Saturday, July 27, 2024
Homeຂ່າວການເມືອງລາວ-ອັງກິດຫາລືສົ່ງເສີມດ້ານການຄ້າ ແລະ ການລົງທຶນ

ລາວ-ອັງກິດຫາລືສົ່ງເສີມດ້ານການຄ້າ ແລະ ການລົງທຶນ

ວັນທີ 26 ກຸມພາ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບ ແລະ ພົບປະຂອງທ່ານ ນາງ Melanie Barlow ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກອັງກິດປະຈໍາລາວ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມດ້ານການຄ້າ ແລະ ການລົງທຶນລະຫວ່າງລາວ-ອັງກິດໃຫ້ຮັດແໜ້ນຍິ່ງຂຶ້ນໃນໄລຍະ ໃໝ່.

ໂອກາດນີ້ທ່ານລັດຖະມົນຕີໄດ້ສະແດງຄວາມຕ້ອນຮັບ ໂດຍສອງຝ່າຍໄດ້ແລກປ່ຽນວຽກງານການຮ່ວມມື ແລະ ການຄ້ານໍາກັນ ເຊິ່ງໄດ້ຍົກໃຫ້ເຫັນແບບຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດຂອງລາວໃນປັດຈຸບັນ ລວມທັງສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍດ້ານເສດຖະກິດ ການເງິນທີ່ລາວກໍາລັງປະເຊີນ ທົບທວນຄືນການພົບປະສອງຝ່າຍ ໃນລະຫວ່າງເຂົ້າຮ່ວມກອງປະຊຸມ AEM ຄັ້ງທີ 55 ປີ 2023 ທີ່ ອິນໂດເນເຊຍກັບທ່ານ ນິເວດ ຮູໂດຕັນ ລັດຖະມົນຕີກະຊວງທຸລະກິດ ແລະ ການຄ້າ ປະເທດອັງກິດທີ່ໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການສະໜັບສະໜູນຊ່ວຍເຫຼືອຂອງອັງກິດກ່ຽວກັບແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ (PEDs) ໃນການເປັນປະທານອາຊຽນຂອງລາວປີ 2024 ປຶກສາຫາລືກ່ຽວກັບການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ (ໂດຍສະເພາະໂອກາດ ແລະ ຄວາມເປັນໄດ້ໃນການລົງທຶນ ແລະ ດຳເນີນທຸລະກິດຢູ່ລາວ ປະເພດທຸລະກິດຂອງອັງກິດທີ່ເປັນໄປໄດ້ໃນການລົງທຶນຢູ່ລາວ ຂະແໜງທຸລະກິດຂອງລາວທີ່ເປັນໄປໄດ້ໃນການດຶງດູດນັກລົງທຶນຈາກອັງກິດມາລົງທຶນຢູ່ລາວ ແລະ ອື່ນໆ) ສ້າງຄວາມເຂັ້ມແຂງໃຫ້ບຸກຄະລະກອນ ເພື່ອຍົກລະດັບຄວາມອາດສາມາດດ້ານວິຊາສະເພາະຕ່າງໆໃຫ້ມີຄວາມຊໍານານສະເພາະດ້ານ ແລະ ມີຄຸນນະພາບດີໃນເງື່ອນໄຂການເຊື່ອມໂຍງເສດຖະກິດການຄ້າກັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແລະ ການເຂົ້າເຖິງສິດທິພິເສດທາງດ້ານການຄ້າ (DCTS) ສະເໜີໃຫ້ທາງສະຖານທູດອັງກິດປະຈໍາລາວພິຈາລະນາສືບຕໍ່ໃຫ້ການຊ່ວຍເຫຼືອໃນການຈັດຝຶກອົບຮົມ ແລະ ເຜີຍແຜ່ສິດທິພິເສດດັ່ງກ່າວໃຫ້ແກ່ພາກລັດ (ໂດຍສະເພາະເຈົ້າໜ້າທີ່ອອກຟອມແຫຼ່ງກໍາເນີດສິນຄ້າ) ແລະ ພາກທຸລະກິດຂອງລາວ ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃນການຈັດກອງປະຊຸມ B2B ລະຫວ່າງລາວ-ອັງກິດ ເພື່ອສົ່ງເສີມການສົ່ງອອກຜະລິດຕະພັນຂອງລາວໄປອັງກິດ ໂດຍສະເພາະທາງກາເຟ ເເຜ່ນເເພ ແລະ ຂະແໜງການອື່ນໆທີ່ມີເງື່ອນໄຂ ແຈ້ງໃຫ້ຊາບວ່າຈະໄດ້ໄປເຂົ້າຮ່ວມກອງປະຊຸມ ASEAN-UK Business Forum ທີ່ລອນດອນ ໃນວັນທີ 26 ມີນາ 2024 ເຊິ່ງການເຂົ້າຮ່ວມເທື່ອນີ້ຈະໄດ້ກ່າວພາຍໃຕ້ຫົວຂໍ້ Connecting Futures: Partners in Sustainable Progress.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments