Saturday, July 27, 2024
Homeຂ່າວຕ່າງປະເທດສະຫະພັນສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ໄດ້ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງ

ສະຫະພັນສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ໄດ້ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງ

ພິທີສ້າງຕັ້ງສະຫະພັນສື່ມວນຊົນ ອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ໄດ້ຈັດຂຶ້ນ ເມື່ອວັນທີ 31 ມັງກອນ ຜ່ານມາ ຢູ່ນະຄອນຫຼວງປັກກິ່ງ. ສະຫະພັນສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແມ່ນສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ແລະ ສໍານັກຂ່າວໜັງສືພິມລາຍວັນຈີນ ສາຂາອາຊີ-ປາຊີຟິກ ຮ່ວມກັນລິເລີ່ມສ້າງຕັ້ງຂຶ້ນ ຊຶ່ງໄດ້ເຊື້ອເຊີນສື່ມວນຊົນສຳຄັນ, ສະມາຄົມນັກຂ່າວ, ອົງການຂ່າວສານຕ່າງໆ ຈາກບັນດາປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມ.

21 ໂຄງການຊຸດທໍາອິດຂອງສະຫະພັນສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ໄດ້ລິເລີ່ມໃນພິທີດັ່ງກ່າວ, ພ້ອມທັງໄດ້ເຜີຍແຜ່ແຜນແມ່ບົດວ່າດ້ວຍສະຫະພັນສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ປີ 2024.

ປີ 2024, ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ ຈະຮ່ວມມືກັບສໍານັກຂ່າວໜັງສືພິມລາຍວັນຈີນ, ກຸ່ມບໍລິສັດການສື່ສານຈີນ (CICG), ພ້ອມທັງສື່ມວນຊົນສຳຄັນຂອງປະເທດໄທ, ກໍາປູເຈຍ, ລາວ, ເນປານ ແລະ ປະເທດອື່ນໆດໍາເນີນໂຄງການແລກປ່ຽນຂ່າວສານ, ການຖ່າຍທຳວິດີໂອ, ກິດຈະກໍາການແລກປ່ຽນວັດທະນະທໍາ, ການເຜີຍແຜ່ໂຄງການວັດທະນະທໍາ ແລະ ທ່ອງທ່ຽວເປັນຕົ້ນ. ໃນພິທີດັ່ງກ່າວ, ໄດ້ເປີດປ້າຍຄອບຄົວນັກຂ່າວປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments