Saturday, July 27, 2024
Homeຂ່າວພາຍໃນມອບ-ຮັບໜ້າທີ່ ຫົວໜ້າພະແນກການເງີນແຂວງຫຼວງນໍ້າທາ

ມອບ-ຮັບໜ້າທີ່ ຫົວໜ້າພະແນກການເງີນແຂວງຫຼວງນໍ້າທາ

ວັນທີ 23 ກຸມພານີ້ ຢູ່ທີ່ຫ້ອງປະຊຸມພະແນກການເງີນແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກການເງີນແຂວງຫຼວງນໍ້າທາຜູ້ເກົ່າ ແລະ ຮັກສາການຫົວໜ້າພະແນກການເງີນແຂວງ ຜູ້ໃໝ່, ໂດຍການເຂົ້າຮ່ວມຂອງທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີທ່ານ ພູພັດ ໄຊທິບ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກະຊວງການເງີນ, ມີແຂກທີ່ຖືກເຊີນ ແລະ ພະນັກງານກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງີນ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການຮັບອູດໜູນບໍານານ ຊຶ່ງໄດ້ອະນຸມັດໃຫ້ທ່ານ ຄໍາພັນ ໄຊສີ ຫົວໜ້າພະແນກການເງີນແຂວງ ພັກການຮັບອູດໜູນບໍານານນັບແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນໄປ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າພະແນກການເງີນແຂວງ ຊຶ່ງໄດ້ແຕ່ງຕັ້ງທ່ານ ສົມຈັນ ຈິດດາລາ ຮອງຫົວໜ້າພະແນກການເງີນແຂວງ ເປັນຮັກສາການຫົວໜ້າພະແນກການເງີນແຂວງ, ເພື່ອຊີ້ນໍາໆພາຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານຕໍ່ໄປ ພ້ອມທັງເຊັນບົດບັນທືກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຄໍາພັນ ໄຊສີ ຫົວໜ້າພະແນກການເງີນແຂວງຫຼວງນໍ້າທາຜູ້ເກົ່າ ແລະ ທ່ານ ສົມຈັນ ຈິດດາລາ ຮັກສາການຫົວໜ້າພະແນກການເງີນແຂວງຜູ້ໃໝ່ ໂດຍຊ້ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ທ່ານ ຈັນທອງ ແກ້ວປະເສີດ ໄດ້ເນັ້ນໜັກໃຫ້ທ່ານທີ່ມາຮັບໜ້າທີ່ໃໝ່ສືບຕໍ່ເອົາໃຈໃສ່ວຽກງານການເມືອງ-ແນວຄິດໃຫ້ພະນັກງານໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ ແໜ້ນແຟ້ນໃນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດມອບໝາຍໃຫ້, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ສະກັດກັ້ນການສໍ້ລາດບັງຫຼວງ, ການສວຍໃຊ້ໜ້າທີ່ຕໍາແໜ່ງໃນທາງທີ່ບໍ່ຖືກຕ້ອງໃຫ້ໝົດໄປເທື່ອລະກ້າວ.

(ຂ່າວ: ສົມພອນ ຂຸນດາວົງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments