Saturday, July 27, 2024
Homeຂ່າວໜ້າໜຶ່ງປະກາດແຕ່ງຕັ້ງລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ

ປະກາດແຕ່ງຕັ້ງລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ

ໃນວັນທີ 26 ກຸມພາ 2024 ນີ້, ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ປະກາດການແຕ່ງຕັ້ງລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະ ທຳ-ສັງຄົມ, ມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງສະມາຊິກລັດຖະບານ ໂດຍແຕ່ງຕັ້ງທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ. ຫລັງຈາກນັ້ນ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດມອບລັດຖະດຳລັດ ການແຕ່ງຕັ້ງດັ່ງກ່າວ, ພ້ອມທັງ ຕີລາຄາສູງ ຕໍ່ທ່ານ ສີນາວາ ສຸພານຸວົງ ທີ່ໄດ້ຮັບການແຕ່ງຕັ້ງ ໃນຄັ້ງນີ້ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຍ້ອງຍໍ ຕໍ່ຜົນງານໃນການປະຕິບັດໜ້າທີ່ຂອງ ທ່ານ ສີນາວາ ສຸພານຸວົງ ໃນໄລຍະຜ່ານມາ ເຊິ່ງເປັນພະນັກງານສະມາຊິກພັກປະຕິວັດ, ເປັນລູກຫລານອະດີດການນຳຂັ້ນສູງສຸດຂອງປະເທດ ທີ່ຮ່ວມກໍ່ຕັ້ງ ສປປ ລາວ, ເປັນພະນັກງານນຳພາຫລັກແຫລ່ງ ທີ່ໄດ້ຜ່ານການຝຶກຝົນຫລໍ່ຫລອມ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈ ຈາກສະມາຊິກພັກ-ພະນັກງານ ແລະ ມະຫາຊົນ, ການທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ ແມ່ນເປັນຕຳແໜ່ງທີ່ສຳຄັນຫລາຍ ທີ່ຈະໄດ້ຊ່ວຍວຽກງານຂອງລັດຖະບານ ໂດຍສະເພາະຊ່ວຍ ທ່ານ ນາຍົກລັດຖະມົນຕີ ແລະ ລົງເລິກຊ່ວຍວຽກທ່ານຮອງນາຍົກລັດຖະມົນຕີ, ທັງຈະໄດ້ນໍາພາ-ຊີ້ນໍາການປະຕິບັດວຽກງານຕົວຈິງ ຢູ່ບັນດາກະຊວງ ຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ.

ໃນຕອນທ້າຍ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ເນັ້ນໃຫ້ທ່ານລັດຖະມົນຕີປະຈຳສຳນັກງານນາຍົກ ລັດຖະມົນຕີ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ເອົາໃຈໃສ່ໃນຕໍ່ໜ້າທີ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ກໍຄື ການນຳພາວຽກງານວິຊາສະເພາະຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ, ມີຄວາມເສຍສະຫລະ ເພື່ອສ່ວນລວມ, ຖືຜົນປະໂຫຍດສ່ວນລວມສູງກວ່າສ່ວນຕົວ; ການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານ ຕ້ອງຮັບປະກັນໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບການກົດໝາຍຂອງລັດຢ່າງເຂັ້ມງວດ, ຈັດຕັ້ງປະຕິບັດວຽກງານ ຕາມຫລັກການ ລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກ ຄີພາຍໃນໃຫ້ແໜ້ນແຟ້ນ, ເຮັດໃຫ້ບັນຍາກາດໃນການເຮັດວຽກ ເປັນຂະບວນການຢ່າງຢ່າງຕັ້ງໜ້າ, ເອົາ ໃຈໃສ່ສ້າງຄວາມເປັນແບບຢ່າງນໍາໜ້າ ທາງດ້ານການດຳລົງຊິວິດ ທີ່ສັດຊື່ບໍລິສຸດ ແລະ ປອດໃສຂາວສະອາດ; ສືບຕໍ່ການຕິດຕາມ ແລະ ປະເມີນຜົນໃນການປະຕິບັດໜ້າທີ່ ຂອງພະນັກງານ ຕາມລະບຽບຫລັກການຂອງພັກຢ່າງພາວະວິໃສ, ແນໃສ່ຍົກສູງຄວາມສາມາດໃນການປະຕິບັດໜ້າທີ່ຂອງພະນັກງານທຸກຂັ້ນ, ເຮັດໃຫ້ການສັບຊ້ອນ, ຈັດວາງ ແລະ ກໍ່ສ້າງພະນັກງານ ຖືກຕ້ອງກັບໜ້າທີ່ວຽກງານ ແລະ ຖືກເປົ້າໝາຍ. ນອກນັ້ນ, ທ່ານຍັງໄດ້ສະເໜີຄະນະປະຈຳພັກ, ຄະນະພັກ-ຄະນະນໍາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນຖານະເປັນອົງການເສນາທິການລວມ, ເປັນໃຈກາງປະສານງານລວມ ຂອງລັດຖະບານ ມີກົນໄກສະໜັບສະໜູນ, ອູ້ມຊູຊ່ວຍເຫລືອ ແລະ ອຳນວຍຄວາມສະດວກ ໃຫ້ທ່ານລັດຖະມົນຕີ ທີ່ມາຮັບໜ້າທີ່ໃໝ່ ສາມາດເຄື່ອນໄຫວວຽກງານໄດ້ສະດວກວ່ອງໄວ, ມີສະສິດທິພາບ ແລະ ປະສິດທິຜົນ.

ຂ່າວ: ຫສນຍ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments