Saturday, July 27, 2024
Homeຂ່າວພາຍໃນລັດຖະມົນຕີ ແລະ ເຈົ້າແຂວງ ລົງຊຸກຍູ້ຕິດຕາມຊີ້ນຳວຽກໂຄງການອອກໃບຕາດິນ.

ລັດຖະມົນຕີ ແລະ ເຈົ້າແຂວງ ລົງຊຸກຍູ້ຕິດຕາມຊີ້ນຳວຽກໂຄງການອອກໃບຕາດິນ.

ໃນຕອນເຊົ້າ ຂອງ ວັນທີ 22 ກຸມພາ 2024 ທີ່ເມືອງບຸນເໜືອ ແຂວງຜົ້ງສາລີ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງ ແຂວງຜົ້ງສາລີ ແລະ ທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນໜືອ ພ້ອມດ້ວຍຄະນະຈາກ ກະຊວງ ແລະ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຜົ້ງສາລີ ແລະ ວິຊາການ ທີ່ກ່ຽວຂ້ອງ ລົງຊຸກຍູ້ວຽກງານໂຄງການອອກໃບຕາດິນແບບເຄື່ອນທີ່ຢູ່ບ້ານມີໄຊ.

ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ພ້ອມດ້ວຍ ເຈົ້າແຂວງ ແລະ ເຈົ້າເມືອງ ໄດ້ລົງຢ້ຽມຢາມ ພະແນກ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫຼັງໃຫມ່ ແລະ ເບິ່ງສະຖານນີຈຸດອ້າງອີງທີ່ຕັ້ງ, ເຊິ່ງເປັນລະບົບສົ່ງສັນຍານການອອກໃບຕາດິນ, ເບິ່ງສະຖານີ້ພະຍາກອນອາກາດໃນແຕ່ລະວັນ ແລະ ລົງເບິ່ງຫ້ອງການອອກໃບຕາດິນຂອງໂຄງການອອກໃບຕາດິນແບບເຄື່ອນທີ່ ທີ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງບຸນເໜືອ ຫຼັງເກົ່າ ຫຼັງຈາກນັ້ນກໍ່ໄດ້ລົງໄປເບິ່ງຫຼາວັດແທກນ້ຳ ແລະ ແຈ້ງເຕືອນໄພນ້ຳຖ້ວມ. ຈາກນັ້ນກໍ່ໄດ້ລົງຢ້ຽມຢາມໂຄງການອອກໃບຕາດິນ ທີ່ບ້ານມີໄຊ ເມືອງບຸນເໜືອ ແລະ ໄດ້ຮັບຟັງການລາຍງານຫຍໍ້ ການອອກໃບຕາດິນຂອງໂຄງການ. ເຊິ່ງໃນເມື່ອກ່ອນແມ່ນບ້ານແສນໄຊ ແລະ ບ້ານ ບໍ່ມາງ ໄດ້ເຕົ້າໂຮມບ້ານນ້ອຍເປັນບ້ານໃຫ່ຍ, ປະຈຸບັນຕັ້ງຊື່ເປັນ ບ້ານມີໄຊ ຊຶ່ງເປັນບ້ານໜຶ່ງຂຶ້ນກັບເມືອງບຸນເໜືອ ຫ່າງຈາກເທດສະບານເມືອງ 14 ກິໂລແມັດ, ມີ 83 ຄອບຄົວ, ມີ ປະຊາກອນທັງໝົດ 354 ຄົນ. ຍິງ 145 ຄົນ, ສ່ວນຫຼາຍເຜົ່າພູນ້ອຍ, ອາຊີບເຮັດນາ, ປູກສວນອ້ອຍ, ບ້ານມີໄຊ ມີເນື້ອທີ່ທັງໝົດ 311,049 ຮ.ຕ, ໄລຍະຜ່ານມາໄດ້ຮັບການຈັດສັນທີ່ດິນຂັ້ນບ້ານສໍາເລັດແລ້ວໃນປີ 2012 ໄດ້ອອກປື້ມສາມະໂນທີ່ດິນ 83 ຫົວ, ມີຈໍານວນຕອນດິນທັງໝົດ 411 ຕອນ ແລະ ໄດ້ອອກໃບຢັ້ງຢືນການ ນຳໃຊ້ທີ່ດິນ (ແຈ້ງ 01) ມາຮອດປີ 2023 ໄດ້ມີໂຄງການສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນເປັນລະບົບເຂົ້າມາ ເບື້ອງຕົ້ນມີຄະນະຮັບຜິດຊອບວຽກງານສິ່ງແວດລ້ອມໄດ້ມາເກັບກຳຂໍ້ມູນດ້ານສິ່ງແວດລ້ອມຫຼັງຈາກນັ້ນຫ້ອງການ ຊັບສົມທົບກັບຂະແໜງການກ່ຽວຂ້ອງຂັ້ນເມືອງລົງມາເປີດກອງປະຊຸມປະຊາສຳພັນຍ່ອຍແນະນໍາບັນດາກົດໝາຍ, ນິຕິກຳຕ່າງໆໃຫ້ປະຊາຊົນຮັບຮູ້ເຂົ້າໃຈ, ສຳລັບການຈັດຕັ້ງປະຕິບັດ ທິມງານສຳຫຼວດ – ວັດແທກສອບຖາມສິດ, ມາປະຈຳຢູ່ພາກສະໜາມມີ 5 ທ່ານ ຍິງ 2 ທ່ານ, ໃນນີ້ໄດ້ສົມທົບ ກັບອົງການປົກຄອງບ້ານ, ເຈົ້າຂອງຕອນດິນລົງສຳຫຼວດວັດແທກໄດ້ທັງໝົດ 470 ຕອນ, ມີເນື້ອທີ່ 2,787,514 ຕາແມັດ ແລະ ໄດ້ສຳຫຼວດ – ວັດແທກປະເພດທີ່ດິນປຸກສ້າງທີ່ຢູ່ອາໃສ 100 ຕອນ, ມີເນື້ອທີ່ 41,634 ຕາແມັດ, ສຳຫຼວດ – ວັດແທກປະເພດທີ່ດິນກະສິກໍາ – ດິນສວນ 232 ຕອນ, ມີເນື້ອທີ 2,164,693 ຕາແມັດ, ສຳຫຼວດ – ວັດແທກປະເພດທີ່ດິນກະສິກໍາ – ດິນນາ 138 ຕອນ, ມີເນື້ອທີ່ 581,187 ຕາເມັດ.

ພາຍຫຼັງ ຮັບຟັງການລາຍງານຈາກນາຍບ້ານແສນໄຊ ແລະ ທິມງານໂຄງການອອກໃບຕາດິນແລ້ວ ກ່ຽວກັບຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ຂໍ້ສະເໜີຕ່າງ ຈາກນັ້ນທ່ານເຈົ້າແຂວງ ແລະ ທ່ານລັດຖະມົນຕີກໍ່ໄດ້ໂອລົມໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດການອອກຕາດິນ ແລະ ວຽກງານປິນອ້ອມ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະ ການຈັດສັນການອອກໃບຕາດິນສາມປະເພດປ່າ ທີ່ປະຊາຊົນທຳການຜະລິດ, ການຈັດສັນທີ່ດິນຂອງບ້ານ ຈາກນັ້ນກໍ່ໄດ້ລົງໄປເບິ່ງສະໜາມຂີ້ເຫຍືອຂອງແຂວງ ເພື່ອເປັນແນວທາງໃນການ ຄຸ້ມຄອງ ແລະ ນຳໃຊ້ໃນຂັ້ນຕໍ່ໄປ.

#MediaLaos#phongsaly

( ພາບ-ຂ່າວ: ແສງຄຳ ສາລີວັນ )

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments