Saturday, July 27, 2024
Homeຂ່າວພາຍໃນກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນອາຊຽນເພື່ອກະກຽມໃຫ້ກອງປະຊຸມ ຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ (AFCDM-WG)

ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນອາຊຽນເພື່ອກະກຽມໃຫ້ກອງປະຊຸມ ຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ (AFCDM-WG)

ໃນລະຫວ່າງວັນທີ 19-23 ກຸມພາ 2024 ທີ່ຜ່ານມາ, ກະຊວງການເງິນ ຮ່ວມກັບ ທະນາຄານແຫ່ງ ສປປ ລາວ ໄດ້ດຳເນີນການເປັນເຈົ້າພາບຈັດກອງປະຊຸມ ແລະ ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ ASEAN Finance and Central Bank Deputies’ Working Group Meeting and related meetings (AFCDM-WG) ຕາມຮອບວຽນການເປັນປະທານອາຊຽນຂອງ ສປປ ລາວ ໃນປິ 2024, ໂດຍມີຜູ້ແທນເຂົ້າຮ່ວມກອງປະຊຸມຫລາຍກ່ວາ 250 ທ່ານ ຈາກບັນດາ ກະຊວງການເງິນ ແລະ ທະນາຄານກາງ 10 ປະເທດອາຊຽນ, ປະເທດ ຕີມໍເລສເຕ້ (ໃນການຜູ້ສັງເກດການ), ກອງເລຂາອາຊຽນ, ອົງການຈັດຕັ້ງພາກພື້ນ ແລະ ສາກົນ ແລະ ບັນດາສະຖາບັນການເງິນພາກພື້ນອາຊຽນ.

ກອງປະຊຸມ AFCDM-WG ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ກະຊວງການເງິນ ໂດຍແມ່ນ ທ່ານ ວົງຄໍາແຫງ ວົງທະຈັກ, ຫົວໜ້າກົມການເງິນຕ່າງປະເທດ ແລະ ທະນາຄານແຫ່ງ ສປປ ລາວ ໂດຍແມ່ນ ທ່ານ ນາງ ແພງສີ ແພງເມືອງ. ໃນໂອກ່າວ, ທ່ານ ຫົວໜ້າກົມການເງິນຕ່າງປະເທດ ໄດ້ຕາງໜ້າໃຫ້ປະທານຮ່ວມໃນການກ່າວເປີດກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານການຮ່ວມມືດ້ານການເງິນ-ເງິນຕາອາຊຽນ, ທີ່ໄດ້ຮັກສາການຮ່ວມມືກັນໄດ້ຢ່າງແໜ້ນແຟ້ນ ແລະ ສືບຕໍ່ເພີ່ມທະວີການຮ່ວມມືໃຫ້ເຂັ້ມແຂງຂຶ້ນຕື່ມ ເພື່ອຮັບປະກັນໃຫ້ແກ່ຄວາມໝັ້ນທ່ຽງທາງດ້ານການເງິນໃຫ້ມີຄວາມຍືນຍົງ. ຫລັງຈາກນັ້ນ, ກອງປະຊຸມກໍ່ໄດ້ຮັບຟັງການລາຍງານກ່ຽວກັບ ບັນດາແຜນວຽກບູລິມະສິດປະຈໍາປີ 2024 ພາຍໃຕ້ການເປັນປະທານຮອບວຽນຂອງ ສປປ ລາວ, ພ້ອມທັງໄດ້ມີການປຶກສາຫາລື ແລະ ແລກປ່ຽນ ບັນດາຄວາມຄືບຫນ້າຂອງວຽກງານການຮ່ວມມື ແລະ ການເຊື່ອມໂຍງດ້ານການເງິນ-ເງິນຕາອາຊຽນ ທີ່ປະກອບດ້ວຍ ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 (ASEAN Economic Community Blueprint), ແຜນການເຊື່ອມໂຍງດ້ານການເງິນ-ເງິນຕາອາຊຽນ, ROADMAP FOR MONETARY AND FINANCIAL INTEGRATION OF ASEAN (RIA-Fin) ແລະ ການຮ່ວມມືດ້ານການເງິນອາຊຽນ (ASEAN FINANCE COOPERATION), ນອກນັ້ນ, ຍັງໄດ້ມີການປຶກສາລື ແລະ ຮັບຮອງບາງວຽກງານ ທີ່ເປັນຂໍ້ລິເລີ່ມການຮ່ວມມືໃໝ່ໆຂອງພາກພື້ນອາຊຽນ. ກອງປະຊຸມ ຍັງໄດ້ຮັບຊາບແຜນການຈັດກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ ໃນເດືອນເມສາ 2024 ທີ່ ນະຄອນຫຼວງພະບາງ, ລວມທັງ ມອບຮັບການຮັບເປັນປະທານກອງປະຊຸມ AFCDM-WG ຂອງ ສປປ ລາວ ໃຫ້ ປະເທດມາເລເຊຍ ສືບຕໍ່ເປັນປະທານກອງປະຊຸມດັ່ງກ່າວ ໃນປີ 2025.

