Saturday, July 27, 2024
Homeຂ່າວຕ່າງປະເທດບັນດາທູຕານຸທູດຕ່າງປະເທດປະຈໍາ ສປ ຈີນ ສໍາຜັດກັບຮີດຄອງປະເພນີບຸນກຸດຈີນ

ບັນດາທູຕານຸທູດຕ່າງປະເທດປະຈໍາ ສປ ຈີນ ສໍາຜັດກັບຮີດຄອງປະເພນີບຸນກຸດຈີນ

ວັນທີ 31 ມັງກອນ ຜ່ານມາ, ການຖະແຫຼງ 10 ຂ່າວເດັ່ນແຫ່ງການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2023 ແລະ ກິດຈະກໍາ “ສຳຜັດກັບວິຖີຊີວິດແບບຢຸນນານ” ເພື່ອຕ້ອນຮັບບຸນກຸດຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ໃນກິດຈະກໍາ, ບັນດາທູຕານຸທູດຕ່າງປະເທດປະຈຳ ສປ ຈີນ ໄດ້ສົ່ງຄໍາອວຍພອນບຸນກຸດຈີນ ຊຶ່ງກັນ ແລະ ກັນ ດ້ວຍພາສາຈີນ.

ໂຄມໄຟສີແດງ, ຄູ່ຄໍາກອນອວຍພອນປີໃໝ່ກຸດຈີນ ດ້ວຍຕົວອັກສອນຕົງບາ (dongba), ເຈ້ຍຕັດດ້ວຍມື, ກາປະທັບຮູບ 12 ລາສີ, ອາຫານພື້ນບ້ານແຂວງຢຸນນານ… ບັນດາ ທູຕານຸທູດຕ່າງປະເທດປະຈຳ ສປ ຈີນ ແລະ ແຂກຜູ້ມີກຽດ ທີ່ມາຈາກປະເທດຈີນ, ມຽນມາ, ລາວ, ໄທ, ກໍາປູເຈຍ ແລະ ຫວຽດນາມ ໄດ້ຮ່ວມກັນສໍາຜັດກັບວິຖີຊີວິດແບບຢຸນນານ.

ທ່ານ ຈີນດາວົງ ໄຊຍະສິນ ທີ່ປຶກສາຝ່າຍສຶກສາ ແລະ ວັດທະນະທຳ ສະຖານທູດ ສປປ ລາວ ປະຈໍາ ສປ ຈີນ ກ່າວວ່າ: ເຜົ່າລື້, ເຜົ່າຈ້ວງ, ເຜົ່າຢ້າວ, ເຜົ່າຮານີຂອງແຂວງຢຸນນານ ກັບ ບາງຊົນເຜົ່າສ່ວນໜ້ອຍຂອງລາວ ບໍ່ພຽງແຕ່ມີພາສາທີ່ສາມາດສື່ສານເຂົ້າໃຈກັນໄດ້ເທົ່ານັ້ນ, ແຕ່ຫາກ ຍັງມີຮີດຄອງປະເພນີທີ່ຄ້າຍຄືກັນ. ໃນມູມມອງຂອງຂ້າພະເຈົ້າ, ວິຖີຊີວິດແບບຢຸນນານ ກໍແມ່ນຮີດຄອງປະເພນີ ທີ່ອຸດົມສົມບູນ ແລະ ຫຼາກຫຼາຍສີສັນຂອງຊົນເຜົ່າ ທີ່ດຳລົງຊີວິດຢູ່ແຂວງຢຸນນານ. ທ່ານ ຈີນດາວົງ ໄຊຍະສິນ ກ່າວຕື່ມວ່າ: ກິດຈະກໍາຄັ້ງນີ້ໄດ້ເຊີນຊວນນັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນ ຢູ່ນະຄອນຫຼວງປັກກິ່ງ ກໍໄດ້ເຂົ້າຮ່ວມ, ເຮັດໃຫ້ເຂົາເຈົ້າສາມາດຮັບຮູ້ ແລະ ເຂົ້າໃຈວັດທະນະທໍາຈີນ ຢ່າງເລິກເຊິ່ງໃນເວລາສໍາຜັດກັບຮີດຄອງປະເພນີຈີນ.

ທ່ານ ເຜີຍກາຫາຍ ເລຂາເອກ ສະຖານທູດ ຫວຽດນາມ ປະຈໍາ ຈີນ ໄດ້ສໍາຜັດກາປະທັບຮູບ 12 ລາສີ ທີ່ຮ້ານວາງສະແດງຂອງນະຄອນລີ້ຈ່ຽງ. ທ່ານ ກ່າວວ່າ: ຂ້າພະເຈົ້າເກີດໃນປີມະໂລງ, ປີນີ້ແມ່ນປີມະໂລງ, ດັ່ງນັ້ນ ຂ້າພະເຈົ້າຢາກປະທັບຮູບມັງກອນໂຕໜຶ່ງ. ຫຼັງຈາກສໍາເລັດການປະທັບຮູບ, ທ່ານ ໄດ້ໂຊຜົນງານຂອງຕົນໃຫ້ແກ່ຄອບຄົວຢ່າງເບີກບານມວນຊື່ນ, ບັນຍາກາດທີ່ຄຶກຄື້ນ ເຮັດໃຫ້ ທ່ານ ເຜີຍກາຫາຍ ຮັບຮູ້ເຖິງບັນຍາກາດຂອງບຸນກຸດຈີນທີ່ເຂັ້ມຂຸ້ນ.

ທ່ານນາງ ສິນມາກຕຸ້ຍ ທີ່ປຶກສາຂັ້ນອັກຄະລັດຖະທູດ ສະຖານທູດ ມຽນມາ ປະຈໍາ ຈີນ ກ່າວວ່າ:ໃນເຂດວາງສະແດງ ໄດ້ວາງສະແດງການຟ້ອນລຳທຳເພງ, ອາຫານພື້ນເມືອງ ແລະ ຜະລິດຕະພັນທາງມໍລະດົກຂອງແຂວງຢຸນນານ, ແຕ່ລະຮ້ານວາງສະແດງກໍໄດ້ດຶງດູດຄວາມສົນໃຈຂອງຂ້າພະເຈົ້າຫຼາຍ. ຫວັງຢ່າງຍິ່ງວ່າ ປີນີ້ ສາມາດຫຼິ້ນບຸນຫົດນໍ້າຢູ່ແຂວງຢຸນນານ ເພື່ອສໍາຜັດກັບວິຖີຊີວິດແບບຢຸນນານຢ່າງແທ້ຈິງ.

ທ່ານນາງ ໂດລາ ເລຂາເອກ ສະຖານທູດກໍາປູເຈຍ ປະຈໍາ ຈີນ ກ່າວວ່າ: ນີ້ແມ່ນເທື່ອທຳອິດ ທີ່ຂ້າພະເຈົ້າໄດ້ມາ “ທ່ຽວຢຸນນານ”, ເຂົ້າໜົມແປ້ງທອດທີ່ຫອມກອບຂອງນະຄອນລີ້ຈ່ຽງ, ອາໂວກາໂດ ທີ່ມາຈາກເມືອງເມິງລຽນ ທີ່ມີລົດຊາດນິ້ມນວນ, ເຕົ້າຮູ້ປີ້ງສືຜິງ ກິ່ງແຂວງຫົງເຫີ ທີ່ແຊບຊ້ອຍ, ຊາແດງນະຄອນລິນຊາງທີ່ເຫຼື້ອມດີ… ມື້ໜ້າຂ້າພະເຈົ້າຈະໄປຢ້ຽມຢາມແຂວງຢຸນນານອີກຄັ້ງໜຶ່ງຢ່າງແນ່ນອນ, ຕ້ອງໄປສໍາຜັດແຂວງຢຸນນານດ້ວຍຕົນເອງ.

ປະຊາຄົມຮ່ວມຊາຕາກໍາປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແມ່ນຄຳສັບທີ່ ທ່ານ ນາງ ສິນມາກຕຸ້ຍ ມັກເວົ້າໃນກິດຈະກຳຫຼາຍທີ່ສຸດ. ທ່ານ ນາງ ສິນມາກຕຸ້ຍ ກ່າວວ່າ: ກິດຈະກໍາຄັ້ງນີ້ໄດ້ເພີ່ມທະວີການແລກປ່ຽນດ້ານວັດທະນະທໍາລະຫວ່າງ 6 ປະເທດ ຕາມລ້ອງ ແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ, ຫວັງວ່າ ບັນດາຝ່າຍຈະຮ່ວມມືກັນ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາປະເທດ ແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ, ສ້າງອະນາຄົດອັນດີງາມແຫ່ງການຮ່ວມມືຂອງພາກພື້ນ.

ທ່ານ ຈີນດາວົງ ໄຊຍະສິນ ກ່າວວ່າ: ການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ, ໄດ້ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນຂອງສອງປະເທດ ມີຄວາມສະດວກສະບາຍກວ່າເກົ່າ, ນັກທ່ອງທ່ຽວລາວ ທີ່ມາທ່ຽວຈີນ ກໍນັບມື້ນັບຫຼາຍຂຶ້ນ, ປີ 2024 ແມ່ນປີທ່ອງທ່ຽວລາວ, ລັດຖະບານລາວ ໄດ້ວາງແຜນກິດຈະກໍາຫຼາຍຢ່າງ ເພື່ອດຶງດູດນັກທ່ອງທ່ຽວ ຈີນ ມາສໍາຜັດວັດທະນະທໍາປະເພນີຂອງລາວໃຫ້ຫຼາຍກວ່າເກົ່າ. ໃນອະນາຄົດ, ທ່າອ່ຽງການທ່ອງທ່ຽວ ລະຫວ່າງ ສອງຝ່າຍຈະນັບມື້ນັບດີຂຶ້ນ.

ເມື່ອເວົ້າເຖິງການຮ່ວມມືລະຫວ່າງ ກໍາປູເຈຍ ກັບ ແຂວງຢຸນນານ, ທ່ານນາງ ໂດລາ ເຫັນວ່າ, ການແລກປ່ຽນດ້ານວັດທະນະທໍາ ແລະ ການໄປມາຫາສູ່ກັນ ລະຫວ່າງ ສອງຝ່າຍ ຈະນັບມື້ນັບແໜ້ນແຟ້ນຂຶ້ນ, ຈະນໍາໃຊ້ໂອກາດປີແລກປ່ຽນວັດທະນະທໍາ ກໍາປູເຈຍ-ຈີນ 2024, ເພີ່ມທະວີການຮ່ວມມືໃນດ້ານວັດທະນະທໍາ, ການສຶກສາ, ການທ່ອງທ່ຽວ ແລະ ກະສິກໍາເປັນຕົ້ນ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments