Saturday, July 27, 2024
Homeຂ່າວຕ່າງປະເທດການກິນອາຫານບໍ່ດີຕໍ່ສຸຂະພາບອາດຈະເພີ່ມຄວາມສ່ຽງໃຫ້ຢຸດຫາຍໃຈຕອນນອນຫຼັບ

ການກິນອາຫານບໍ່ດີຕໍ່ສຸຂະພາບອາດຈະເພີ່ມຄວາມສ່ຽງໃຫ້ຢຸດຫາຍໃຈຕອນນອນຫຼັບ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ມະຫາວິທະຍາໄລຟລິນເດິສ ຂອງອົສຕຣາລີໄດ້ເປີດເຜີຍບົດລາຍງານການສຶກສາຂອງກຸ່ມນັກວິໄຈຈາກມະຫາວິທະຍາໄລວ່າ: ການຮັບປະທານອາຫານຈາກພືດທີ່ດີຕໍ່ສຸຂະພາບ ອາດຈະເປັນສິ່ງສຳຄັນ ເພື່ອປ້ອງກັນພາວະຢຸດຫາຍໃຈຂະນະນອນຫຼັບຈາກການອຸດກັ້ນ (OSA) ໂດຍຜູ້ຮັບປະທານອາຫານຈາກພືດຫຼາຍທີ່ສຸດມີທ່າອ່ຽງເປັນພາວະດັ່ງກ່າວ ໜ້ອຍກວ່າຜູ້ຮັບປະທານອາຫານຈາກພືດນ້ອຍທີ່ສຸດເຖິງ 19%.

ການສຶກສາຂອງທີມຜູ້ຊ່ຽວຊານນາໆຊາດທີ່ເຜີຍແຜ່ເມື່ອປີ 2019 ລະບຸວ່າ: ຜູ້ທີ່ມີອາຍຸ 30-69 ປີ ຫຼາຍກວ່າ 900 ລ້ານຄົນທົ່ວໂລກພົບກັບພາວະ OSA ຕັ້ງແຕ່ລະດັບບໍ່ຮຸນແຮງຈົນເຖິງລະດັບຮຸນແຮງ ຊຶ່ງອາດຈະມີອາການຄວາມດັນເລືອດສູງ, ເຫງົານອນຕອນກາງເວັນ, ໂກນດັງລວມເຖິງຄວາມສ່ຽງພາວະແຊກຊ້ອນຕໍ່ຫົວໃຈ, ໝາກໄຂ່ຫຼັງ ແລະ ການເຜົາຜານທີ່ສູງຂຶ້ນ. ທີມວິໄຈມະຫາວິທະຍາໄລຟລິນເດິສ ໃຫ້ຜູ້ເຂົ້າຮ່ວມການສຶກສາເປີດເຜີຍລາຍການທີ່ພວກເຂົາຮັບປະທານໄປໃນ 24 ຊົ່ວໂມງກ່ອນໜ້າ ແລະ ຕອບແບບສອບຖາມທີ່ອອກແບບມາເພື່ອກວດເບິ່ງທ່າອ່ຽງຂອງການມີພາວະ OSA. ນັກວິໄຈພົບວ່າ: ຂະນະທີ່ອາຫານຈາກພືດທີ່ດີຕໍ່ສຸຂະພາບສາມາດຊ່ວຍປ້ອງກັນພາວະ OSA ໄດ້ ຜູ້ທີ່ຮັບປະທານອາຫານຈາກພືດທີ່ບໍ່ດີເຊັ່ນ: ການບໍລິໂພກທັນຍາພືດຂັດສີ, ເຄື່ອງດື່ມທີ່ມີນ້ຳຕານ, ອາຫານເຄັມ ແລະ ຂອງຫວານໃນປະລິມານຫຼາຍມີທ່າອ່ຽງເປັນພາວະ OSA ຫຼາຍກວ່າຜູ້ທີ່ຮັບປະທານອາຫານເຫຼົ່ານີ້ໃນປະລິມານຕ່ຳຢູ່ທີ່ 22%. ທ່ານ ແດນນີ ເອັກເຄຣີດ ໜຶ່ງໃນຜູ້ຂຽນການສຶກສາ ແລະ ຜູ້ອຳນວຍການສະຖາບັນເພື່ອສຸຂະພາບການນອນຫຼັບແອດິເລດປະຈຳມະຫາວິທະຍາໄລຟລິນເດິສກ່າວວ່າ: ການສຶກສາສະບັບບນີ້ບໍ່ໄດ້ລະບຸວ່າການຮັບປະທານອາຫານປ່ຽນແປງຄວາມສ່ຽງຂອງພາວະ OSA ແຕ່ຢ່າງໃດ ແຕ່ອາດຈະເປັນໄປໄດ້ວ່າ ການຮັບປະທານອາຫານຈາກພືດທີ່ດີຕໍ່ສຸຂະພາບຊ່ວຍຫຼຸດການອັກເສບ ແລະ ໂຣກຕຸ້ຍໄດ້ ຊຶ່ງສິ່ງເຫຼົ່ານີ້ເປັນປັດໄຈສ່ຽງທີ່ສຳຄັນຂອງພາວະ OSA. ອາຫານທີ່ອຸດົມໄປດ້ວຍສ່ວນປະກອບດ້ານການອັກເສບ ແລະ ສານຕ້ານອະນຸມູນອິດສະລະ ແລະ ມີທາດອາຫານທີ່ເປັນອັນຕະລາຍຕ່ຳສາມາດສົ່ງຜົນຕໍ່ໄຂມັນ, ການອັກເສບ ແລະ ລວມເຖິງຄວາມເຄັ່ງຕຶງຂອງກ້າມຊີ້ນ ຊຶ່ງທັງໝົດນີ້ກ່ຽວຂ້ອງກັບຄວາມສ່ຽງພາວະ OSA.

ນອກຈາກນີ້, ນັກວິໄຈພົບວ່າ: ການຮັບປະທານອາຫານຈາກພືດ ເຊື່ອມໂຍງກັບຄວາມສ່ຽງພາວະ OSA ໃນຜູ້ຊາຍຫຼາຍກວ່າ ແລະ ການຮັບປະທານອາຫານຈາກພືຶດທີ່ບໍ່ດີຕໍ່ສຸຂະພາບມີທ່າອ່ຽງເພີ່ມຄວາມສ່ຽງພາວະ OSA ໃນແມ່ຍິງຫຼາຍກວ່າ. ຫຼັງຈາກນີ້, ທີມນັກວິໄຈວາງແຜນການສຶກສາຄວາມເຊື່ອມໂຍງລະຫວ່າງການຮັບປະທານອາຫານແປຮູບ ກັບພາວະ OSA ໃນຄົນກຸ່ມດຽວກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments