Saturday, July 27, 2024
Homeຂ່າວຕ່າງປະເທດຫວຽດນາມ ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 10 ຂອງສິງກະໂປ

ຫວຽດນາມ ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 10 ຂອງສິງກະໂປ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງບໍ່ດົນມານີ້, ທູດການຄ້າຫວຽດນາມ ຢູ່ສິງກະໂປ ໃຫ້ຮູ້ວ່າ: ໃນເດືອນມັງກອນປີ 2024, ວົງເງິນນຳເຂົ້າ-ສົ່ງອອກ ລະຫວ່າງສິງກະໂປ ກັບບັນດາຄູ່ຮ່ວມມືໃຫຍ່ລ້ວນແຕ່ຟື້ນຕົວ ແລະ ເຕີບໂຕເປັນທີ່ໜ້າສົນໃຈ, ໃນເດືອນມັງກອນປີນີ້, ຫວຽດນາມ ບືນຕົວຂຶ້ນຢືນຢູ່ອັນດັບຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 10 ຂອງ ສິງກະໂປ, ດ້ວຍວົງເງິນການຄ້າສອງສົ້ນ ປະມານ 2,1 ຕື້ໂດລາ, ເພີ່ມຂຶ້ນຫຼາຍກວ່າ 18%. ພິເສດຫວຽດນາມ ແມ່ນຕະຫຼາດສົ່ງອອກອັນດັບທີ 8 ຂອງສິງກະໂປ ດ້ວຍວົງເງິນ 1,66 ຕື້ໂດລາ, ເພີ່ມຂຶ້ນເກືອບ 15% ແລະ ແມ່ນຄູ່ຮ່ວມມືນຳເຂົ້າ ອັນດັບທີ 17/20 ຄູ່ຮ່ວມມືນຳເຂົ້າໃຫຍ່ສຸດຂອງສິງກະໂປ. ໝວດສິນຄ້າຂອງຫວຽດນາມ ສົ່ງອອກໄປສິງກະໂປ ສ່ວນຫຼາຍບັນລຸການເຕີບໂຕຢ່າງແຂງແຮງ, ໃນນັ້ນມີຫຼາຍໝວດສິນຄ້າບັນລຸລະດັບການເຕີບໂຕສູງ ເຊັ່ນ: ເຫຼັກກ້າ ເພີ່ມຂຶ້ນ 30 ເທົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments