Saturday, July 27, 2024
Homeຂ່າວໜ້າໜຶ່ງເສີມຂະຫຍາຍມູນເຊື້ອອັນດີງາມ ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ

ເສີມຂະຫຍາຍມູນເຊື້ອອັນດີງາມ ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ

ໃນວັນທີ 26 ກຸມພາ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກ ປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ການພົບປະຄັ້ງນີ້ ເປັນເຫດການທີ່ສໍາຄັນ ໃນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະ ພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ.
ໃນການພົບປະຄັ້ງນີ້ ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນຝູຈ້ອງ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການຂອງແຕ່ລະພັກ ແຕ່ລະປະເທດ ໃນນັ້ນລວມມີ ວຽກງານກໍ່ສ້າງພັກ ການພັດທະນາເສດຖະກິດ-ສັງຄົມ ແລກປ່ຽນກ່ຽວກັບສະພາບການພາກພື້ນ ສາກົນ ແລະ ບັນດາເນື້ອໃນທີ່ສອງຝ່າຍ ມີຄວາມສົນໃຈ ຕີລາຄາຄືນກ່ຽວກັບຜົນສໍາເລັດຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ເປັນເອກະພາບກ່ຽວກັບ ບັນດາທິດທາງໃຫຍ່ສໍາຄັນ ໃນບັນດາຂົງເຂດຂອງການພົວພັນຮ່ວມມື ໃນໄລຍະຕໍ່ໜ້າ.

ການນໍາທັງສອງພັກ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ກ່ຽວກັບການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ນັບມື້ນັບໄດ້ຮັບການພັດທະນາກ້າວສູ່ລ່ວງເລິກ ໃນນັ້ນ ການພົວພັນທາງດ້ານການເມືອງ ສືບຕໍ່ໄດ້ຮັບການເພີ່ມທະວີ ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ ຢ່າງມີໝາກຜົນ, ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ມີບາດກ້າວປ່ຽນແປງໃໝ່ທີ່ຕັ້ງໜ້າ.
ສະຫາຍເລຂາທິການໃຫຍ່ທັງສອງ ໄດ້ຊົມເຊີຍຕໍ່ບັນດາຜົນສໍາເລັດສໍາຄັນ ແລະ ຮອບດ້ານ ທີ່ປະຊາຊົນສອງຊາດ ຍາດມາໄດ້ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ກໍຄື ການປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງແຕ່ລະພັກ ຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ຢ່າງໝົດຈິດໝົດໃຈ ຕະຫຼອດໄລຍະຜ່ານມາສອງຝ່າຍ ໄດ້ເນັ້ນໜັກເຖິງ ປະຫວັດສາດ ການພົວພັນຮ່ວມມື ທີ່ສະໜິດແໜ້ນ ເປັນມູນເຊື້ອມາແຕ່ດົນນານ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສອງຝ່າຍ ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ເປັນປັດໄຈພາວະວິໄສ ເປັນກົດເກນປະຫວັດສາດ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງຂອງ ສອງພັກ ສອງລັດ ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ.


ສະຫາຍ ຫງວຽນຟູຈ້ອງ ໄດ້ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ອັນສະເໝີຕົ້ນສະເໝີປາຍ, ຮັກສາໄດ້ພາລະບົດບາດ ອັນສໍາຄັນພິເສດ ຊຶ່ງເປັນບຸລິມະສິດອັນດັບທໍາອິດ ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ ພ້ອມນັ້ນ ກໍໄດ້ເນັ້ນເຖິງບາງເນື້ອໃນສໍາຄັນ ແນໃສ່ເພີ່ມທະວີການພົວພັນ ລະຫວ່າງ ສອງພັກ ສອງລັດ ໃນໄລຍະຕໍ່ໜ້າ.
ສອງຝ່າຍ ເຫັນດີເປັນເອກະພາບ ໃນການຢືນຢັນຕໍ່ຄວາມສໍາຄັນ ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ທີ່ມີຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ໃນການພົບປະດັ່ງກ່າວ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕີລະຄາສູງຕໍ່ບັນດາໝາກຜົນຂອງການຮ່ວມມືຢູ່ໃນຂົງເຂດເສດຖະກິດ ການຄ້າ ການລົງທຶນ ວັດທະນະທໍາ ສຶກສາ ວິທະຍາສາດ-ເຕັກໂນໂລຊີ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມນັ້ນ ກໍໄດ້ສະເໜີບັນດາທິດທາງການຮ່ວມມື ລະຫວ່າງ ສອງລັດຖະບານ ໃນໄລຍະຕໍ່ໜ້າ.
ສອງຝ່າຍ ໄດ້ເປັນເອກະພາບ ຕໍ່ໜ້າສະພາບການໃນປັດຈຸບັນ ສອງພັກ ສອງລັດ ຕ້ອງໄດ້ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມ ເພີ່ມທະວີຄວາມສາມັກຄີ ປະສານສົມທົບກັນຢ່າງແໜ້ນແຟ້ນ ສະໜັບສະໜູນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ສືບຕໍ່ຖືເອົາການພົວພັນທາງດ້ານການເມືອງເປັນຫຼັກ ເປັນທິດນໍາໃຫ້ແກ່ການພົວພັນ ລະຫວ່າງ ສອງພັກ ສອງລັດ ຍູ້ແຮງເສົາຄໍ້າ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພີ່ມທະວີການຮ່ວມມືການຕ່າງປະເທດ ສ້າງການບຸກທະລຸໃນວຽກງານການຮ່ວມມືດ້ານເສດຖະກິດ ຊຸກຍູ້ການຮ່ວມມືດ້ານການສຶກສາ ວັດທະນະທໍາ ວິທະຍາສາດ-ເຕັກໂນໂລຊີ ແລະ ພົບປະແລກປ່ຽນ ລະຫວ່າງ ປະຊາຊົນ ບົນພື້ນຖານ ຜັນຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ ສອງຝ່າຍ ຢັ້ງຢືນວ່າ ຕ້ອງເສີມຂະຫຍາຍບັນດາກົນໄກທີ່ມີຢູ່ໃນປັດຈຸບັນ ໃຫ້ມີປະສິດທິຜົນ ສືບຕໍ່ປ່ຽນແປງໃໝ່ ຍົກສູງບັນດາໝາກຜົນການຮ່ວມມືໃນບັນດາຂະແໜງຕ່າງໆ ພ້ອມນັ້ນ ຕ້ອງສ້າງບັນດາກົນໄກໃໝ່ ທີ່ແທດເໝາະ ແນໃສ່ເພີ່ມທະວີການພົວພັນ ລາວ-ຫວຽດນາມ ເພື່ອຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ ເພື່ອສັນຕິພາບ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.


ຂ່າວ: ຄຕພ, ພາບ: ສຸກສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments