໜອງທຶນເພື່ອການຫັນປ່ຽນດ້ານການປ່ຽນແປງດິນຟ້າອາກາດໃນອາຊີຕາເວັນອອກສ່ຽງ

ໃຕ້, ກອງປະຊຸມກະກຽມການສ້າງຕັ້ງເວທີແລກປ່ຽນຄັງເງິນອາຊຽນ (ASEAN Treasury Forum Establishment Preparatory Meeting) ແລະ ກອງປະຊຸມຄະນະກຳມະການປະສານງານລະຫວ່າງຂະ       ແໜງການວ່າດ້ວຍການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການປະກັນໄພ (ASEAN Cross-Sectoral Coordination Committee on Disaster Risk Financing and Insurance – ACSCC-DRFI) ແລະ ບັນດາກອງປະຊຸມສໍາມະນາປິ່ນອ້ອມຈຳນວນໜ່ຶ່ງ (Sideline Events) ໂດຍຜ່ານການຈັດສຳມະນາໃນຫົວຂໍ້ ການຫັນປ່ຽນວຽກງານການເງິນສີຂຽວ (Seminar on Financing for the Green Transition), ແລະ ວິວັດທະນາການຂອງການຄ້າທາງດ້ານການເງິນໃນອາຊີຕາເວັນອອກສຽງໃຕ້: ສິ່ງທ້າທາຍ, ວິທີແກ້ໄຂ ແລະ ກາລະໂອກາດ (Innovating Trade Finance in Southeast Asia: Challenges, Solutions, and Opportunities).

ນອກນີ້, ກອງປະຊຸມ AFCDM-WG ລະດັບເຈົ້າໜ້າທີ່ອາວຸໂສເປັນການສັງລວມບັນຫາການຮ່ວມມືດ້ານການເງິນ-ເງິນຕາ ເພື່ອສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການເປັນປະທານກອງປະຊຸມຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານແຫ່ງສປປ ລາວ ແລະ ລັດຖະມົນຕີກະຊວງງການເງິນ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທີ່ຈະໄດ້ຈັດຂຶ້້ນໃນເດືອນເມສາ 2024 ນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments