Home ຂ່າວການເມືອງ ສະຫຼຸບວຽກຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳປີ 2023 ແລະ ວາງທິດທາງ ປີ 2024

ສະຫຼຸບວຽກຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳປີ 2023 ແລະ ວາງທິດທາງ ປີ 2024

0
96

ກອງປະຊຸມສະຫຼຸບວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຈັດຂຶ້ນທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃນວັນທີ 22 ກຸມພານີ້ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດ ຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີບັນດາສະຫາຍກຳມະການສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ຄະນະປະຈໍາສະພາທິດສະດີ ແລະ ນັກວິທະຍາສາດ ເຂົ້າຮ່ວມ. ພ້ອມທັງ ປຶກສາຫາລືກ່ຽວກັບການສ້າງນິພົນຄົບຊຸດ ໄກສອນ ພົມວິຫານ ເພື່ອໃຫ້ສໍາເລັດຕາມແຜນການ, ປຶກສາຫາລືຄົ້ນຄວ້າ ຮັບຮອງເອົາຫົວຂໍ້ຄົ້ນຄວ້າວິທະຍາສາດ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບແຕ່ລະຂົງເຂດ ປະຈໍາປີ 2024 ແລະ ປຶກສາຫາລືບັນຫາສໍາຄັນຈໍານວນໜຶ່ງ.

ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ນັກວິທະຍາສາດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມການຄົ້ນຄວ້າ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ທີ່ໄດ້ເຮັດໜ້າທີ່ເປັນເສນາທິການໃນໄລຍະຜ່ານມາຊຶ່ງໄດ້ປະກອບສ່ວນສໍາຄັນເຮັດໃຫ້ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ມີຜົນສໍາເລັດໃນລະດັບອັນແນ່ນອນ. ພ້ອມນີ້, ສະຫາຍ ຍັງເນັ້ນ ໃຫ້ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃນຖານະເປັນກອງເລຂາ ຂອງຄະນະຮັບຜິດ ຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປັບປຸງຄືນເນື້ອໃນເອກະສານ ຕາມເນື້ອໃນການປະກອບຄຳເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ພ້ອມທັງສ້າງເປັນແຜນການລະອຽດ ໃນການຈັດຕັ້ງເຄື່ອນໄຫວຕົວຈິງ, ໃຫ້ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຂອງບັນດາກະຊວງ, ອົງການທີ່ໄດ້ຮັບຫົວຂໍ້ມູນຄົ້ນຄວ້າ ປະຈໍາປີ 2023 ແລະ 2024 ໃຫ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ ເປັນຕົ້ນ ສູນກາງແນວລາວສ້າງຊາດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບຄະນະຮັບຜິດຊອບການຄົ້ນຄວ້າ ແນວຄິດ ໄກສອນ ພົມວິຫານ ຂຶ້ນແຜນມອບໝາຍກັນລະອຽດ ເພື່ອເຮັດໃຫ້ການຄົ້ນຄວ້າສຳເລັດ ພາຍໃນປີ 2024 ແລະ ໃຫ້ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຄົ້ນຄວ້າ ແລະ ອື່ນໆ.

ພ້ອມນີ້, ສະຫາຍ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍັງໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈໍາປີ 2023, ຄະນະຮັບຜິດຊອບພວກເຮົາ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ແລະ ກໍານົດແຜນການເຄື່ອນໄຫວຄົ້ນຄວ້າ ຫົວຂໍ້ສະເພາະ ແລະ ໄດ້ສຸມໃສ່ການຄົ້ນຄວ້າລົງເລິກໃນບາງຂົງເຂດວຽກງານ ຊຶ່ງມີຜົນສຳເລັດຄື ໃນປີ 2023 ໄດ້ສືບຕໍ່ສຸມໃສ່ຈັດສໍາມະນາວິທະຍາສາດ ຊຶ່ງເປັນຫົວຂໍ້ຄົ້ນຄວ້າ ຂອງປີ 2022 ມີຫົວຂໍ້ລະດັບກະຊວງ, ອົງການ 1 ຫົວຂໍ້ ຄື: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼງຂ່າວ”, ໄດ້ຈັດສໍາມະນາວິທະຍາສາດ ຮອບເປີດກວ້າງ ມີຜູ້ເຂົ້າຮ່ວມ 300 ທ່ານ, ປັດຈຸບັນ ໄດ້ກໍາລັງບັນນາທິການຮອບສຸດທ້າຍ ເພື່ອຈະສ້າງເປັນປຶ້ມ ແລະ ສົ່ງໃຫ້ສະພາທິດສະດີສູນກາງພັກ ຮັບຮອງ; ຫົວຂໍ້ລະດັບຊາດ ມີ 1 ຫົວຂໍ້ ຄື: “ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງແຫ່ງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ”, ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມີຜູ້ເຂົ້າຮ່ວມ 400 ທ່ານ (ປັດຈຸບັນ ນັກວິທະຍາສາດກຳລັງປັບປຸງເນື້ອໃນບົດຄືນ). ພ້ອມນີ້, ໄດ້ກໍານົດບັນດາຫົວ ຂໍ້ຄົ້ນຄວ້າປະຈໍາປີ 2023 ອອກເປັນ 2 ຫົວຂໍ້ລະດັບຊາດ ແລະ 2 ຫົວຂໍ້ລະດັບກະຊວງ, ອົງການ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ມີຜົນສໍາເລັດ ຄື: ການຄົ້ນຄວ້າຫົວຂໍ້ລະດັບຊາດປະກອບມີ 2 ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານໄກສອນ ພົມວິຫານ ໄລຍະປີ 1975-1992”. ຊຶ່ງໄດ້ແບ່ງອອກເປັນ 3 ຫົວຂໍ້ຍ່ອຍ ທີ່ລົງເລິກໃນການຄົ້ນຄວ້າ ໂດຍໄດ້ສໍາເລັດກອງປະຊຸມຜ່ານຫົວຂໍ້ ແລະ ກອງປະຊຸມຜ່ານໂຄງຮ່າງແລ້ວ, ປັດຈຸບັນ ກໍາລັງຢູ່ໃນການຄົ້ນຄວ້າຂຽນ ແລະ ກະກຽມລົງເກັບກຳຂໍ້ມູນຢູ່ທ້ອງຖິ່ນ ແລະ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ຊຶ່ງໃນຫົວຂໍ້ນີ້ໄດ້ແບ່ງອອກເປັນ 5 ຫົວຂໍ້ຍ່ອຍທີ່ລົງເລິກໃນການຄົ້ນຄວ້າ (ສໍາເລັດກອງປະຊຸມຜ່ານຫົວຂໍ້ ແລະ ກອງປະຊຸມຜ່ານໂຄງຮ່າງແລ້ວ, ປັດຈຸບັນ ຢູ່ໃນການຄົ້ນຄວ້າຂຽນ ແລະ ກະກຽມລົງເກັບກຳຂໍ້ມູນຢູ່ທ້ອງຖິ່ນ).

ການຄົ້ນຄວ້າຫົວຂໍ້ລົງເລິກບາງວຽກງານ ປະຈໍາປີ 2023 ເປັນການສົມທົບການຄົ້ນຄວ້າກັບກະຊວງ, ອົງການ ມີ 2 ຫົວຂໍ້ ຄື: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານສຶກສາ”, ປະກອບມີ 6 ຫົວຂໍ້ຍ່ອຍ, ຮັບຜິດຊອບຄົ້ນຄວ້າຂຽນ ໂດຍແມ່ນນັກວິທະຍາສາດ ຂອງກະຊວງກ່ຽວຂ້ອງ (ສໍາເລັດກອງປະຊຸມຜ່ານຫົວຂໍ້ ແລະ ກອງປະຊຸມ ຜ່ານໂຄງຮ່າງແລ້ວ, ປັດຈຸບັນພວມສຸມໃສ່ໃນການຄົ້ນຄວ້າຂຽນ) ແລະ ຫົວຂໍ້: ແນວຄິດໄກສອນພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ, ປະກອບມີ 6 ຫົວຂໍ້ຍ່ອຍ, ຮັບຜິດຊອບຄົ້ນຄວ້າຂຽນ ໂດຍແມ່ນນັກວິທະຍາສາດ ຂອງກະຊວງກ່ຽວຂ້ອງ (ສໍາເລັດກອງປະຊຸມຜ່ານຫົວຂໍ້ ແລະ ກອງປະຊຸມຜ່ານໂຄງຮ່າງແລ້ວ, ປັດຈຸບັນ ສໍາເລັດ ການຂຽນ 2 ຫົວຂໍ້, ຍັງອີກ 4 ຫົວຂໍ້ ພວມສຸມໃສ່ໃນການຄົ້ນຄວ້າຂຽນ).

ປີ 2023 ໄດ້ມີການຮີບໂຮມບົດຄົ້ນຄວ້າວິທະຍາສາດ ແນວຄິດໄກສອນ ພົມວິຫານ ເຫັນໄດ້ວ່າ ມີຜົນສໍາເລັດໂດຍພື້ນຖານຈຳນວນ 6 ຫົວຂໍ້ໃຫຍ່ຄື: ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານໄກສອນ ພົມວິຫານ ໄລຍະກ່ອນ 1955; ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານໄກສອນ ພົມວິຫານ ໄລຍະປີ 1955-1975; ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມ ນິຍົມ ຢູ່ປະເທດເຮົາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ; ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ; ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກຳມະບານ ໂດຍສ້າງເປັນປຶ້ມ ແລະ ໄດ້ຜ່ານການພິຈາລະນາຈາກສະພາທິດສະດີສູນກາງພັກ ໃນວັນທີ 15 ຕຸລາ 2023. ກອງປະຊຸມດັ່ງກ່າວເຫັນດີເປັນເອກະພາບ ໃຫ້ນຳໄປກວດແກ້ຄືນ ແລະ ປັບປຸງບາງເນື້ອໃນຂອງບົດວິທະຍາສາດ ຫຼັງຈາກນັ້ນ, ຈຶ່ງຈັດກອງປະຊຸມຮັບຮອງອີກຄັ້ງ, ປັດຈຸບັນ, ສະມາຊິກສະພາທິດສະດີສູນກາງພັກ ກໍາລັງພິຈາລະນາກວດແກ້ເນື້ອໃນຄືນ.

(ຂ່າວ: ຂປລ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here