ສະເພາະໃນສ່ວນທີ່ຕິດພັນກັບກະຊວງການເງິນ ແມ່ນມີຫລາຍວຽກທີ່ພົ້ນເດັ່ນ ແລະ ຊ່ວຍໃນການສ້າງຄວາມເຂັ້ມແຂງໃຫ້ແຕ່ລະພາກສ່ວນທີ່ຮັບຜິດຊອບ ໂດຍສະເພາະແມ່ນວຽກງານການຮ່ວມມືໃນຂົງເຂດພາສີອາຊຽນ, ການຮ່ວມມືດ້ານອາກອນອາຊຽນ ທີ່ ສປປ ລາວ ຈະໄດ້ຮັບກຽດເປັນປະທານໃນສົກປີ 2024, ເຊັ່ນດຽວກັນກັບ ວຽກງານການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ຄັງເງິນແຫ່ງຊາດ ທີ່ໄດ້ມີການລິເລີ່ມໃນປີ 2023 ແລະ ມີການຮັບຮອງໃນລະດັບວິຊາການ ແລະ ຈະນໍາຂຶ້ນໄປຮັບຮອງໃນກອງປະຊຸມລະດັບຮອງລັດຖະມົນຕີ ໃນເດືອນ ເມສາ 2024. ນອກນັ້ນ, ຍັງມີວຽກງານການກະກຽມເປັນປະທານຮ່ວມ ການເຈລະຈາການເປີດເສລີການບໍລິການດ້ານການເງິນອາຊຽນ ຮ່ວມກັບ ຟິລິບປິນ ໃນລະຫວ່າງສົກປີ 2024-2026.

ກອງປະຊຸມ AFCDM-WG ໄດ້ດໍາເນີນເປັນເວລາໜຶ່ງວັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ບັນລຸໝາກຜົນຢ່າງຈົບງາມຕາມຈຸດປະສົງຄາດໝາຍໄວ້ ແລະ ໄດ້ຮັບການກ່າວປິດ ໂດຍ ທ່ານ ທົວໜ້າກົມຮ່ວມມືສາກົນ, ທະນາຄານແຫ່ງ ສປປ ລາວ ໃນວັນດຽວກັນ. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຮັບການຊົມເຊີຍ ຈາກບັນດາປະເທດສະຊິກອາຊຽນ ໃນການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນລະບຽບຮຽບຮ້ອຍ ໂດຍສະເພາະການປະກອບສ່ວນປຶກສາຫາລືຕໍ່ບັນຫາຕ່າງໆຢ່າງກົງໄປກົງມາ ເພື່ອສືບຕໍ່ການຮ່ວມມື ໃນການຈັດຕັ້ງປະຕິບັດແຜນງານໂຄງການ ແລະ ແນວຄິດລິເລີ່ມຕ່າງໆ ໃນຕໍ່ໜ້າ.

ນອກຈາກກອງປະຊຸມ AFCDM-WG ທີ່ເປັນມື້ສຸດທ້າຍຂອງວາລະທັງໝົດ, ເຊິ່ງກ່ອນໜ້ານີ້ ໃນລະຫວ່າງ ວັນທີ 19-22 ກຸມພາ 2024, ກະຊວງການເງິນ ໄດ້ຈັດກອງປະຊຸມປິ່ນອ້ອມຫຼາຍລາຍການ ຄື: 1) ກອງປະຊຸມຄະນະເຮັດວຽກເຈລະຈາການເປີດເສລີການບໍລິການດ້ານການເງິນອາຊຽນ (Working Committee on Financial Service Liberalization: WC -FSL), 2) ກອງປະຊຸມສຳມະນາວຽກງານ “ການສະໜອງທຶນເພື່ອການຫັນປ່ຽນດ້ານການປ່ຽນແປງດິນຟ້າອາກາດໃນອາຊີຕາເວັນອອກສ່ຽງໃຕ້, 3) ກອງປະຊຸມກະກຽມການສ້າງຕັ້ງເວທີແລກປ່ຽນຄັງເງິນອາຊຽນ (ASEAN Treasury Forum Establishment Preparatory Meeting) ແລະ 4) ກອງປະຊຸມຄະນະກຳມະການປະສານງານລະຫວ່າງຂະແໜງການ ວ່າດ້ວຍການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການປະກັນໄພ (ASEAN Cross-Sectoral Coordination Committee on Disaster Risk Financing and Insurance – ACSCC-DRFI). ພ້ອມນັ້ນ, ບັນດາກອງປະຊຸມສຳມະນາປິ່ນອ້ອມຈຳນວນໜຶ່ງ (Sideline Events) ໃນຕໍ່ກັບບັນຫາທີ່ພົ້ນເດັ່ນໃນພາກພື້ນ ແລະ ທົ່ວໂລກ ໂດຍຜ່ານການຈັດສຳມະນາໃນຫົວຂໍ້ 1) ການຫັນປ່ຽນວຽກງານການເງິນສີຂຽວ (Seminar on Financing for the Green Transition), ແລະ 2) ວິວັດທະນາການຂອງການຄ້າທາງດ້ານການເງິນ ໃນອາຊີເຕາເວັນອອກສຽງໃຕ້: ສິ່ງທ້າທາຍ, ວິທີ່ແກ້ໄຂ ແລະ ກາລະໂອກາດ (Innovating Trade Finance in Southeast Asia: Challenges, Solutions, and Opportunities).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments